ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

20:07 | 25/06/2021

ຍສໝ - ທີ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດ ທີ່ເຈນີວາ (ສະວິດເຊີແລນ), ກອງປະຊຸມຄັ້ງທີ 47 ຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ດຳເນີນແຕ່ວັນທີ 21 ມິຖຸນາ ເຖິງວັນທີ 15 ກໍລະກົດ, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 47 ປະເທດສະມາຊິກ ແລະ ຫຼາຍກວ່າ 100 ປະເທດຜູ້ສັງເກດການ, ບັນດາອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ ທີ່ມີສຳນັກງານ ຢູ່ເຈນີວາ.

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ, ໃນນັ້ນ ມີບັນດາສິດເສລີພາບໂດຍພື້ນຖານເຊິ່ງໄດ້ກໍານົດຢ່າງລະອຽດໃນລັດຖະທຳມະນູນ 2013 ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ, ໃນນັ້ນ ມີບັນດາສິດເສລີພາບໂດຍພື້ນຖານເຊິ່ງໄດ້ກໍານົດຢ່າງລະອຽດໃນລັດຖະທຳມະນູນ 2013
ຫວຽດນາມ ເຂົ້າຮ່ວມການປືກສາຫາບືທີ່ກອງປະຊຸມສະພາສິດທິມະນຸດ ຂອງສະຫະປະຊາຊາດ ຫວຽດນາມ ເຂົ້າຮ່ວມການປືກສາຫາບືທີ່ກອງປະຊຸມສະພາສິດທິມະນຸດ ຂອງສະຫະປະຊາຊາດ

ຄະນະຜູ້ແທນຫວຽດນາມ ນຳພາໂດຍທ່ານນາງເອກອັກຄະລັດຖະທູດ ເລຖິຕ໋ວຽດມ່າຍ - ຫົວໜ້າຜູ້ຕາງໜ້າຖາວອນຂອງຫວຽດນາມ ຄຽງຂ້າງສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຈນີວາ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ກັບຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາຊາດ ໃນວັນທີ 22 ມິຖຸນາ, ຫົວໜ້າຄະນະຜູ້ແທນຫວຽດນາມ ທ່ານນາງ ເລຖິຕ໋ວຽດມ່າຍ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ; ສະແດງຄວາມສະໜັບສະໜູນຕໍ່ກົນໄກສິດທິມະນຸດ ຂອງສະຫະປະຊາຊາດ, ສະໜັບສະໜູນການດຳເນີນການໂອ້ລົມສົນທະນາທີ່ມີຄວາມໝາຍ ແລະ ມີລັກສະນະສ້າງສັນກ່ຽວກັບບັນຫາສິດທິມະນຸດ; ພ້ອມກັນນັ້ນ ກໍ່ເນັ້ນໜັກວ່າ ສິດທິມະນຸດບໍ່ຄວນມີການແຊກແຊງຂອງການເມືອງ ໃນວຽກງານພາຍໃນຂອງປະເທດທີ່ມີອະທິປະໄຕ ຫຼື ແນໃສ່ຕຳໜິວິຈານສຳຫຼັບປະເທດຕ່າງໆ.

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ
ທ່ານນາງເອກອັກຄະລັດຖະທູດ ເລຖິຕ໋ວຽດມ່າຍ - ຫົວໜ້າຜູ້ຕາງໜ້າຖາວອນຂອງຫວຽດນາມ ຄຽງຂ້າງສະຫະປະຊາຊາດ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ເລຖິຕ໋ວຽດມ່າຍ ກໍ່ແຈ້ງໃຫ້ຊາບວ່າ ໃນວິວັດການຮັບມືກັບການລະບາດຂອງ COVID-19, ຫວຽດນາມໄດ້ບຸກບືນຢ່າງສຸດຂີດ ເພື່ອຮັບປະກັນສິດທິມະນຸດໂດຍພື້ນຖານໃຫ້ແກ່ປະຊາຊົນຂອງຕົນ, ໃນນັ້ນບຸລິມະສິດສູງສຸດແມ່ນການປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນ.

ໃນຂອບເຂດກອງປະຊຸມສະພາສິດທິມະນຸດ ຄັ້ງທີ 47, ໜຶ່ງໃນບັນດາຫົວຂໍ້ຫຼັກຂອງຫວຽດນາມ ແມ່ນ ສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ. ຄາດວ່າ, ຫວຽດນາມ ຈະເຂົ້າຮ່ວມການຈັດກອງປະຊຸມປຶກສາຫາລືກ່ຽວກັບສິດທິຂອງຜູ້ອາຍຸສູງໃນສະພາບການປ່ຽນແປງຂອງດິນຟ້າອາກາດ; ພ້ອມກັນນັ້ນ, ຫວຽດນາມ ກໍ່ຈະຕາງໜ້າໃຫ້ກຸ່ມຫຼັກແຫຼ່ງ ລວມມີ ບັງກະລາເທດ, ຟີລິບປິນ ແລະ ຫວຽດນາມ ເພື່ອແນະນຳຮ່າງມະຕິ ປີ 2021 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ, ສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງ.

ນີ້ແມ່ນມະຕິທີ່ໄດ້ຮັບການແນະນຳປະຈຳປີ ນັບແຕ່ປີ 2014 ໂດຍ ຫວຽດນາມ ແລະ ກຸ່ມຫຼັກແຫຼ່ງ, ເພື່ອໃຫ້ສະພາສິດທິມະນຸດພິຈາລະນາ ແລະ ຮັບຮອງເອົາໂດຍສຸມໃສ່ແຕ່ລະປີ ໃນແຕ່ລະຫົວຂໍ້ສະເພາະ (ເຊັ່ນ: ສິດທິເດັກ, ສິດທິຮັກສາສຸຂະພາບ, ສິດທິຊາວອົບພະຍົບ, ສິດທິແມ່ຍິງ... ໃນສະພາບການຂອງການປ່ຽນແປງຂອງດິນຟ້າອາກາດ).

ຫວຽດນາມ ຈະອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025 ຫວຽດນາມ ຈະອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025

ຍສໝ - ກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງໃນວັນທີ 22 ກຸມພາ, ທ່ານ ຟ້າມບິ່ງມິງ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ ດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງຂອງອາຊຽນ, ສະໝັກເລືອກຕັ້ງດໍາລົງຕໍາແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ຫວຽດນາມ ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19 ຫວຽດນາມ ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບໂຄງການພັດທະນາ ສປຊ ຢູ່ຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19.

ໄຂກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 45 ໄຂກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 45

ຍສໝ - ກອງປະຊຸມສະພາສິດທິມະນຸດຄັ້ງທີ 45 ໄດ້ຈັດຂື້ນພາຍໃຕ້ຮູບການປະຊຸມກັບທີ່ ແລະ ທາງອອນລາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.