ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂຄວິດ - 19

15:17 | 24/07/2021

ຍ​ສ​ໝ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຫາ​ກໍ່​ມີ​ເອ​ກະ​ສານ​ທາງ​ການ ເລກ​ທີ 5 ສົ່ງ​ໄປ​ຍັງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນຂຶ້ນ​ກັບ​ສູນ​ກາງ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ ແລະ ຜູ້​ນຳ​ໃຊ້​ແຮງ​ງານ​ທີ່ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ເບີກ​ຈ່າຍ​ເງິນກວ່າ 113 ຕື້​ດົ່ງ ເພື່ອໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ໂຄວິດ - 19 ຮອບ​ທີ 4 ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ເບີກ​ຈ່າຍ​ເງິນກວ່າ 113 ຕື້​ດົ່ງ ເພື່ອໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ໂຄວິດ - 19 ຮອບ​ທີ 4
ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂຄວິດ - 19
ພາບ​ປະ​ກອບ: TTXVN

ຕາມ​ນັ້ນ​ແລ້ວ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ສະເໜີ​ໃຫ້​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ສືບ​ຕໍ່​ເອົາ​ໃຈ​ໃສ່, ຊີ້​ນຳ​ສຸມ​ໃສ່​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 68 ໃນ​ວັນ​ທີ 1 ກໍ​ລະ​ກົດ 2021 ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ບາງ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານ ແລະ ຜູ້​ນຳ​ໃຊ້​ແຮງ​ງານທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ, ຮັບ​ປະ​ກັນ​ນະ​ໂຍ​ບາຍ​ໄປ​ເຖິງ​ຜູ້​ອອກ​ແຮ​ງ​ງານ, ຜູ້​ນຳ​ໃຊ້​ແຮງ​ງານ ແລະ ປະ​ຊາ​ຊົນ​ຢ່າງ​ທັນ​ການ, ຄົບ​ຖ້ວນ, ຖືກ​ຕ້ອງ​ເປົ້າ​ໝາຍ.

ສ້າງ​ແຜນ​ການ​ຜັນ​ຂະ​ຫຍາຍ​ຄຳ​ສັ່ງ​ເລກ​ທີ 23/2021/QĐ-TTg ຕາມ​ລັກ​ສະ​ນະພິເສດ​ຂອງ​ທ້ອງ​ຖິ່ນ, ເປັນ​ເຈົ້າ​ການ​ໃນ​ການ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຂອງ​ທ້ອງ​ຖິ່ນ ແລ​ະ ຊີ້​ນຳ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໃນ​ບໍ​ລິ​ເວນ, ອີງໃສ່​ສະ​ພາບ​ການ​ຕິວ​ຈິງ​ຂອງ​ທ້ອງ​ຖິ່ນ ເພື່ອ​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່​ບໍ່​ມີ​ສັນ​ຍາ​ແຮງ​ງານ ແລະ ບາງ​ເປົ້າ​ໝາຍ​ພິ​ເສດ​ຕ່າງ.

ຊີ້​ນຳ​ຜັນ​ຂະ​ຫຍາຍ​ການກວດ​ກາ​ຄືນ​ໃໝ່, ສະ​ຖິ​ຕິ​ການ​ໃຊ້​ຈ່າຍ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ໜູນ​ຊ່ວຍ, ພິ​ເສດ​ແມ່ນ​ບັນ​ດາ​ເປົ້າ​ໝາຍ​ໜູນ​ຊ່ວຍ​ໂດຍ​ກົງ​ດ້ວຍ​ເງິນ, ພ້ອມ​ທັງ​ຊີ້​ນຳ​ບັນ​ດາ​ອົງ​ການ​ວີ​ຊາສະເພາະ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອັບ​ເດດ​ຂໍ້​ມູນ​ເປັນ​ປະ​ຈຳ, ລາຍ​ງານ​ສະ​ພາບ​ການ, ໝາກ​ຜົນ​ການ​ໜູນ​ຊ່ວຍ​ບັນ​ດາ​ເປົ້າ​ໝາຍ​ບົນ​ລະ​ບົບ​ຂ​ໍ້​ມູນ​ລາຍ​ງານ​ຕໍ່​ລັດ​ຖະ​ບານ.

ບັນ​ດາ​ພະ​ແນກ​ແຮງ​ງານ ທະ​ຫານ​ເສຍ​ອົ​ງ​ຄະ ແລະ ສັງ​ຄົມ ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ພິ​ເສດ​ໃນ​ບັນ​ດາ​ຮາກ​ຖານ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ທີ່ມີ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຮາກ​ຖານ​ໜູນ​ຊ່ວຍ​ສັງ​ຄົມ, ຮາກຖານບຳບັດຢາເສບຕິດ, ມີ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່​າງ​ປອດ​ໄພ​ສຳ​ລັບແຂກທີ່​ມາ​ຢາມ, ບໍ່​ຮັບ​ເປົ້າ​ໝາຍ​ໃໝ່.

ກ​ໍ​ລະ​ນີ​ຕ້ອງ​ຮັບ​ໂດຍ​ດ່ວນ, ຮາກ​ຖານ​ຕ້ອງ​ສົມ​ທົບ​ກັບ​ພະ​ແນກ​ສ​າ​ທາ​ລະ​ນະ​ສຸກ​ໃນ​ບໍ​ລ​ິ​ເວນ​ຈັດ​ຕັ້ງ​ການ​ວິ​ໄຈ, ສັບ​ຊ້ອນ​ສະ​ຖານ​ທີ່​ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ແບ່ງ​ວຽກ​ງານ​ໃຫ້​ແກ່​ພະ​ນັກ​ງານໝູນ​ວຽນ​ກັນ​ເບິ່ງ​ແຍງ​ດູ​ແລ​ເປົ້າ​ໝາຍ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ບໍ່​ປະ​ໃຫ້​ແຜ່​ລະ​ບາດ​ໃນ​ຮາກ​ຖານນີ້. ກໍ​ລະ​ນີ​ປະ​ໃຫ້​ເກີດ​ເຊື້ອ​ໃນ​ຮາກ​ຖານ, ຜູ້​ນຳ​ໜ້າ​ຮາກ​ຖານ​ຕ້ອງ​ຮັບ​ຜິດ​ຊອບ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.