ແຂວງກວ໋າງບີ່ງ ມອບຢາປົວສັດ, ອຸປະກອນການແພດ, ຕ້ານໂລກລະບາດໃຫ້ແກ່ແຂວງຄໍາມ່ວນ

11:39 | 22/07/2021

ຕອນບ່າຍວັນທີ 20 ກໍລະກົດ, ຄະນະກໍາມະການປະຊາຊົນແຂວງກວ໋າງບີ່ງ ໄດ້ຈັດພິທີມອບຢາປົວສັດ, ອຸປະກອນການແພດ ແລະຝຶກອົບຮົມເຕັກນິກການປ້ອງກັນ, ຕ້ານພະຍາດອັກເສບຜິວໜັງຢູ່ງົວ, ຄວາຍໃຫ້ແຂວງຄໍາມ່ວນ.

ອົງການ World Vision ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ສຳລັບຈຸດໂດດດ່ຽວຢູ່ແຂວງດ້ຽນບຽນ ອົງການ World Vision ສະໜັບສະໜູນສິ່ງທີ່ຈຳເປັນ ແລະ ອຸປະກອນການແພດ ສຳລັບຈຸດໂດດດ່ຽວຢູ່ແຂວງດ້ຽນບຽນ
ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ
ທ່ານ ດວ່ານງອັກເລິມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກວ໋າງບີ່ງ ມອບຢາປົວສັດ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດອັກເສບຜິວໜັງຢູ່ງົວ, ຄວາຍໃຫ້ແຂວງຄໍາມ່ວນ. ພາບ: baoquangbinh.vn.
ທ່ານ ດວ່ານງອັກເລິມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກວ໋າງບີ່ງ ມອບຢາປົວສັດ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດອັກເສບຜິວໜັງຢູ່ງົວ, ຄວາຍໃຫ້ແຂວງຄໍາມ່ວນ. ພາບ: baoquangbinh.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ ດວ່ານງອັກເລິມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກວ໋າງບີ່ງ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງແຂວງກວ໋າງບີ່ງ-ຄໍາມ່ວນ ເວົ້າສະເພາະ.

ປະຈຸບັນ, ແຂວງຄໍາມ່ວນ ພວມເກີດພະຍາດອັກເສບຜິວໜັງຢູ່ງົວ, ຄວາຍ, ສົ່ງຜົນສະທ້ອນໃຫຍ່ເຖິງການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການຜະລິດຂອງປະຊາຊົນ. ເພື່ອປະກອບສ່ວນພ້ອມກັບອຳນາດການປົກຄອງ ແລະປະຊາຊົນແຂວງຄໍາມ່ວນ ຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປ, ຄະນະກໍາມະການປະຊາຊົນແຂວງກວ໋າງບີ່ງ ໄດ້ມອບຢາປົວສັດ, ອຸປະກອນການແພດດ້ວຍມູນຄ່າທັງໝົດແມ່ນ 550 ລ້ານດົ່ງ. ແຂວງກວ໋າງບີ່ງ ກໍ່ຈັດຕັ້ງການຝຶກອົບຮົມເຕັກນິກການປ້ອງກັນ, ຕ້ານພະຍາດອັກເສບຜິວໜັງຢູ່ງົວ, ຄວາຍໃຫ້ພະນັກງານປົວສັດແຂວງຄໍາມ່ວນ. ຜ່ານນັ້ນ, ການນໍາແຂວງກວ໋າງບີ່ງ ຫວັງວ່າໂລກລະບາດຈະໄດ້ຮັບການຄວບຄຸມ, ຊ່ວຍຊີວິດການເປັນຢູ່ຂອງປະຊາຊົນ, ການຜະລິດ, ດໍາເນີນທຸລະກິດເປັນປົກກະຕິ.

ສ່ວນທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ກໍ່ຮັບຮູ້ ແລະຕີລາຄາສູງຕໍ່ສາຍພົວພັນຮ່ວມມືລະຫວ່າງສອງແຂວງໃນໄລຍະຜ່ານມາ; ທ່ານເນັ້ນໜັກວ່າ ຂອງຂວັນນີ້ໄດ້ສະແດງໃຫ້ເຫັນອາລົມຈິດຢ່າງຈິງໃຈ, ການແບ່ງປັນຂອງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກວ໋າງບີ່ງ, ປະກອບສ່ວນເຂົ້າໃນການປັບປຸງນໍ້າໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງແຂວງ.

la.qdnd.vn

ເຫດການ
302 Found

Found

The document has moved here.