ຄວາມຮັກແພງພີ່ນ້ອງຮ່ວມຊາດ ຊ່ວຍປະຊາຊົນຢູ່ໃນເຂດເກີດການລະບາດ ເພື່ອເອົາຊະນະຄວາມຫຍຸ້ງຍາກ

14:00 | 09/08/2021

ຍສໝ - ແຕ່ເມື່ອນະຄອນໂຮ່ຈີມິນປະຕິບັດ​ການປິດ​ເມືອງ ຫຼື ການ​ແຍກຫ່າງສັງ​ຄົມ ຕາມຄໍາສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19, ໃນ​ຊຸມ​ວັນຜ່ານມາ, ປະຊາຊົນຢູ່ບັນດາແຂວງພາກກາງ ໄດ້ບໍລິຈາກຜະລິດຕະພັນກະເສດເພື່ອຊ່ວຍເຫຼືອປະຊາຊົນຢູ່ພາກໃຕ້.

ສະເໜີໃຫ້ສະວິດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າເຖິງແຫຼ່ງສະໜອງວັກຊີນກັນພະຍາດ Covid-19, ຢາປິ່ນປົວ ແລະອຸປະກອນການແພດ ສະເໜີໃຫ້ສະວິດສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າເຖິງແຫຼ່ງສະໜອງວັກຊີນກັນພະຍາດ Covid-19, ຢາປິ່ນປົວ ແລະອຸປະກອນການແພດ
ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ

ຢູ່ແຂວງກວາງຈິ, ປະຊາຊົນໄດ້ບໍລິຈາກອາຫານ, ປຸງແຕ່ງອາຫານແຫ້ງ ແລະ ສົ່ງໄປຊ່ວຍເຫຼືອປະຊາຊົນນະຄອນໂຮ່ຈີມິນ. ແມ່ຍິງຢູ່ບ້ານ ເຕີນຊວນຖໍ້ (ຕາແສງຫາຍເຈື່ອງ, ເມືອງຫາຍລັງ) ໄດ້ປຸກລະດົມໂຄງການ "​ເມັດເກືອແຫ່ງຄວາມຮັກແພງ", ລະດົມການສະໜັບສະໜູນ. ເຂົາເຈົ້າເຮັດຊີ້ນຝອຍທີ່​ແຊບຫອມ, ຫຸ້ມຫໍ່ເພື່ອສົ່ງໄປຊ່ວຍເຫຼືອປະຊາຊົນນະຄອນໂຮ່ຈີມິນ.

ຄວາມຮັກແພງພີ່ນ້ອງຮ່ວມຊາດ ຊ່ວຍປະຊາຊົນຢູ່ໃນເຂດເກີດການລະບາດ ເພື່ອເອົາຊະນະຄວາມຫຍຸ້ງຍາກ
ຄວາມຮັກແພງພີ່ນ້ອງຮ່ວມຊາດ ຊ່ວຍປະຊາຊົນຢູ່ໃນເຂດເກີດການລະບາດ ເພື່ອເອົາຊະນະຄວາມຫຍຸ້ງຍາກ. (ພາບ: VOV)

ຢູ່ແຂວງກວາງບິ່ງ, ສະຫະພັນແມ່ຍິງເມືອງເລຖູຍ ໄດ້ຮຽກຮ້ອງໃຫ້ສະມາຊິກ ແລະ ຊາວກະສິກອນ ປະກອບສ່ວນພືດຜັກ ແລະ ຜະລິດຕະພັນກະເສດເພື່ອໜູນຊ່ວຍປະຊາຊົນນະຄອນໂຮ່ຈີມິນ. ໃນເວລາພຽງມື້ດຽວ, ສະມາຄົມ ລະດົມຜະລິດຕະພັນກະເສດສົດ​ໃໝ່ໄດ້ຫຼາຍກວ່າ 2 ໂຕນ, ສົ່ງໄປຊ່ວຍເຫຼືອປະຊາຊົນຢູ່ໃນເຂດທີ່ຖືກປິດກັ້ນ.

ສະຫະພັນຊາວໜຸ່ມແຂວງກວາງບິ່ງ ກໍ່ໄດ້ປຸກລະດົມໂຄງການ “​ເຂົ້າປຽກກວາງບິ່ງ - ອາຫານເຊົ້າແຫ່ງ ຄວາມຮັກ​ແພງສຳລັບຄົນທີ່ພວມ​ປະ​ຕິ​ບັດ​ມາດ​ຕ​ະ​ການກັກກັນ” ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນຢູ່ພາກໃຕ້.

ໂຄງການ “ປະຊາຊົນກວາງບິ່ງ ປະກອບສ່ວນປາ ສົ່ງໃຫ້ນະຄອນໂຮ່ຈີມິນ” ໄດ້ຈັດຕັ້ງປະຕິບັດໂດຍສະໂມສອນທ່ອງທ່ຽວກວາງບິ່ງ, ໄດ້ຮຽກຮ້ອງບໍລິຈາກປາສົດປະມານ 18 ໂຕນ ເພື່ອສົ່ງໃຫ້ປະຊາຊົນຢູ່ນະຄອນໂຮ່ຈີມິນ. ການສົ່ງປາໄປພາກໃຕ້ ແມ່ນໄດ້​ປະ​ຕິ​ບັດຕາມຂັ້ນຕອນການຮັບປະກັນການປ້ອງກັນການລະບາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.