ໜູນຊ່ວຍສະບຽງອາຫານ ແລະວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ລາວ

15:48 | 26/06/2021

ວັນທີ 24 ມິຖຸນາ, ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ (ທະຫານຊາຍແດນແຂວງເງະອານ) ໄດ້ຈັດຕັ້ງການພົບປະ, ແລກປ່ຽນ, ແຈ້ງສະພາບການຄຸ້ມຄອງ, ປ້ອງກັນຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງຮ້ອຍຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ, ສປປ ລາວ ຮັບຊາບ.

ອັງກິດ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ອາຊຽນ ອັງກິດ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ອາຊຽນ
ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ
ໜູນຊ່ວຍສະບຽງອາຫານ ແລະວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ລາວ
ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ (ທະຫານຊາຍແດນແຂວງເງະອານ) ໜູນຊ່ວຍດ້ານສະບຽງອາຫານ, ທັນຍາຫານ, ວັດຖຸອຸປະກອນໃຫ້ປ້ອມປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກອງຮ້ອຍຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ. ພາບ: ເຝືອງລິງ.

ໃນໄລຍະຜ່ານມາ, ລະຫວ່າງ 2 ກົມກອງໄດ້ມີການສົມທົບ, ຮ່ວມມືກັນໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນຢ່າງເປັນປະຈໍາ, ຮັບປະກັນໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ; ພ້ອມທັງສົມທົບກັນຢ່າງເປັນປະຈໍາໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ຜ່ານການແລກປ່ຽນ, ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ 2 ຝ່າຍຄົ້ນພົບ, ກັກຕົວ, ແກ້ໄຂຫຼາຍກໍລະນີລັກລອບເຂົ້າ-ອອກເມືອງຜ່ານຊາຍແດນ.

ເນື່ອງໃນໂອກາດນີ້, ທະຫານຊາຍແດນດ່ານສາກົນນໍ້າກັ໊ນ ກໍ່ໄດ້ໜູນຊ່ວຍທັນຍາຫານ ແລະສະບຽງອາຫານ, ວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ປ້ອມປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຊາຍແດນຂອງກົມກອງເພື່ອນ, ລວມມີ: ເຄື່ອງຜະລິດໄຟຟ້າແສງຕາເວັນ (Solar Cell) 1 ຊຸດ, ເຂົ້າສານ 200 ກິໂລຣາມ, ໝີ່ສໍາເລັດຮູບ 50 ແກັດ, ນໍ້າມັນພືດ 5 ແກັດ, ນໍ້າປາ, ຊຸດກັນພະຍາດໂຄວິດ-19 ຈໍານວນ 50 ຊຸດ, ຖົງມື 5 ກັບ, ຜ້າອັດປາກ-ດັງ 20 ກັບ, ເຄື່ອງແທກອຸນຫະພູມ 2 ໜ່ວຍ... ດ້ວຍຍອດມູນຄ່າ 40 ລ້ານດົ່ງ.

ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

ຍສໝ - ໃນວັນທີ 22 ມິຖຸນາ, ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ປະມານ 5,100 ຊຸດ ໃຫ້ ທ່ານ ຫງວຽນຊວນດິງ - ຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ເພື່ອໃຫ້ສະມາຄົມມອບເຄື່ອງອຸປະຖຳດັ່ງກ່າວນີ້ໃຫ້ແກ່ແມ່ຍິງ, ເດັກຍິງມີຄວາມສ່ຽງຕໍ່ການໃຊ້ຄວາມຮຸນແຮງທາງເພດ ຍ້ອນຜົນຮ້າຍຂອງການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ, ບັກນິງ ແລະ ນະຄອນໂຮ່ຈີມິນ.

ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ, ອຳນາດການປົກຄອງຂອງນະຄອນພວມຍູ້ໄວຄວາມຄືບໜ້າໃນການສ້າງນະຄອນອັດສະລິຍະ.

ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ

ວັນທີ 22 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ, ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍບົດບາດປະທານຄະນະ IAI ປີ 2021.

la.qdnd.vn

ເຫດການ
302 Found

Found

The document has moved here.