ຫວຽດ​ນາມ ​ຮອງ​ຮັບ​ວັກ​ຊິນ Moderna ກັນ​ໂຄວິດ - 19 ຈາກ​ອາ​ເມ​ລິ​ກາ ກ່​ວາ 1,5 ລ້ານ​ໂດ​ສ

10:57 | 27/07/2021

ນີ້ແມ່ນງວດວັກຊິນໃນຈຳນວນວັກຊິນ 80 ລ້ານໂດສ ເຊິ່ງທ່ານ Joe Biden ປະທານາທິບໍດີ ອາເມລິກາ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ ເພື່ອຕອບສະໜອງຄວາມຕ້ອງການສັກວັກຊິນໃນທົ່ວໂລກ.

ລັດ​ຖະ​ບານ ມີ​ການ​ດັດ​ປັບ​ທີ່​ເໝ​າ​ະ​ສົມ​ເພື່ອ​ຮັບ​ປະ​ກັນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລັດ​ຖະ​ບານ ມີ​ການ​ດັດ​ປັບ​ທີ່​ເໝ​າ​ະ​ສົມ​ເພື່ອ​ຮັບ​ປະ​ກັນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຈະ​ມີ​ວັກ​ຊິນ​ Moderna ກັນ​ໂຄວິດ - 19ຕື່ມ​ອີກ 3 ລ້ານໂດສ ມາ​ຫວຽດ​ນາມ ຈະ​ມີ​ວັກ​ຊິນ​ Moderna ກັນ​ໂຄວິດ - 19ຕື່ມ​ອີກ 3 ລ້ານໂດສ ມາ​ຫວຽດ​ນາມ
ຫວຽດ​ນາມ ​ຮອງ​ຮັບ​ວັກ​ຊິນ Moderna ກັນ​ໂຄວິດ - 19 ຈາກ​ອາ​ເມ​ລິ​ກາ ກ່​ວາ 1,5 ລ້ານ​ໂດ​ສ
ການນຳກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ຮັບງວດວັກຊິນກັນໂຄວິດ - 19 ໂດຍ ອາເມລິກາ ຊ່ວຍເຫຼືອຜ່ານກົນໄກ COVAX (ພາບ: baochinhphu)

ຕອນຄ່ຳວັນທີ 25 ກໍລະກົດ, ຕາງໜ້າລັດຖະບານ ຫວຽດນາມ, ທ່ານ ເຈິ່ນວັນທ໊ວນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ໂຕແອງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີມອບຮັບວັກຊິນງວດທີ 2 ລວມມີ 1.500.100 ໂດສ ໃນຈຳນວນວັນຊິນ Moderna ກັນໂຄວິດ - 19 ກ່ວາ 3.000.060 ໂດສໃນຄັ້ງນີ້, ເຊິ່ງຝ່າຍ ອາເມລິກາ ຊ່ວຍເຫຼືອ ຜ່ານກົນໄກ Covax ເພື່ອນຳໃຊ້ໂດຍດ່ວນ ໃຫ້ແກ່ບັ້ນຍຸດທະສາດສັກວັກຊິນກັນໂຄວິດ - 19.

ນີ້ແມ່ນງວດວັກຊິນໃນຈຳນວນວັກຊິນ 80 ລ້ານໂດສ ເຊິ່ງທ່ານ Joe Biden ປະທານາທິບໍດີ ອາເມລິກາ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ ເພື່ອຕອບສະໜອງຄວາມຕ້ອງການສັກວັກຊິນໃນທົ່ວໂລກ. ມາຮອດປັດຈຸບັນ, ອາເມລິກາ ໄດ້ຊ່ວຍເຫຼືອ ຫວຽດນາມ ວັກຊິນ Moderna ກ່ວາ 5 ລ້ານໂດສ ໃນຍອດຈຳນວນ 23 ລ້ານໂດສ ທີ່ສະຫງວນໃຫ້ແກ່ 20 ປະເທດ ແລະ ເຂດແຄວ້ນຢູ່ ອາຊີ.

ກ່າວຄຳເຫັນທີ່ພິທີ, ການນຳກະຊວງສາທາລະນະສຸກ ແລະ ກະຊວງການຕ່າງປະເທດ ໄດ້ຕີລາຄາສູງການແບ່ງປັນ, ຊ່ວຍເຫຼືອ ຫວຽດນາມ ຢ່າງທັນການຂອງຝ່າຍ ອາເມລິກາ ຜ່ານກົນໄກ COVAX. ຫວຽດນາມ ມີຄວາມປາດຖະໜາຢາກ ບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ສືບຕໍ່ຍົກສູງຈິດໃຈສາມັກຄີ, ຄວາມຮັບຜິດຊອບ, ເພີ່ມທະວີການແບ່ງປັນວັກຊິນ, ອຸປະກອນ ແລະ ຢຸກຢາ ເພື່ອຄວບຄຸມໂລກລະບາດໂຄວິດ - 19 , ນຳຊີວິດຂອງ ປະຊາຊົນກັບຄືນສູ່ສະພາບທີ່ເປັນປົກກະຕິໂດຍໄວ.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບວັກຊິນ ກ່ວາ 11 ລ້ານໂດສ ຈາກບັນດາປະເທດ ແລະ ບັນດາຄູ່ຮ່ວມມື ໃນນັ້ນມີກົນໄກ COVAX.

vovworld.vn

ເຫດການ
302 Found

Found

The document has moved here.