ຕາມກະຊວງກະສິກຳ ແລະພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນໄລຍະ 7 ເດືອນຜ່ານມາ, ມູນຄ່າການນໍາເຂົ້າ ແລະສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ ແລະສິນໃນນໍ້າຂອງຫວຽດນາມ ບັນລຸຫຼາຍກວ່າ 53,2 ຕື້ໂດລາສະຫະລັດ. ໂດຍສະເພາະຜະລິດຕະພັນທີ່ມີມູນຄ່າສົ່ງອອກເພີ່ມຂຶ້ນ, ເຊັ່ນ: ຢາງພາລາ, ພືດຜັກ, ໝາກໄມ້, ພິກໄທ, ໝາກມ່ວງຫິມະພານ, ຜະລິດຕະພັນຈາກສັດລ້ຽງ ແລະອື່ນໆໄດ້ເພີ່ມຂຶ້ນທັງໃນດ້ານປະລິມານ ແລະມູນຄ່າການສົ່ງອອກ. ສ່ວນຕະຫຼາດສົ່ງອອກທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ຄື: ສ.ອາເມລິກາ ໂດຍມີມູນຄ່າການສົ່ງອອກຫຼາຍກວ່າ 8,2 ຕື້ໂດລາສະຫະລັດ ຖັດມາແມ່ນ ຈີນ ແລະຍີ່ປຸ່ນ.
![]() |
ພາບປະກອບ |
ວັນທີ 26 ພຶດສະພາ, ໝາກລິ້ນຈີ່ ຂອງເມືອງ ເຕີນອຽນ ແຂວງ ບັກຢາງ ປະມານ 20 ໂຕນໄດ້ສົ່ງໄປຍັງ ຍີ່ປຸ່ນ. ເພື່ອແຊກຊຶມເຂົ້າຕະຫລາດທີ່ເຄັ່ງຄັດກັບຄຸນນະພາບສິນຄ້າຄື ຕະຫລາດຍີ່ປຸ່ນ, ຕ້ອງປະຕິບັດວຽກງານຮັບປະກັນຄວາມປອດໄພກ່ຽວກັບໂລກລະບາດ, ຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ບັນດາເງື່ອນໄຂຈຳເປັນ. ວັນທີ 25 ພຶດສະພາ, ໝາກມ່ວງຂອງເມືອງ ເມື່ອງລາ ແຂວງ ເຊີນລາ ປະມານ 60 ໂຕນ ໄດ້ສົ່ງໄປຍັງຕະຫລາດຈີນ. ນີ້ແມ່ນສັນຍານທີ່ເປັນຫນ້າຊື່ນຊົມ, ສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງທັງການນຳກະຊວງ, ຂະແຫນງການ, ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຊາວກະສິກອນ.
ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ຫລາຍທ້ອງຖິ່ນຢູ່ ຫວຽດນາມ ພວມປະຕິບັດການປິດເມືອງ ຫລື ແຍກຫ່າງສັງຄົມ ອັນໄດ້ເຮັດໃຫ້ການຈຳຫນ່າຍ, ສົ່ງອອກຜະລິດຕະພັນກະເສດປະສົບກັບຄວາມຫຍຸ້ງຍາກ. ຕໍ່ຫນ້າສະພາບການດັ່ງກ່າວ, ກະຊວງອຸດສາຫະກຳ ພ້ອມກັບບັນດາທ້ອງຖິ່ນໄດ້ຂຶ້ນແຜນແກ້ໄຂຄວາມຫຍຸ້ງຍາກ, ຫນູນຊ່ວຍປະຊາຊົນ, ວິສາຫະກິດ, ຈຳຫນ່າຍ, ສົ່ງອອກຜະລິດຕະພັນກະເສດໃຫ້ມີຄວາມສະດວກ.
ໂລກລະບາດໂຄວິດ 19 ພວມສົ່ງຜົນກະທົບຢ່າງແຮງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ຈຳຫນ່າຍຜະລິດຕະພັນກະເສດຢູ່ພາຍໃນ ແລະ ການສົ່ງອອກ ແຕ່ກໍ່ແມ່ນໂອກາດເພື່ອໃຫ້ທັງ ຜູ້ຜະລິດ ແລະ ວິສາຫະກິດ ຊອກຫາວິທີການສຳຜັດໃຫມ່ກັບລູກຄ້າ. ໃນໄລຍະຍາວ, ສິ່ງນີ້ກໍ່ນຳມາເຊິ່ງຄຸນຄ່າຫລາຍຢ່າງໃຫ້ແກ່ພື້ນຖານກະສິກຳ ຫວຽດນາມ. ດ້ວຍການສົມທົບຈາກບັນດກະຊວງ, ຂະແຫນງການ, ທ້ອງຖິ່ນ, ບັນດາປະເພດສິນຄ້າຜະລິດຕະພັນກະເສດຂອງຫວຽດນາມ ໄດ້ ແລະ ພວມສົ່ງເຖິງຜູ້ບໍລິໂພກພາຍໃນ ແລະ ຕ່າງປະເທດ. ນີ້ກໍ່ແມ່ນສິ່ງທີ່ພິສູດໃຫ້ເຫັນປະສິດທິດຜົນໃນການປະຕິບັດ ເປົ້າໝາຍຄວບຄູ່ ທັງປ້ອງກັນສະກັດກັ້ນໂລກລະບາດ ທັງພັດທະນາເສດຖະກິດ ຕາມການຊີ້ນຳຂອງລັດຖະບານ.
ໄຊພອນ