ຊຸກຍູ້ການພິມຈຳໜ່າຍປຶ້ມຫວຽດນາມ ອອກໄປສູ່ໂລກ

11:20 | 06/08/2021

ຍສໝ - ເມື່ອບໍ່ດົນມານີ້, ມີຫຼາຍຜົນງານການຂຽນພາຍໃນປະເທດ ໄດ້ພິມຈຳໜ່າຍອອກໄປສູ່ໂລກ ດ້ວຍຫຼາຍພາສາ, ໃນນັ້ນມີຫຼາຍຜົນງານການຂຽນວັນນະຄະດີກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ເດັກນ້ອຍ ...

ມູນ​ຄ່າການ​ນໍາ​ເຂົ້າ ​ແລະສົ່ງ​ອອກຜະລິດ​ຕະພັນກະສິກຳ, ປ່າ​ໄມ້ ​ແລະສິນ​ໃນ​ນໍ້າຂອງຫວຽດນາມ ບັນລຸ​ຫຼາຍກວ່າ 53 ຕື້ໂດ​ລາສະຫະລັດ ມູນ​ຄ່າການ​ນໍາ​ເຂົ້າ ​ແລະສົ່ງ​ອອກຜະລິດ​ຕະພັນກະສິກຳ, ປ່າ​ໄມ້ ​ແລະສິນ​ໃນ​ນໍ້າຂອງຫວຽດນາມ ບັນລຸ​ຫຼາຍກວ່າ 53 ຕື້ໂດ​ລາສະຫະລັດ
ສະເຫຼີມສະຫຼອງ 26 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການ ສະເຫຼີມສະຫຼອງ 26 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການ

ສຳນັກພິມຈຳໜ່າຍ ແລະ ບໍລິສັດປຶ້ມຫຼາຍແຫ່ງໃນທົ່ວປະເທດ ໄດ້ນຳເອົາ​ຜົນ​ງານ​​ການ​ຂຽນຈຳນວນຫຼາຍ ພິມຈຳໜ່າຍອອກໄປສູ່ໂລກ ເຊັ່ນ: ຈວຽນກ່ຽວ, ບັນທຶກປະຈຳວັນຂອງ ດັ້ງທຸ່ຍເຈີມ, ແມງຈີ່ຫຼີດພ​ະ​ຈົນ​ໄພ, ໃຫ້ຂ້ອຍ​ຂໍປີ້ໄປ​ໃນ​ໄວໜຸ່ມນ້ອຍ ..

ຊຸກຍູ້ການພິມຈຳໜ່າຍປຶ້ມຫວຽດນາມ ອອກໄປສູ່ໂລກ
ຊຸກຍູ້ການພິມຈຳໜ່າຍປຶ້ມຫວຽດນາມ ອອກໄປສູ່ໂລກ.

ການຂາຍລິຂະສິດປຶ້ມອອ​ກຕ່າງປະເທດ ຕົ້ນຕໍແມ່ນຜ່ານການເຊື່ອມຕໍ່ຈາກງານວາງສະແດງປຶ້ມສາກົນ, ຜ່ານ​ຄົນກາງລິຂະສິດ, ​ພື້​ນ​ຖານດີຈີຕອນ... ເພື່ອຂາຍລິຂະສິດໄດ້, ສຳນັກພິມຈຳໜ່າຍ ຫຼື ຜູ້ຂຽນເອງ ຕ້ອງເປັນ​ເຈົ້າ​ການລິເລີ່ມໃນການແນະນໍາ, ເຊື່ອມຕໍ່, ປະຕິບັດຕາມຂັ້ນຕອນເມື່ອຮ່ວມມືກັບຕ່າງ​ປະ​ເທດ.

ເນື້ອໃນສ່ວນໃຫຍ່ຂອງປຶ້ມທີ່ຂາຍລິຂະສິດ ​ລ້​ວນ​ແຕ່ມີປັດ​ໄຈວັດທະນະທຳ, ສັງຄົມ ແລະ ​ຈຸດ​ພິ​ເສດທຳມະຊາດຂອງຫວຽດນາມ. ຜູ້ຕາງໜ້າສຳນັກພິມຈຳໜ່າຍ ໄດ້ກ່າວວ່າ ຄູ່ຮ່ວມງານຕ່າງປະເທດທີ່ຊື້ລິຂະສິດ ບໍ່ພຽງແຕ່​ສົນ​ໃຈ​ເຖິງຄຸນນະພາບຂອງເນື້ອໃນ​ຜົນ​ງານ​​ການ​ຂຽນເທົ່ານັ້ນ ແຕ່ຍັງເອົາໃຈໃສ່​ເຖິງ​ທັງຮູບການ, ໃນ​ນັ້ນ ມີ​ໂຄງ​ຮ່າງ​ການນຳສະເໜີ ແລະ ​ຕົວ​ຢ່າງ​ປະກອບຕື່ມ.

ຫົວໜ້າກົມພິມຈຳໜ່າຍ, ພິມ ແລະ ຈຳໜ່າຍ ຫງວຽນຫງວຽນ ກ່າວວ່າ ນອກຈາກການເຜີຍ​ແຜ່​ສີ​ສັນ ວັດທະນະທຳ ແລະ ຊາວຫວຽດນາມ ແລ້ວ, ບັນດາ​ຜົນ​ງານ​​ການ​ຂຽນທີ່ມີລັກ​ສະ​ນະສະພາບການປະຈຸບັນ, ສັງ​ຄົມ ເຊັ່ນ: ການປ້ອງກັນພະຍາດ, ການປົກປັກຮັກສາສິ່ງແວດລ້ອມ, ຍົກ​ສູງຊີວິດທາງດ້ານຈິດໃຈ... ຈະໄດ້ຮັບຄວາມສົນ​ໃຈ​ກວ່າ. ການ​ສົ່​ງ​ເສີມ​ພື້ນ​ຖານດີຈີຕອນ, ການພັດທະນາການ​ບໍ​ລິ​ການສື່ສານ​ໂຄ​ສະ​ນາ, ການເຊື່ອມຕໍ່ລະຫວ່າງບັນດາໜ່ວຍງານ, ນະໂຍບາຍໜູນຊ່ວຍການສົ່ງອອກວັດທະນະທໍາຜ່ານປຶ້ມ ແມ່ນຍັງເປັນບັນຫາທີ່ຄວນໄດ້ຮັບ​ຄວາມເອົາໃຈໃສ່ ແລະ ​ຍູ້​ແຮງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.