ຕະ​ຫລາດ​​ນັດແຮງ​ງານຄັ້ງ​ທີ 8 ຈະ​ຊ່​ວຍ​ນັກ​ສຶກ​ສາ​ ມີ​ວຽກ​ເຮັດ​ຫລາຍກວ່າ 4 ພັນ​ຄົນ

13:58 | 13/05/2019

ຫວ່າງແລ້ວນີ້, ທີ່​ຄະ​ນະ​ວິ​ສະ​ວະ​ກຳ​ສາດ ໂສກ​ປ່າ​ຫລວງ ໄດ້​ຈັດ​ງານ​ຕະ​ຫລາ​ດ​ນັດ​ແຮ​ງ​ງານ ຄັ້ງ​ທີ 8 ຂຶ້ນ, ໂດຍ​ການ​ຮ່ວມ​ມື ລະ​ຫວ່າງ ​ຄະ​ນະ​ວິ​ສະ​ວະ​ກຳ​ສາດ ມະ​ຫາ​ວິ​ທະ​ຍາ​ໄລ​ ແຫ່ງ​ຊາດ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ ແລະ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສະ​ຫະ​ພາບ​ເອີ​ລົບ.

ຕະ​ຫລາດ​​ນັດແຮງ​ງານຄັ້ງ​ທີ 8 ຈະ​ຊ່​ວຍ​ນັກ​ສຶກ​ສາ​ ມີ​ວຽກ​ເຮັດ​ຫລາຍກວ່າ 4 ພັນ​ຄົນ

ຕະ​ຫລາດ​​ນັດແຮງ​ງານຄັ້ງ​ທີ 8 ຈະ​ຊ່​ວຍ​ນັກ​ສຶກ​ສາ​ ມີ​ວຽກ​ເຮັດ​ຫລາຍກວ່າ 4 ພັນ​ຄົນ. (ພາບ: ຂປລ)

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ວັນ​ທອງ ສິດ​ທິ​ກຸນ ຮອງ​ປະ​ທານ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວກ່າວ​ ວ່​າ: ໃນ​ການ​ຈັດ​ງານ​ຕະ​ຫລາດ​​ນັດແຮງ​ງານ​ໃນ​ຄັ້ງ​ນີ້, ຈະ​ຊ່ວຍ​ສ້າງ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ ໄດ້​ພົບ​ປະ​ກັບ​ຫົວ​ໜ້ວຍ​ທຸ​ລະ​ກິດ ເພື່ອ​ເປັນ​ການ​ແລກ​ປ່ຽນ​ບົດ​ຮຽນ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດ ກໍ​ໄດ້​ຊອກ​ຫາ​ເພື່ອນ​ຮ່ວມ​ງານ​ທີ່​ຖືກ​ຕ້ອງ​ກັບ​ຄວາມ​ຕ້ອງ​ການ ຂອງ​ການ​ພັດ​ທະ​ນາ​ທຸ​ລະ​ກິດ, ພ້ອມ​ທັງ​ເປັນ​ການ​ສ້າງ​ສາຍ​ພົວ​ພັນ​ທີ່​ດີ​ ລະ​ຫວ່າງ​ບໍ​ລິ​ສັດ ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ໂຮງ​ຮຽນ​, ທັງ​ເປັນ​ການ​ຊ່ວຍ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຊອກວຽກ​ເຮັດ​ງານ​ທຳ ແລະ ສ້າງ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ ​ທີ່​ກຳ​ລັງ​ຈະ​ຈົບ ຫລາຍກວ່າ 1 ພັນ​ຄົນ ແລະ ນັກ​ສຶກ​ສາ​ກຳ​ລັງ​ຮຽນ ປະ​ມານ 4 ພັນ​ຄົນ.

ພ້ອມ​ນີ້​, ​ພາຍ​ໃນງານ​ດັ່ງ​ກ່າວ ນັກ​ສຶກ​ສາ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ​ ຍັງ​ໄດ້​ເຂົ້າ​ຮ່ວມ​ຮັບ​ຟັງ ການ​ບັນ​ຍາຍ​ ຈາກ​ຕົວ​ແທນ​ຂອງ​ບໍ​ລິ​ສັດ​ຕ່າງໆ ແລະ ມີ​ຫລາກ​ຫລາຍ​ຕຳ​ແໜ່ງ​ງານ​ໃນ​ການ​ສະ​ໝັກ ເປັນ​ຕົ້ນ​ແມ່ນ​ ຂະ​ແໜງ​ບໍ່​ແຮ, ໄອ​ທີ, ປະ​ກັນ​ໄພ, ທະ​ນາ​ຄານ, ການ​ໂຮງ​ແຮມ, ກະ​ສິ​ກຳ-ປ່າ​ໄມ້ ແລະ ອື່ນໆ. ​ພາຍ​ໃນ​ງານ ມີ 31 ບໍ​ລິ​ສັດ ​ເຂົ້າ​ຮ່ວມ ແລະ ໄດ້​ເປີດ​ໂອ​ກາດ​ ໃຫ້​ນ້ອງ​ນັກ​ສຶກ​ສາ​ຕິດ​ຕໍ່​ກັບ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໂດຍ​ກົງ, ພ້ອມ​ທັງ ສ້າງ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ ໄດ້​ຮັບ​ປະ​ສົບ​ການ​ຈາກ​ບັນ​ດາ​ບໍ​ລິ​ສັດ ​ເພື່ອ​ກຽມ​ພ້ອມ​ເຂົ້າ​ສູ່​ຕະ​ຫລາດ​ແຮງ​ງານ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.