ການທູດວັກຊິນ- ຈຸດພົ້ນເດັ່ນໃນຜົນງານການທູດ 6 ເດືອນຕົ້ນປີ 2021

13:43 | 20/07/2021

ໃນເງື່ອນໄຂໂລກລະບາດໂຄວິດ-19 ສືບຕໍ່ແຜ່ລະບາດ, ວຽກງານການທູດວັກຊິນຍັງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ປະກອບສ່ວນປະຕິບັດສຳເລັດບາດກ້າວທຳອິດໃນຍຸດທະສາດວັກຊິນເຊິ່ງລັດຖະບານໄດ້ວາງອອກ.

ອົດສະຕາລີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນ Astra Zeneca ຈຳນວນ 1,5 ລ້ານໂດສ ພ້ອມກັບບ້ວງເງິນໜູນຊ່ວຍ 40 ລ້ານ AUD ໃຫ້ແກ່ບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ (ພາບປະກອບ: VGP)
ອົດສະຕາລີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນ Astra Zeneca ຈຳນວນ 1,5 ລ້ານໂດສ ພ້ອມກັບບ້ວງເງິນໜູນຊ່ວຍ 40 ລ້ານ AUD ໃຫ້ແກ່ບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ (ພາບປະກອບ: VGP)

ວຽກງານການພົວພັນຕ່າງປະເທດຂອງຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2021 ໄດ້ຮັບການຜັນຂະຫຍາຍຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ, ບັນລຸບັນດາຜົນງານພົ້ນເດັ່ນ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງລັດຖະບານ ໃນການປະຕິບັດ “ເປົ້າໝາຍຄວບຄູ່”. ພິເສດໃນຜົນງານລວມນັ້ນ, ໃນເງື່ອນໄຂໂລກລະບາດໂຄວິດ-19 ສືບຕໍ່ແຜ່ລະບາດ, ວຽກງານການທູດວັກຊິນຍັງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ປະກອບສ່ວນປະຕິບັດສຳເລັດບາດກ້າວທຳອິດໃນຍຸດທະສາດວັກຊິນເຊິ່ງລັດຖະບານໄດ້ວາງອອກ.

ດ້ວຍເປົ້າໝາຍປະຕິບັດສຳເລັດຍຸດທະສາດວັກຊິນໃນໄລຍະໄວທີ່ສຸດ, ໃນໄລຍະຜ່ານມາ, ມີຍຸດທະສາດບັ້ນຂົນຂວາຍການທູດວັກຊິນຢ່າງຮີບເຮັ່ງ, ຮອບດ້ານ ແລະ ຂ້ຽວຂາດໄດ້ຮັບການຜັນຂະຫຍາຍ. ຫວຽດນາມ ໄດ້ຍູ້ແຮງການຂົນຂວາຍຢູ່ໃນລະດັບສູງສຸດ, ລ້ຽນຕິດ ແລະ ຫຼາຍຮູບຫຼາຍແບບຜ່ານທຸກຊ່ອງທາງການພົບປະ 2 ຝ່າຍ ແລະ ຫຼາຍຝ່າຍ.

ບັນດາຜົນສຳເລັດເບື້ອງຕົ້ນໃນຍຸດທະສາດວັກຊິນ

ໃນສະພາບການແຫຼ່ງວັກຊິນຂາດແຄນໃນທົ່ວໂລກ ແລະ ຄວາມຂາດສະຖຽນລະພາບລະຫວ່າງບັນດາປະເທດໃນໂລກນັ້ນ, ຫວຽດນາມ ໄດ້ມານະພະຍາຍາມຂົນຂວາຍ, ຍາດແຍ່ງບັນດາການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ, ການທູດວັກຊິນໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະ ບັນລຸປະສິດທິຜົນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ, ໃຫ້ຮູ່ວ່າ:

“ຕາມການສະຖິຕິ, ມີຮອດ 75% ປະລິມານວັກຊິນແມ່ນສຸມໃສ່ບັນດາປະເທດຮັ່ງມີ ໃນຂະນະທີ່ບັນດາປະເທດທຸກຍາກພຽງແຕ່ໄດ້ຮັບຢູ່ໃນລະດັບຕ່ຳທີ່ສຸດ, ນີ້ແມ່ນຄວາມຈິງທີ່ເປັນໜ້າກ່າວເຕືອນ. ພວກເຮົາກໍ່ພວມຢູ່ໃນສະພາບຄືແນວນັ້ນ. ບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ສ່ວນຫຼາຍແມ່ນບັນດາປະເທດພວມພັດທະນາ, ຄວາມສາມາດຊົມໃຊ້ວັກຊິນແມ່ນຍາກທີ່ສຸດ ແລະ ປະຈຸບັນມີຫຼາຍປະເທດພວມຕ້ອງຫາວິທີເພື່ອມີແຫຼ່ງວັກຊິນ. ອາດເວົ້າໄດ້ວ່າ, ໃນສະພາບການນັ້ນ, ຫວຽດນາມ ແມ່ນປະເທດສຳຜັດກັບວັກຊິນຢ່າງໄວພໍສົມຄວນຢູ່ພາກພື້ນ ແລະ ມາຮອດປະຈຸບັນ ຫວຽດນາມ ແມ່ນປະເທດ ອາຊີຕາເວັນອອກສ່ຽງໃຕ້ ທີ 2 ທີ່ໄດ້ຮັບແຫຼ່ງວັກຊິນຈາກ COVAX ໃຫຍ່ທີ່ສຸດ”.

ຫວຽດນາມ ບັນລຸໄດ້ຜົນງານສຳຄັນໃນເບື້ອງຕົ້ນດ້ວຍຈຳນວນ 9 ລ້ານໂດສ ໄດ້ສົ່ງມາຮອດຫວຽດນາມ, ປະຊາຊົນກວ່າ 4 ລ້ານຄົນໄດ້ຮັບການສັກວັກຊິນ, ໃນນັ້ນມີປະຊາຊົນປະມານ 300.000 ຄົນໄດ້ສັກເຂັມທີ 2 ແລ້ວ.

ມາຮອດປະຈຸບັນ, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ແລະ ລົງນາມໃນສັນຍາຊື້ວັກຊິນປະມານ 124 ລ້ານໂດສ; ໃນນັ້ນມີ 38,9 ລ້ານໂດສ ໂດຍ COVAX ອຸປະຖຳ, ວັກຊິນ Astra Zeneca 30 ລ້ານໂດສ ເຊິ່ງໄດ້ລົງນາມກັບບໍລິສັດຫຸ້ນສ່ວນວັກຊິນ ຫວຽດນາມ (VNVC), ວັກຊິນ Pfizer 31 ລ້ານໂດສ ທີ່ລົງນາມກັບລັດຖະບານ, ວັກຊິນ Moderna 5 ລ້ານໂດສ ມອບສິດໃຫ້ບໍລິສັດ Zuellig Pharma Vietnam. ພ້ອມກັນນັ້ນ, ກຸ່ມບໍລິສັດ T&T ພວມເຈລະຈາຊີ້ວັກຊິນ Sputnik-V ຈຳນວນ 40 ລ້ານໂດສ ຈາກກອງທຶນລົງທຶນໂດຍກົງລັດເຊຍ…

ງວດວັກຊິນກັນໂຄວິດ-19 ທຳອິດທີ່ສົ່ງມາຫວຽດນາມ (ພາບປະກອບ: ກະຊວງສາທາລະນະສຸກ)
ງວດວັກຊິນກັນໂຄວິດ-19 ທຳອິດທີ່ສົ່ງມາຫວຽດນາມ (ພາບປະກອບ: ກະຊວງສາທາລະນະສຸກ)

ຫວ່າງມໍ່ໆມານີ້, ວັນທີ 14 ກໍລະກົດ, ໃນການໂອ້ລົມທາງໂທລະສັບກັບທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານາທິບໍດີ ຣຸມານີ Klaus Iohannis ໄດ້ຕົກລົງມອບວັກຊິນ Astra Zeneca ຈຳນວນ 100.000 ໂດສ ໃຫ້ແກ່ຫວຽດນາມ. ກ່ອນໜ້ານັ້ນ, ລັດຖະບານ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ວັກຊິນ Astra Zeneca ໃຫ້ຫວຽດນາມ ຈຳນວນ 1,5 ລ້ານໂດສ ພ້ອມກັບບ້ວງເງິນໜູນຊ່ວຍ 40 ລ້ານ AUD ຂອງປະເທດນີ້ທີ່ສະຫງວນໃຫ້ແກ່ບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ. ລັດຖະບານ ຍີ່ປຸ່ນ ກໍ່ປະກາດວ່າ ຈະອຸປະຖຳວັກຊິນ Astra Zeneca ໃຫ້ຫວຽດນາມ ຕື່ມອີກ 1 ລ້ານໂດສ.

ກະທຳຢ່າງຂ້ຽວຂາດເພື່ອບັນລຸຜົນສຳເລັດ

ເພື່ອໃຫ້ມີແຫຼ່ງຊັກວິນທີ່ລ້ຳຄ່າດັ່ງກ່າວ, ດ້ວຍບົດບາດເປັນຜູ້ຕາງໜ້າລັດຫວຽດນາມ ປະຈຳຫວຽດນາມ ຕ່າງປະເທດ, ມີກວ່າ 90 ອົງການຕາງໜ້າຫວຽດນາມ ປະຈຳປະເທດຕ່າງໆໄດ້ເປັນເຈົ້າການຊອກຫາກາລະໂອກາດຮ່ວມມື, ເຮັດວຽກຂອງການນຳຂັ້ນສູງ, ການນຳກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ກັບບັນດາອົງການຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນ. ທ່ານນາງ ຫງວຽນມິນຮັ່ງ, ຫົວໜ້າກົມເສດຖະກິດຫຼາຍຝ່າຍ, ກະຊວງການຕ່າງປະເທດຫວຽດນາມ, ຢືນຢັນວ່າ:

“ພວກເຮົາໄດ້ຕັ້ງໜ້າເປັນເຈົ້າການໃນບັນດາການເຈລະຈາເພື່ອໃຫ້ມີແຫຼ່ງວັກຊິນ. ແຕ່ສຳລັບວັກຊິນກໍ່ແມ່ນກໍລະນີພິເສດ. ການບັນລຸໄດ້ຂໍ້ຕົກລົງ ກໍ່ບໍ່ໝາຍຄວາມວ່າບັນດາບໍລິສັດວັກຊິນ ຈະສົ່ງຖືກກັບເວລາຄືດັ່ງຄຳໝັ້ນສັນຍາ. ສະນັ້ນ, ພວກຂ້າພະເຈົ້າຈະສືບຕໍ່ຂົນຂວາຍ, ກວ່າ 90 ອົງການຜູ້ຕາງໜ້າການທູດຫວຽດນາມ ຕ້ອງສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ”.

ອົງການອະນາໄມໂລກ ຄາດຄະເນວ່າ ຮອດເດືອນ ກັນຍາ 2021, ສະພາບຂາດແຄນວັກຊິນຍັງຈະເກີດຂຶ້ນຢ່າງຮ້າຍແຮງ. ລັດຖະບານ ແລະ ນາຍົກລັດຖະມົນຕີໄດ້ວາງອອກເປົ້າໝາຍເພີ່ມລະດັບຄວາມໄວກວ່າອີກໃນການຜັນຂະຫຍາຍປະສິດທິຜົນ “ການທູດວັກຊິນ” ຢ່າງຂ້ຽວຂາດກວ່າອີກ, ພ້ອມກັນນັ້ນ, ກໍ່ສືບຕໍ່ຂົນຂວາຍບັນດາຄູ່ຮ່ວມມື 2 ຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນສະໜອງແຫຼ່ງວັກຊິນໃຫ້ແກ່ຫວຽດນາມ; ຊຸກຍູ້ການຖ່າຍທອດເຕັກໂນໂລຊີ ແລະ ຜະລິດວັກຊິນເພື່ອຮັບໃຊ້ການຜະລິດໃນໄລຍະຍາວ.

ບັນດາຜົນງານໃນເບື້ອງຕົ້ນໃນປາຍແຫຼມ “ການທູດວັກຊິນ” ແມ່ນແຫຼ່ງກຳລັງໜູນເພື່ອຕໍ່ກຳລັງແຮງໃຫ້ແກ່ຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດຕື່ມອີກ; ປະກອບສ່ວນເພີ່ມຄວາມໄວ້ເນື້ອເຊື່ອໃຈ, ກຳລັງແຮງໃຫ້ແກ່ປະຊາຊົນທຸກຄົນເພື່ອໃຫ້ມີຄວາມໄວ້ເນື້ອເຊື່ອໃຈ, ສະໜັບສະໜູນບັນດາລັດຖະນະໂຍບາຍຂອງພັກ, ລັດ, ກ້າວໄປເຖິງເປົ້າໝາຍເອົາໄຊຊະນະຕໍ່ໂລກລະບາດ, ຟື້ນຟູພື້ນຖານເສດຖະກິດຫວຽດນາມ ເທື່ອລະກ້າວ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.