ເສີມຂະຫຫຍາຍບົດບາດຄຸນຄ່າ ແລະ ຄຸນຄ່າຄອບຄົວໃນການພັດທະນາປະເທດຊາດ

22:32 | 28/06/2021

ໃນການກຳນົດທິດພັດທະນາປະເທດຊາດ ໄລຍະ 2021 – 2030, ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ກຳນົດວ່າ: “ພັດທະນາມະນຸດຢ່າງຮອບດ້ານ ແລະ ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ ແລະ ກຳລັງໜູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ”. ມີຄຳຄິດເຫັນຫຼາຍຂໍ້ໄດ້ຖືວ່າ ເພື່ອປະຕິບັດເປົ້າໝາຍ “ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ ແລະ ກຳລັງໜູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ” ຕ້ອງການມີເງື່ອນໄຂ ແລະປັດໄຈຫຼາຍຢ່າງ, ໃນນັ້ນການເສີມຂະຫຍາຍບົດບາດ ແລະ ຄຸນຄ່າຂອງຄອບຄົວແມ່ນສຳຄັນທີ່ສຸດ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ
ເສີມຂະຫຫຍາຍບົດບາດຄຸນຄ່າ ແລະ ຄຸນຄ່າຄອບຄົວໃນການພັດທະນາປະເທດຊາດ
ພາບປະກອບ

ໃນການໂອ້ລົມທີ່ກອງປະຊຸມພະນັກງານປຶກສາຫາລື ຮ່າງກົດໝາຍວ່າດ້ວຍການສົມລົດ ແລະ ຄອບຄົວ ເດືອນ ຕຸລາ ປີ 1959, ປະທານ ໂຮ່ຈີມິນ ໄດ້ຢືນຢັນວ່າ: “ເອົາໃຈໃສ່ເຖິງຄອບຄົວ ແມ່ນຖືກຕ້ອງ ເພາະວ່າຫຼາຍຄອບຄົວບວກໃສ່ກັນຈຶ່ງກາຍເປັນສັງຄົມ, ຄອບຄົວທີ່ດີສັງຄົມຈຶ່ງດີ ແລະ ສັງຄົມດີ ດັ່ງນັ້ນຄອບຄົວຍິ່ງດີກວ່າ, ແກ່ນສານຂອງສັງຄົມ ແມ່ນຄອບຄົວ. ຍ້ອນເຫດນີ້ເອງ ຢາກກໍ່ສ້າງສັງຄົມນິຍົມ ແມ່ນຕ້ອງເອົາໃຈໃສ່ເຖິງແກ່ນສານຢ່າງດີ”. ໃນພາຍພາກໜ້າມີເອກະສານຄຳສັ່ງຫຼາຍສະບັບ ກໍ່ຄືບັນດາກິດຈະກຳຄົ້ນຄວ້າທີ່ກ່ຽວຂ້ອງ ກໍ່ສືບຕໍ່ຢັ້ງຢືນບັດບາດທີ່ສຳຄັນຂອງຄອບຄົວ ໃນການສ້າງສັງຄົມຮັກສາສີສັນວັດທະນະທຳ ແລະ ພັດທະນາປະເທດຊາດ. ໃນນັ້ນທັດສະນະຊີ້ນຳ ໃນຍຸດທະສາດພັດທະນາຄອບຄົວ ຫວຽດນາມ ເຖິງປີ 2020 ແລະ ວິໄສທັດເຖິງປີ 2030 ໂດຍນາຍົກລັດຖະມົນຕີເຊັນປະກາດໃຊ້ເມື່ອປີ 2012 ໄດ້ຊີ້ແຈ້ງວ່າ ຄອບຄົວແມ່ນຈຸລັງຂອງສັງຄົມ ແມ່ນສະພາບແວດລ້ອມທີ່ສຳຄັນ ໃນການສ້າງຫຼໍ່ລ້ຽງ ແລະ ສຶກສາອົບຮົມບຸກຄະລິກກະພາບ ແລະ ເສີມຂະຫຍາຍວັດທະນະທຳ ທີ່ເປັນມູນເຊື້ອອັນດີງາມ ຕ້ານໄພສັງຄົມ ສ້າງແຫຼ່ງຊັບພະຍາກອນມະນຸດ ຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ປະລິນຍາເອກ ນັກຄົ້ນຄວ້າ ນັກວັດທະນະທຳ ຫງວຽນວັນຮຸຍ ໃຫ້ຂໍ້ສັງເກດວ່າ:

“ຄອບຄົວແມ່ນພື້ນຖານຂອງສັງຄົມ. ການສ້າງພື້ນຖານນີ້ໃຫ້ດີ ກໍ່ແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດ ຜົນສຳເລັດຂອງພາລະກຫິດປ່ຽນແປງໃໝ່ ແລະ ພັດທະນາປະ ເທດຊາດແບບຍືນຍົງ. ວິຖີຊີວິດ, ກົດລະບຽບຂໍ້ບັງຄັບຂອງແຕ່ລະຄອບຄົວ ເຊິ່ງເມື່ອກ່ອນນີ້ພວກເຮົາຍັງເອີ້ນວ່າ ປະເພນີຄອບຄົວກໍ່ແມ່ນສຳຄັນທີ່ສຸດ ໃນການສ້າງພື້ນຖານຄອບຄົວ ກໍ່ຄືແມ່ນການເສີມສ້າງຊາວ ຫວຽດນາມ. ບັນດາຄຸນທາດນີ້ ໃນແຕ່ລະຄອບຄົວຈະເປີດກວ້າງ ໃນສັງຄົມຈະກາຍເປັນຄຸນທາດລວມຂອງຊາວ ຫວຽດນາມ. ນັ້ນແມ່ນສິ່ງທີ່ຍອດຍິ່ງຂອງຊາດ”.

ຈາກແງ່ມູມຄຸ້ມຄອງລັດກ່ຽວກັບວັດທະນະທຳ, ທ່ານ ຮອງສາດດາຈານ ປອ. ຕະກວາງດົງຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຖືວ່າ ຄອບຄົວແມ່ນບ່ອນຮັກສາ ຖ່າຍທອດບັນດາມູນເຊື້ອວັດທະນະທຳທີີ່ມີມາແຕ່ດົນນານ ຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. ສວມບົດບາດຮັກສາສີສັນວັດທະນະທຳຂອງ ຫວຽດນາມ. ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ເນັ້ນໜັກວ່າ: ຄວນເຮັດແຈ້ງຄວາມຮຽກຮ້ອງຕ້ອງການ ກ່ຽວກັບການສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ ແລະ ມາດຖານມະນຸດ ຕິດພັນກັບການຮັກສາພັດທະນາຄຸນຄ່າລະບົບຄອບຄົວ ຫວຽດນາມ ໃນໄລຍະໃໝ່. ບົນເນື້ອໃນຈິດໃຈດັ່ງກ່າວໃນຍຸດທະສາດພັດທະນາຄອບຄົວ ຫວຽດນາມ ເຖິງປີ 2030 ພວມໄດ້ຮັບການສ້າງຂຶ້ນນັ້ນ, ບັນຫາພັດທະນາເສີມຂະຫຍາຍບົດບາດ ແລະ ຄຸນຄ່າຂອງຄອບຄົວ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ກຳນົດທີ່ຕັ້ງຢ່າງເໝາະສົມ. ທ່ານ ຕະກວາງດົງ ຢັ້ງຢືນວ່າ:

“ປັດຈຸບັນກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ພວມສ້າງຍຸດທະສາດພັດທະນາຄອບຄົວ ຫວຽດນາມ ເຖິງປີ 2030 ຕາມທິດພັດທະນາປົກປັກຮັກສາບັນດາຄຸນຄ່າອັນດີງາມກ່ຽວກັບມູນເຊື້ອ ນັ້ນແມ່ນຄວາມກະຕັນຍູ, ສັດຊື່ບໍລິສຸດ, ຮັກແພງກັນ ຜູກພັນກັນ ພ້ອມກັບບັນດາຄຸນຄ່າທັນສະໄໝ ກໍ່ແມ່ນຄວາມເຄົາລົບນັບຖື, ສະເໝີພາບ ແລະ ແບ່ງປັນ. ພ້ອມກັນນັ້ນກໍ່ມີລາຍການມູນເຊື້ອ ເພື່ອໂຄສະນາ ແລະ ສຶກສາອົບຮົມທາງດ້ານຄຸນສົມບັດ ວິຖີຊີວິດໃນຄອບຄົວ, ບັນດາມາດຖານສ້າງຄອບຄົວ ພ້ອມກັບບັນດາທັກສະ ລະດັບຄວາມຮູ້ກ່ຽວກັບການພັດທະນາຄອບຄົວ ແບບຍືນຍົງ ແລະ ເສີມຂະຫຍາຍບົດບາດ ຄວາມຮັບຜິດຊອບຂອງຄອບຄົວ ໃນກິດຈະການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ກ້າວໄປເຖິງການສ້າງຄອບຄົວມີຄວາມຜາສຸກ ວົງຄະນາຍາດຜາສຸກ ແລະ ປະເທດຊາດຜາສຸກ”.

ຕາມບັນດານັກຊ່ຽວຊານແລ້ວ ດ້ວຍການກຳນົດທິດພັດທະນາຖືເອົາມະນຸດແມ່ນໃຈກາງນັ້ນ ການເອົາໃຈໃສ່ເສີມຂະຫຍາຍບົດບາດ ແລະ ຄຸນຄ່າຂອງຄອບຄົວແມ່ນຖືກຕ້ອງ ແລະ ຈຳເປັນ ໂດຍສະເພາະໃນສະພາບເຊື່ອມໂຍງສາກົນ ນັບມື້ນັບກວ້າງເລິກໃນປັດຈຸບັນ. ເພາະຄວາມຈິງໄດ້ສະແດງໃຫ້ເຫັນວ່າ ການເຊື່ອມໂຍງຍາມໃດກໍ່ນຳມາເຊິ່ງກາລະໂອກາດ ແລະ ສິ່ງທ້າທາຍສຳລັບຊີວິດສັງຄົມທຸກດ້ານ ໃນນັ້ນມີຂົງເຂດວັດທະນະທຳ.

vovworld.vn

ເຫດການ
302 Found

Found

The document has moved here.