ຫົວ​ໜ້າ​ຜູ້​ຕາງ​ໜ້າ WHO ປະ​ຈຳ ຫວຽດ​ນາມ: ຕ້ອງ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ​ຮອດ​ເວ​ລາ​ຢຸດ​ຕິໂລ​ກ​ລະ​ບາດ​ໂຄວິດ - 19

17:38 | 24/01/2021

ຍ​ສ​ໝ - ດ້ວຍ​ການ​ປະ​ຕິ​ບັດ ຍຸດ​ທ​ະ​ສາດຫຼັກ​ແຫຼ່ງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກະ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພາຍຫຼັງ 1 ປີ​ຢັ້ງ​ຢຶ​ນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ທຳ​ອິດ​ພາຍ​ໃນ​ປະ​ເທດ (ວັນ​ທີ 23 ມັງ​ກອນ 2020), ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ​ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ພື້ນ​ຖານ, ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 1548 ຄົນ​ໃນ​ນັ້ນ​ມີ 35 ຄົນ​ເສຍ​ຊີ​ວິດ.

WHO ກ່າວເຕືອນກ່ຽວກັບຄວາມສ່ຽງພະຍາດໂຄວິດ-19 ແລະ ຕີ​ລາ​ຄາ ຫ​ວຽດ​ນາມ ຮັບ​ມ​ືໃນ​ວ​ຽກ​ງານ​ປ້ອງ​ກັນ​ສ​ະ​ກັ​ດກັ້ນ​ໂລກ​ລ​ະ​ບາດ​ໂຄວິດ-19 ຢ່​າງ​ໄວ​ວາ, ທັນ​ການ
WHO ຍ້ອງ​ຍໍ​ຊົມ​ເຊີນ​ວິ​ທີ​ການ​ຕ້ານ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ
ຫົວ​ໜ້າ​ຜູ້​ຕາງ​ໜ້າ WHO ປະ​ຈຳ ຫວຽດ​ນາມ: ຕ້ອງ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ​ຮອດ​ເວ​ລາ​ຢຸດ​ຕິໂລ​ກ​ລະ​ບາດ​ໂຄວິດ - 19
ທ່ານ ປ.ອ Kidong Park ຫົວ​ໜ້າ​ຜູ້​ຕາງ​ໜ້າ WHO (ພາບ: TTXVN)

ປັດ​ຈຸ​ບັນ, ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ​ຍັງ​ມີ​ການ​ຜັນ​ແປ​ຢ່ງ​ສັບ​ສົນ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 100 ລ້ານ​ຄົນ​ແລ້ວ, ພ້ອມ​ກັນ​ນັ້ນ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ເພີ່ມ​ເຕີມ ແລະ ຜູ້ເສຍ​ຊີ​ວິດມີ​ສັນ​ຍານ​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ການ​ເກີ​ດ​ຂຶ້ນ​ຂອງ​ໂລ​ກ​ລະ​ບາດ​ໂຄວິດ - 19 ສາຍ​ພັນ​ໃໝ່​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ.

ໃນ​ສະ​ພາບ​ການ​ດັ່ງ​ກ່າວ, ບັນ​ດາ​ນັກ​ຊ່ຽວ​ຊາຍ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ໄດ້​ກ່າວ​ເຕືອນ​ປະ​ຊາ​ຊນ​ບໍ່​ໄດ້​ປະ​ໝາດ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ຢ່າງ​ເຂັ້ມ​ງວດ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ໂລ​ກ​ລະ​ບາດ.

ຕາມ​ທ່ານ ປ.ອ Kidong Park ຫົວ​ໜ້າ​ຜູ້​ຕາງ​ໜ້າ WHO ປະ​ຈຳ​ຫວຽດ​ນາມ ແລ້ວ, ເຖິງວ່າ ບັນ​ດາ​ປະ​ເທດ​ທັງ​ໝົດ​ໃນ​ໂລກ​ພວມ​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ສະ​ກັດ​ກັ້ນ​ການ​ເພີ່ມ​ຂຶ້ນ​ຂອງ​ໂລ​ກ​ລະ​ບາດ​ໂຄວິດ - 19ກໍ່​ຕາມ, ແຕ່​ວ່າ ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ທົວ​ໂລກ. ໃນ​ເດືອນ​ມັງ​ກອນ 2021, ຕາມ​ບົດລາຍ​ງານທີ່ WHO ຮັບ​ໄດ້, ແຕ່​ລະ​ອາ​ທິດ​ມີ​ຜູ້​ຕິດ​ເຊື້ອ​ໃໝ່​ຕື່​ມ​ອີກປະ​ທານ 5 ລ້ານ​ຄົນ ແລະ ຜູ້​ເສຍ​ຊີ​ວິດ​ໃໝ່ປະ​ທານ 1 ແສນ​ຄົນ.

ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ແກ່​ຍາວ , ທ່ານ​ຫົວ​ໜ້າ​ຜູ້​ຕາງ​ໜ້າ WHO ປະ​ຈຳ​ຫວຽດ​ນາມ​ຢັ້ງ​ຢືນ ພ້ອມ​ທັງ​ສົ່ງ​ເສີມ​ຕ້ອງ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ​ຈົນ​ຮອດ​ເວ​ລາ​ໂລກ​ລະ​ບາດ​ໂຄວິດ - 19 ສິ້ນ​ສຸດ​ລົງ.

ຢູ່​ພາຍ​ໃນ​ປະ​ເທດ, ຫວຽດ​ນາມ ຄວບ​ຄຸມ​ໄດ້​ໂລ​ກ​ລະ​ບາດ​ໂຄວິດ - 19 ໂດຍ​ພື້ນ​ຖານ, ແຕ່​ຍັງ​ສືບ​ຕໍ່​ຢັ້ງ​ຢືນ​ຜູ້​ຕິດ​ເຊື້ອລາຍ​ໃໝ່​ມາ​ຈາກ​ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ທົ່ວ​ປະ​ເທດ​ໄດ້​ຢັ້ງ​ຢື​ນ​ບັນ​ດາ​ກໍ​ລະ​ນີ​ເຂົ້າ​ເມືອງ​ແບບ​ຜິ​ດ​ກົດ​ໝາຍ​ຢ່າງ​ຕໍ່​ເນື່ອງ, ພ້ອມ​ກັບ​ຄວາມ​ຕ້ອງ​ກັນ​ກັບ​ເມື່ອ​ປະ​ເທດ​ຂອງ​ພົນ​ລະ​ເຮືອນ​ໃນ​ໂອ​ກາດ​ບຸນ​ເຕັດ​ປະ​ຈຳ​ຊາດ. ດັ່ງ​ນັ້ນ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຍາມ​ໃດ​ກໍ່​ຕັກ​ເຕືອນ​ຕ້ອງ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົ​ງ​ຕໍ່​ຄວາມ​ສ່ຽງ​ເກີດ​ຂຶ້ນ​ຜູ້​ຕິດ​ເຊື້ອ​ໃໝ່.

ທີ່​ບັນ​ດາ​ກອງ​ປະ​ຊຸມ, ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລ​ກ​ລະ​ບາດ​ໂຄວິດ - 19, ທ່ານ ຫງວຽນ​ແທັງ​ລອງ ລັດ​ຖະ​ມົນ​ຕ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເຄີຍ​ຢັ້ງ​ຢືນ​ວ່າ ຈະ​ສະ​ດວກ ຕ້ອງ​ຮອດ​ໄຕ​ມາດ​ທີ 2 ຂອງ​ປີ 2022 ຫວຽດ​ນາມຈຶ່ງ​ສະ​ມາດ​ສະ​ໜອງວັກ​ຊິນ ກັນ​ພະ​ຍາດ​ໂຄວິດ - 19 ໃນ​ວົງ​ກ້​ວາງ​ໄດ້, ດັ່ງ​ນັ້ນ​ຍັງ​ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ ໂຄວິດ - 19 ຢ່າງ​ຂ້ຽວ​ຂາດ ແລະ ເຂັ້ມ​ງວດ.

ດ້ວຍ​ການ​ປະ​ຕິ​ບັດ ຍຸດ​ທ​ະ​ສາດຫຼັກ​ແຫຼ່ງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກະ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພາຍຫຼັງ 1 ປີ​ຢັ້ງ​ຢຶ​ນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ທຳ​ອິດ​ພາຍ​ໃນ​ປະ​ເທດ (ວັນ​ທີ 23 ມັງ​ກອນ 2020), ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ​ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ພື້ນ​ຖານ, ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 1548 ຄົນ​ໃນ​ນັ້ນ​ມີ 35 ຄົນ​ເສຍ​ຊີ​ວິດ.

WHO ກ່າວເຕືອນກ່ຽວກັບຄວາມສ່ຽງພະຍາດໂຄວິດ-19 ແລະ ຕີ​ລາ​ຄາ ຫ​ວຽດ​ນາມ ຮັບ​ມ​ືໃນ​ວ​ຽກ​ງານ​ປ້ອງ​ກັນ​ສ​ະ​ກັ​ດກັ້ນ​ໂລກ​ລ​ະ​ບາດ​ໂຄວິດ-19 ຢ່​າງ​ໄວ​ວາ, ທັນ​ການ

ຍສໝ - ເມື່ຶອບໍ່ດົນມານີ້, ອົງການອະນາໄມໂລກກ່າວເຕືອນວ່າ, ພະຍາດໂຄວິດ-19 ອາດຈະແກ່ຍາວ.

WHO ຍ້ອງ​ຍໍ​ຊົມ​ເຊີນ​ວິ​ທີ​ການ​ຕ້ານ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ

​ຍ​ສ​ໝ - ວັນ​ທີ 3 ສິງ​ຫາ, ຜູ້​ຕາງ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ວິ​ທີ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຕ່າງໆ​ທາບ​ທາມ​ມາດ​ຕະ​ການ​ດັ່ງ​ກ່າວ.

WHO ຕີ​ລາ​ຄາວ່າ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ໂດຍ​ໄວ ແລະ ທັນ​ການ

​ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ຫວຸ​ດຶກ​ດາມ - ຫົ​ວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດໃຫ້​ຮູ້​ວ່າ: ແຕ່​ລະ​ເທື່ອ​ເມື່ອ​ໂລກ​ລະ​ບາດ ມີ​ການ​ປ່ຽນ​ແປງ, ຫວຽດ​ນາມ ມີ​ຄວາມ​ຫວັງ​ຢາກ​ປຶກ​ສາ​ຫາ​ລື​ຄຳ​ເຫັນ​ຂອງ WHO ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ນັກ​ຊ່ຽວ​ຊານ​ສາ​ກົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.