ລາວ: ປັດຈຸບັນມີຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ ນະຄອນຫລວງວຽງຈັນ 3 ຄົນ ແລະ ຢູ່ຈຳປາສັກ 1 ຄົນ | |
COVID-19: ນຳສົ່ງພົນລະເມືອງຫວຽດນາມ 368 ຄົນ ຈາກມາກາວ (ປະເທດຈີນ) ກັບຄືນປະເທດ |
![]() |
ພາບປະກອບ |
ກະຊວງການຕ່າງປະເທດ ແລະອົງການເຈົ້າໜ້າທີ່ຫວຽດນາມ ໄດ້ປະສານສົມທົບກັບສະຖານທູດ ຈັດຖ້ຽວບິນສະເພາະ ຄັ້ງທີ 6 ເພື່ອພາພົນລະເມືອງຫວຽດນາມ 180 ຄົນທີ່ຕົກຄ້າງຢູ່ມຽນມາ ກັບຄືນປະເທດ.
ຄາດວ່າ ຖ້ຽວບິນດັ່ງກ່າວຈະໄດ້ດຳເນີນການໂດຍ ສາຍການບິນ Vietjet Air ໃນວັນທີ 10 ສິງຫາ 2021, ເຊິ່ງຈະອອກເດີນທາງຈາກສະໜາມບິນສາກົນ Yangon ແລະລົງຈອດທີ່ສະໜາມບິນສາກົນ ເວີນດົ່ນ. ສ່ວນເວລາເຮືອບິນ ອອກເດີນທາງຈາກ Yangon ແລະ ເລກໝາຍຖ້ຽວບິນຈະແຈ້ງໂດຍສະຖານທູດຫວຽດນາມປະຈໍາມຽນມາ ພາຍຫຼັງໄດ້ຮັບຂໍ້ມູນຈາກອົງການພາຍໃນປະເທດ.
ລາຍຊື່ຂອງພົນລະເມືອງຫວຽດນາມ ທີ່ກັບຄືນປະເທດໃນຖ້ຽວບິນນີ້ ແມ່ນຜູ້ທີ່ຢູ່ໃນບັນຊີລາຍຊື່ຂອງພົນລະເມືອງ 500 ຄົນທີ່ຈົດທະບຽນ ມີຄວາມຕ້ອງການກັບຄືນປະເທດ ເຊິ່ງສົ່ງໄປຍັງທີ່ຢູ່ອີເມວ [email protected] ແຕ່ວັນທີ 20-24 ພຶດສະພາ 2021 ຕາມຄໍາແນະນໍາໃນແຈ້ງການເລກທີ 09/2021 ລົງວັນທີ 20 ພຶດສະພາ 2021 ຂອງສະຖານທູດຫວຽດນາມ ປະຈຳມຽນມາ. ປະຈຸບັນ, ບັນຊີລາຍຊື່ຂ້າງເທິງໄດ້ຖືກສັງລວມໂດຍສະຖານທູດ ແລະສົ່ງໃຫ້ບັນດາອົງການເຈົ້າໜ້າທີ່ກ່ຽວຂ້ອງພາຍໃນປະເທດ ເພື່ອພິຈາລະນາອະນຸມັດຕາມລະບຽບການຂອງລັດຖະບານ.
ສະຖານທູດຈະຕິດຕໍ່ ແລະແຈ້ງໂດຍກົງໃຫ້ກັບພົນລະເມືອງແຕ່ລະຄົນທີ່ມີຊື່ຢູ່ໃນບັນຊີລາຍຊື່ໂດຍທັນທີຫຼັງຈາກໄດ້ຮັບການອະນຸມັດຈາກບັນດາອົງການເຈົ້າໜ້າທີ່ພາຍໃນປະເທດ.
ກ່ອນໜ້ານີ້, ເພື່ອຮັບໃຊ້ການປ້ອງກັນການລະບາດຂອງພະຍາດໂຄວິດ - 19, ວັນທີ 20 ກໍລະກົດ 2021, ສະຖານທູດຫວຽດນາມ ປະຈຳມຽນມາ ໄດ້ຈັດການແລກປ່ຽນທາງອອນລາຍ ລະຫວ່າງ ທ່ານໝໍ ຫງວຽນກວັກຖ໊າຍ ຈາກສູນພະຍາດເຂດຮ້ອນ, ໂຮງໝໍ ແບກມາຍ ກັບຊຸມຊົນຫວຽດນາມ, ວິສາຫະກິດ ຫວຽດນາມ ຢູ່ໃນມຽນມາ.
ຢູ່ທີ່ນີ້, ທ່ານໝໍ ຫງວຽນກວັກຖ໊າຍ ໄດ້ແລກປ່ຽນຄວາມຮູ້, ມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ -19; ແນະນໍາຂັ້ນຕອນ, ວິທີການແກ້ໄຂສໍາລັບຄົນເຈັບທີ່ຕິດເຊື້ອ, ການປິ່ນປົວຢູ່ກັບເຮືອນ.
ໄຊພອນ