ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ

10:20 | 15/07/2021

ວັນທີ 14 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ວັນທີ 27 ເມສາ ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ກວ່າ 4 ລ້ານໂດສ, ໃນນັ້ນ ມີຫຼາຍກວ່າ 283.000 ຄົນ ໄດ້ຮັບການສັກວັກຊິນຄົບ 2 ເຂັມແລ້ວ.

ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 8.080 ຕື້ດົ່ງ  ໂດຍມີກ່ວາ 425.600 ອົງການ, ສ່ວນບຸກຄົນປະກອບສ່ວນ ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 8.080 ຕື້ດົ່ງ ໂດຍມີກ່ວາ 425.600 ອົງການ, ສ່ວນບຸກຄົນປະກອບສ່ວນ
ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ​ໄດ້​ຮັບ​ເງິນ​ສະ​ໜັບ​ສະ​ໜູນ 8.078 ຕື້​ດົ່ງ ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ​ໄດ້​ຮັບ​ເງິນ​ສະ​ໜັບ​ສະ​ໜູນ 8.078 ຕື້​ດົ່ງ
(ພາບ: suckhoedoisong.vn)
(ພາບ: suckhoedoisong.vn)

ໄລ່ຮອດວັນທີ 13 ກໍລະກົດ, ກະຊວງສາທາລະນະສຸກ ໄດ້ແບ່ງວັກຊິນກວ່າ 8,16 ລ້ານໂດສ ມາສັກໃນ 11 ບັ້ນ ໃຫ້ແກ່ບັນດາຫົວໜ່ວຍ, ທ້ອງຖິ່ນຕ່າງໆ. ຈຳນວນວັກຊິນທັງໝົດເຫຼົ່ານັ້ນ ໄດ້ຈັດແບ່ງຕາມຫຼັກການຍຸຕິທຳ, ໂປ່ງໃສ, ບຸລິມະສິດໃຫ້ແກ່ບັນດາແຂວງ, ນະຄອນທີ່ພວມເກີດການແຜ່ລະບາດ, ບັນດາແຂວງ, ນະຄອນທີ່ນອນໃນເຂດເສດຖະກິດຈຸດສຸມ, ມີຫຼາຍເຂດອຸດສາຫະກຳ, ເຂດມີຊຸມຊົນຫຼາຍ ແລະ ບັນດາແຂວງ, ນະຄອນຕິດກັບຊາຍແດນ, ມີການໄປມາຫາສູ່ເປັນຈຳນວນຫຼວງຫຼາຍ ແລະ ມີດ່ານຊາຍແດນສາກົນ.

ເພື່ອຮັບປະກັນການປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດ, ກະຊວງສາທາລະນະສຸກ ໄດ້ເພີ່ມເຕີມບາງເປົ້າໝາຍບຸລິມະສິດໃຫ້ສອດຄ່ອງກັບສະພາບການຕົວຈິງ.

vovworld.vn

ເຫດການ
302 Found

Found

The document has moved here.