ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ມີ 30% ແມ່ນ​ເພດ​ຍິງ ເຊິ່ງແມ່ນ​ສິ່ງ​ພິ​ສູດ​ໃຫ້​ແກ່​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ​ຊາຍ​ຢູ່ ຫວຽດ​ນາມ

11:47 | 16/08/2021

ຍ​ສ​ໝ - ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ສົມ​ທົບ​ກັບ​ອົງ​ການ ສ​ປ​ຊ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ (UN Women) ແລະ ສະ​ຖານ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາງ​ໄກ ສະຫຼຸບ​ຍຸດ​ທະ​ສາ​ດແຫ່ງ​ຊາດ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ໃນ​ໄລ​ຍະ 2011 – 2020 ແລະ ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແ​ຫ່ງ​ຊາດ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ໄລ​ຍະ 2021 – 2030.

ສະ​ພາ​ກາ​ແດງ ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ພາ​ກາ​ແດງ ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ການພົບ​ປະ​ພົວ​ພັນ​ປະ​ຊາ​ຊົນ: ກຸນ​ແຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ການພົບ​ປະ​ພົວ​ພັນ​ປະ​ຊາ​ຊົນ: ກຸນ​ແຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ
ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ມີ 30% ແມ່ນ​ເພດ​ຍິງ ເຊິ່ງແມ່ນ​ສິ່ງ​ພິ​ສູດ​ໃຫ້​ແກ່​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ​ຊາຍ​ຢູ່ ຫວຽດ​ນາມ
ພາບ​ປະ​ກອບ

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ ຫງວຽນ​ທິ​ຮ່າ ໃຫ້​ຮູ້​ວ່າ: ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ, ພາຍຫຼັງ​ການ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດມາ​ເປັນ​ເວ​ລາ 10 ປີ, ພວກ​ເຮົາ​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ເປັນ​ໜ້າ​ຊື່​ນ​ຊົ​ມຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແຄບ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຍິງ​ຊາຍ​ໃນ​ບັນ​ດາ​ຂົງ​ເຂດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

ໝາກ​ຜົ​ນ​ຂອງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ XV ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2021 – 2026 ດ້ວຍ​ອັດ​ຕາ 30,26% ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ແລະ ເກືອບ​ 30% ສະ​ມາ​ຊິກ​ເພດ​ຍິງ​ເຂົ້າ​ຮ່ວມ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ແມ່ນ​ສິ່ງ​ພິ​ສູດ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ​ງ​ - ຊາຍ ຢູ່ ຫວຽດ​ນາມ. ບັນ​ດາ​ໝາກ​ຜົນ​ນີ້​ຈະ​ແມ່ນ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ແຫ່ງ​ຊາດ ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ ໃນ​ໄລ​ຍະ​ຈະ​ມາ​ເຖິງກວ່າອ​ີກ.

ທ່ານ​ນາງ Robyn Mudie ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຫວຽດ​ນາມ ກ່ຽວ​ກັບ​ການ​ປະກາດ​ຍຸດ​ທະ​ສາດ 2021 -2030 ແລ​ະ ເນັ້ນ​ໜັ້ກ​ວ່າ: ມີ​ຄວາມ​ເປັນ​ກຽດ​ຢ່າງ​ຍ​ິ່ງ​ໃຫ້​ແກ່​ອົດ​ສະ​ຕາ​ລີ ເມື່ອໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກກະ​ຊ​ວງ​ແຮງ​ງານ - ທ​ະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ​ເຂົ້າ​ຮ່ວມ​ໜູນ​ຊ່ວຍ​ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ໄລ​ຍະ 2021 – 2030. ມີ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ.

ຄ​ຳແນະ​ນຳ ແລະ ​ບັນ​ດາ​ຂໍ້​ສະ​ເໜີ​ແນະຂອງຍຸດ​ທະ​ສາດ​ຈະ​ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫານີ້, ພ້ອມ​ທັງ​ຊຸກ​ຍູ້​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ຕຳ​ແໜ່ງ​ການ​ນຳ. ໂດຍແມ່ນ​ຄູ່​ຮ່ວ​ມ​ມືທີ່​ຍາວ​ນານ ກ່ຽວ​ກັບ​​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ ແລະ ມ​ອບ​ສິດ​ເສດ​ຖະ​ກິດ​ໃຫ້​ແກ່​ແມ່​ຍິງ.

ທີ່ກອງ​ປະ​ຊຸມ, ການ​ນຳ​ຂອງ​ກະ​ຊວງ​ແຮ​ງ​ງານ ທະ​ຫານ​ເສຍ​ອົ​ງ​ຄະ ແລະ ສັງ​ຄົ​ມ ແລະ UN Women ໄດ້​ຮຽກ​ຮ້ອງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຫຼາຍກວ່າ​ອີກຈາກ​ຝ່າຍ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຂອງ​ລັດ​ຖະ​ບານ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ພາກ​ພື້ນ​ເອ​ກະ​ຊົນ ແລະ ບັນ​ດາ​ອົງ​ການ​ຂອງ ສ​ປ​ຊ ໃນ​ການ​ຊຸກ​ຍູ້ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທ້າຍ​ປີ 2030, ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.