ຄະນະນັກກິລາຫວຽດນາມ ອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກໂຕກຽວ 2020 ຢູ່ຍີ່ປຸ່ນ

13:16 | 20/07/2021

ເປົ້າໝາຍຂອງຄະນະນັກກິລາຫວຽດນາມ ແມ່ນສູ້ຊົນເພື່ອຍາດໄດ້ຫຼຽນໃນການແຂ່ງຂັນກິລາໂອລິມປິກ.

ຈຸດພົ້ນເດັ່ນຂອງ Festival ຫວຽດນາມ ຄັ້ງທີ 2 ຢູ່ຝຣັ່ງ ຈຸດພົ້ນເດັ່ນຂອງ Festival ຫວຽດນາມ ຄັ້ງທີ 2 ຢູ່ຝຣັ່ງ
ຂີດໝາຍ 44 ປີແຫ່ງວັນຫວຽດນາມ-ລາວ ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຂີດໝາຍ 44 ປີແຫ່ງວັນຫວຽດນາມ-ລາວ ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື
ຄະນະນັກກິລາຫວຽດນາມ ອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກໂຕກຽວ 2020 ຢູ່ຍີ່ປຸ່ນ
ຄະນະນັກກິລາຫວຽດນາມ ຖ່າຍຮູບທີ່ພິທີຈັດສົ່ງຢູ່ສະໜາມບິນສາກົນໂນ້ຍບ່າຍ. ພາບ: ກົມໃຫຍ່ກິລາ-ກາຍະກຳຫວຽດນາມ.

ຕອນຄ່ຳວັນທີ 18 ກໍລະກົດ, ຄະນະນັກກິລາຫວຽດນາມ ໄດ້ອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນກິລາລະດູແລ້ງໂຕກຽວ 2020 ຢູ່ຍີ່ປຸ່ນ. ເປົ້າໝາຍຂອງຄະນະນັກກິລາຫວຽດນາມ ແມ່ນສູ້ຊົນເພື່ອຍາດໄດ້ຫຼຽນໃນການແຂ່ງຂັນກິລາໂອລິມປິກ. ຖ້ຽວບິນໝາຍເລກ JL752 ໂດຍສານຄະນະນັກກິລາຫວຽດນາມ ໄດ້ອອກຈາກສະໜາມບິນສາກົນໂນ້ຍບ່າຍ ໃນເວລາ 23 ໂມງ 20 ນາທີ (ຕາມເວລາຮ່າໂນ້ຍ) ໃນວັນທີ 18 ກໍລະກົດ ແລະລົງຈອດຢູ່ສະໜາມບິນ Narita, ປະເທດຍີ່ປຸ່ນ ໃນເວລາ 6 ໂມງເຊົ້າຂອງວັນທີ 19 ກໍລະກົດ (ຕາມເວລາທ້ອງຖິ່ນ). ຄະນະນັກກິລາຫວຽດນາມ ເຂົ້າຮ່ວມ ໂອລິມປິກໂຕກຽວ 2020 ມີສະມາຊິກທັງໝົດ 43 ຄົນ, ໃນນັ້ນມີນັກກິລາ 18 ຄົນ, ນຳໂດຍທ່ານ ເຈິ່ນດຶກເຟິ໊ນ, ຮອງຫົວໜ້າຮັບຜິດຊອບກົມໃຫຍ່ກິລາ-ກາຍະກໍາຫວຽດນາມ.

la.qdnd.vn

ເຫດການ
302 Found

Found

The document has moved here.