ການໂຄສະນາອາຫານການກິນຫວຽດນາມ ຢູ່ອານເຊຣີ

14:48 | 28/07/2021

ທີ່ການໂຄສະນາອາຫານການກິນ, ອາຫານສອງເຍື່ອງຂອງຫວຽດນາມ ແມ່ນແນມ ແລະເຝີໂດຍພະນັກງານສະຖານທູດແນະນໍາວິທີປຸງແຕ່ງ, ປະດັບຢ່າງລະອຽດ.

ເພີ່ມທະວີການພົວພັນຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ອາເມລິກາ ເພີ່ມທະວີການພົວພັນຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ອາເມລິກາ
ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ
undefined
ການແນະນໍາວິທີປຸງແຕ່ງເຝີງົວ ແລະແນມຈືນຢູ່ໂຮງຮຽນ ESHRA. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 25 ກໍລະກົດ, ສະຖານທູດຫວຽດນາມ ປະຈໍາ ອານເຊຣີ ແລະໂຮງຮຽນວິທະຍາໄລໂຮງແຮມ ແລະຮ້ານອາຫານ Algiers (ESHRA) ສົມທົບກັນຈັດຕັ້ງ “ການໂຄສະນາອາຫານການກິນຫວຽດນາມ-ອານເຊຣີ”, ເພື່ອແນໃສ່ເຜີຍແຜ່ວັດທະນະທໍາອາຫານການກິນຫວຽດນາມ ເຖິງເພື່ອນມິດອານເຊຣີ ແລະພະນັກງານ, ພາລະກອນສະຖານທູດອາດຮໍ່າຮຽນເອົາວັດທະນະທໍາອາຫານການກິນຢູ່ປະເທດປະຈໍາຖິ່ນຕື່ມອີກ.

ອາຫານສອງເຍື່ອງຂອງຫວຽດນາມ ແມ່ນແນມ ແລະເຝີໂດຍພະນັກງານສະຖານທູດແນະນໍາວິທີປຸງແຕ່ງ, ປະດັບຢ່າງລະອຽດ. ສ່ວນໂຮງຮຽນ ESHRA, ອາຫານສອງເຍື່ອງຂອງ Algiers ແມ່ນ Méchoui (ຊີ້ນແກະປີ້ງ) ແລະ salad hamis ໂດຍຄູສອນ ແລະນັກສຶກສາຂອງໂຮງຮຽນກະກຽມ ແລະປຸງແຕ່ງຢ່າງປານີດ. ບັນດາເຍື່ອງອາຫານຂອງສອງປະເທດລ້ວນແຕ່ສ້າງຄວາມປະທັບໃຈກ່ຽວກັບວັດທະນະທໍາອາຫານການກິນທີ່ເປັນສັນຍາລັກ.

la.qdnd.vn

ເຫດການ
302 Found

Found

The document has moved here.