ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ

22:02 | 28/02/2021

ຍສໝ - ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.

ຫວຽດນາມ ຮຽກຮ ອງໃຫ ປະຊາຄ ມສາກ ນສະໜ ບສະໜ ນອາຊຽນ ໃນການຊ ວຍເຫ ອມຽນມາ ຫວຽດນາມ ແນະນຳມຽນມາ ຮັບປະກັນຄວາມປອດໄພໃຫ້ພົນລະເມືອງຫວຽດນາມ
ຫວຽດນາມ ຮຽກຮ ອງໃຫ ປະຊາຄ ມສາກ ນສະໜ ບສະໜ ນອາຊຽນ ໃນການຊ ວຍເຫ ອມຽນມາ ກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພ້ອມແລ້ວທີ່ຈະປົກປ້ອງພົນລະເມືອງຫວຽດນາມ ຢູ່ມຽນມາ

ວັນທີ 26 ກຸມພາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມບໍ່ເປັນທາງການ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ, ທ່ານ ດັ້ງດິງກູຍ ໄດ້ເນັ້ນໜັກວ່າ ສະພາບການຜັນແປຢູ່ ມຽນມາ ໃນປັດຈຸບັນ ແມ່ນສົ່ງຜົນກະທົບບໍ່ດີຕໍ່ສະຖຽນລະພາບ, ການພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ມຽນມາ.

ຫວຽດນາມ ຮຽກຮ ອງໃຫ ປະຊາຄ ມສາກ ນສະໜ ບສະໜ ນອາຊຽນ ໃນການຊ ວຍເຫ ອມຽນມາ
ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ. (ພາບ: TTXVN)

ທ່ານດັ້ງດິງກູຍ ໄດ້ຮຽກຮ້ອງໃຫ້ບັນດາຝາຍທີ່ກ່ຽວຂ້ອງ ຈົ່ງລະງັບໃຈ, ຫຼີກລ້ຽງບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ດຳເນີນການເຈລະຈາ ເພື່ອມຸ່ງໄປເຖິງວິທີການແກ້ໄຂທີ່ເໝາະສົມ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍຂອງ ມຽນມາ ກໍຄື ຄວາມມຸ່ງມາດປາດຖະໜາ ແລະ ເຈດຈຳນົງຂອງປະຊາຊົນ ມຽນມາ.

ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ ກໍສະແດງຄວາມປາດຖະໜາຂອງ ຫວຽດນາມ ທີ່ວ່າ ມຽນມາ ຈະກັບຄືນສູ່ສະພາບເປັນປົກກະຕິໂດຍໄວ ເພື່ອການພັດທະນາຂອງ ມຽນມາ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ວິວັດການສ້າງປະຊາຄົມ ອາຊຽນ

ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ ກໍຢັ້ງຢືນວ່າຫວຽດນາມ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.

ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ໃຫ້ຮູ້ວ່າຈະຈັດຕັ້ງກອງປະຊຸມພິເສດຂັ້ນລັດຖະມົນຕີການຕ່າງປະເທດ ກັບບັນດາປະເທດສະມາຊິກໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ.ນີ້ແມ່ນກອງປະຊຸມທຳອິດຂອງການນຳກະຊວງການຕ່າງປະເທດ 10 ປະເທດ ສະມາຊິກ ອາຊຽນ ນັບແຕ່ເມື່ອ ມຽນມາ ຕົກເຂົ້າສູ່ສະພາບຈົນຕາແຈດ້ານການເມືອງ ນັບແຕ່ຕົ້ນເດືອນກຸມພາມານີ້. ຕາມບັນດາແຫຼ່ງຂ່າວແລ້ວ, ບັນດາປະເທດສະມາຊິກຂອງ ອາຊຽນ ສ່ວນຫຼາຍ ຕ່າງກໍສະແດງຄວາມພ້ອມທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໃນນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ Wunna Maung Lwin ກໍຈະເຂົ້າຮ່ວມ.

ຫວຽດນາມ ຮຽກຮ ອງໃຫ ປະຊາຄ ມສາກ ນສະໜ ບສະໜ ນອາຊຽນ ໃນການຊ ວຍເຫ ອມຽນມາ ການນຳຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍສະເຫຼີມສະຫຼອງວັນເອກະລາດ ຂອງສາທາລະນະລັດສະຫະພັນມຽນມາ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານຊົມເຊີຍອວຍພອນ ເຖິງປະທານາທິບໍດີແຫ່ງສາທາລະນະລັດສະຫະພັນມຽນມາ ທ່ານ U Win Myint ໃນວັນຄົບຮອບ 73 ປີແຫ່ງວັນເອກະລາດຂອງສາທາລະນະລັດຖະບານກາງມຽນມາ.

ຫວຽດນາມ ຮຽກຮ ອງໃຫ ປະຊາຄ ມສາກ ນສະໜ ບສະໜ ນອາຊຽນ ໃນການຊ ວຍເຫ ອມຽນມາ ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​​ຂ​ັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ

ຍ​ສ​ໝ - ສອງຝ່າຍເຫັນດີຈະຈັດການປຶກສາຫາລືດ້ານການເມືອງຄັ້ງທີ 10 ໃນປີ 2021.

ຫວຽດນາມ ຮຽກຮ ອງໃຫ ປະຊາຄ ມສາກ ນສະໜ ບສະໜ ນອາຊຽນ ໃນການຊ ວຍເຫ ອມຽນມາ ຫວຽດ​ນາມ​​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19 ໃຫ້​ແກ່ມຽນ​ມາ

ຍ​ສ​ໝ - ນີ້​ແມ່​ນ​ບັ້ນ​ສະ​ໜັບ​ສະ​ໜູນ​ທີ 4 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໃຫ້​ແກ່​ມຽນ​ມາ, ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່, ການ​ແບ່ງ​ປັນ, ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ມຽນ​ມ​າ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ສອງ​ປະ​ເທດໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.