ເປີດງານວາງສະແດງ ພາບແຕ້ມ ທີ່ເຜີຍແພ່ຢ່າງທົ່ວເຖິງປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມຢູ່ຮຸງກາຣີ | |
ຫວຽດນາມຈະປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດໃນປີ 2021 ຢ່າງມີໄຊ |
![]() |
ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ (ພາບ: baoquocte.vn) |
ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນການຮັບໃຊ້ຕ້ອງໄດ້ກຳນົດ ແມ່ນແນວຄິດຈິນຕະນາການທີ່ລຸລ່ວງໃນການຜັນຂະຫຍາຍນະໂຍບາຍທາງການພົວພັນຕ່າງປະເທດ…
ນັ້ນແມ່ນຈິດໃຈລວມທີ່ໄດ້ລວບລວມບົນພື້ນຖານບັນດາການປຶກສາຫາລືຢູ່ກອງປະຊຸມສຳມະນາວິທະຍາສາ “ເສີມຂະຫຍາຍບົດບາດປະຈັນບານຂອງການພົວພັນຕ່າງປະເທດ, ຍູ້ແຮງການສ້າງພື້ນຖານການພົວພັນຕ່າງປະເທດຢ່າງຮອບດ້ານ, ທັນສະໄໝ, ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ” ໂດຍກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງທາງອອນລາຍ ສົມທົບໂດຍກົງ ໃນວັນທີ 30 ມິຖຸນາ ຢູ່ຮ່າໂນ້ຍ.
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ ຢັ້ງຢືນວ່າ ການພົວພັນຕ່າງປະເທດຫວຽດນາມ ດ້ວຍການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 3 ເສົາຄ້ຳແມ່ນ ການພົວພັນຕ່າງປະເທດຂອງພັກ, ການທູດແຫ່ງລັດ ແລະ ການພົວພັນຕ່າງປະເທດປະຊາຊົນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະຊາຊົນ, ຮັບໃຊ້ໃຫ້ແກ່ປະເທດຊາດ ແລະ ປະຊາຊົນ, ອັນໄດ້ມີການປະກອບສ່ວນທີ່ມີປະສິດທິຜົນ, ແທດຈິງເຂົ້າໃນວິວັດການປ່ຽນແປງໃໝ່ໃນຕະຫຼອດໄລຍະ 35 ປີທີ່ຜ່ານມາ.
ກ້າວເຂົ້າໄລຍະໃໝ່ ດ້ວຍຖານະ ແລະ ກຳລັງແຮງໃໝ່, ພາຍໃຕ້ແນວທາງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຂະແໜງການພົວພັນຕ່າງປະເທດຈະສືບຕໍ່ເສີມຂະຫຍາຍ ບົດບາດປະຈັນບານໃນວຽກງານສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດຊາດ, ລະດົມບັນດາແຫຼ່ງກຳລັງເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ພັດທະນາ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດ.
ເພື່ອນຳບັນດາເນື້ອໃນຫຼັກແຫຼ່ງ, ບັນດາແຜນນະໂຍບາຍໃຫຍ່ຂອງກອງປະຊຸມໃຫຍ່ຄັ້ງທີ 13 ເຂົ້າສູ່ການດຳລົງຊີວິດ, ບັນດາການແລກປ່ຽນສະເພາະຢ່າງເລິກເຊິ່ງຢູ່ບັນດາກອງປະຊຸມສຳມະນາ ໄດ້ປະກອບສ່ວນຢ່າງລະອຽດເຂົ້າໃນບັນດາເປົ້າໝາຍ, ໜ້າທີ່ໃຫຍ່, ຈາກນັ້ນ ເຫັນດີເປັນເອກະພາບຄວາມຮັບຮູ້, ມຸ່ງໄປເຖິງການສ້າງຍຸດທະສາດ, ແຜນນະໂຍບາຍການພົວພັນຕ່າງປະເທດ ໃນແຕ່ລະຂົງເຂດ ກັບບັນດາຄູ່ຮ່ວມມື.
ສ່ວນບັນດາວິທີການແກ້ໄຂປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ຈິດໃຈຮ່ວມເດີນທາງກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນການຮັບໃຊ້ ຕ້ອງແມ່ນແນວຄິດຈິນຕະນາການທີ່ລຸລ່ວງໃນການຜັນຂະຫຍາຍນະໂຍບາຍທາງການພົວພັນຕ່າງປະເທດ.
ບຸນຄົງ