ລິ້ນ​ຈີ ຫວຽດ​ນາມ ຂາຍ​ໄດ້ 53 ລ້ານ​ດົ່ງ/ກີ​ໂ​ລກຼາມຢູ່ ອົດ​ສະ​ຕາ​ລີ

09:09 | 24/06/2021

ຍ​ສ​ໝ - ນີ້​ແມ່ນ​ເຫດ​ການ​ເປີດ​ສາກໃຫ້​ແກ່​ສັບ​ປະ​ດາ​ລິ້ນ​ຈີຫວຽດ​ນາມໂດຍ​ຫ້ອງ​ການ​ການ​ຄ້າຫວຽດ​ນາມປະ​ຈຳອົດ​ສະ​ຕາ​ລີປະ​ຕິ​ບັດ. ຈຳ​ນວນ​ລິ້ນ​ຈີ​ຂາຍ​ປະ​ມູນ​ໄດ້​ເລືອກ​ເອົາ​ຈາກ​ງວດ​ສິນ​ຄ້າລິ້ນ​ຈີສົດ 17 ໂຕນ​ເຊິ່ງ​ຫາ​ເຂົ້າ​ທຽບ​ທ່າແລະ​ຈຳ​ໜ່າຍ​ຢູ່​ລັດອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ.

ເປັນ​ຄັ້ງ​ທຳ​ອິດ ​ໝາກລິ້ນ​ຈີ່​ ຫ໋າຍ​ເຢືອງ​ໄດ້​ສົ່ງ​ອອກ​ໄປ​ຍັງ​ໄທ ເປັນ​ຄັ້ງ​ທຳ​ອິດ ​ໝາກລິ້ນ​ຈີ່​ ຫ໋າຍ​ເຢືອງ​ໄດ້​ສົ່ງ​ອອກ​ໄປ​ຍັງ​ໄທ
ວົງ​ເງິນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ 33% ວົງ​ເງິນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ 33%
ລິ້ນ​ຈີ ຫວຽດ​ນາມ ຂາຍ​ໄດ້ 53 ລ້ານ​ດົ່ງ/ກີ​ໂ​ລກຼາມຢູ່ ອົດ​ສະ​ຕາ​ລີ
ລິ້ນ​ຈີ່​ໄດ້​ວາງ​ຂາຍ​ຢູ່ ຮ້ານ​ສັບ​ພະ​ສິນ​ຄ້າ MCQ

ໃນ​ວາ​ລະປະມູນພິ​ເສດຢູ່​ນະ​ຄອນ Perth ຂຶ້ນ​ກັບລັດ ອົດ​ສະ​ຕາ​ລີຕາ​ເວັນ​ຕົກ, 1 ກີ​ໂລ​ກຼາມ ​ລິ້ນ​ຈີສົດ​ ທີ່ໄດ້ນຳເຂົ້າຈາກ ຫວຽດນາມ ຂາຍ​ໄດ້ 3000 AUD.

ນີ້​ແມ່ນ​ເຫດ​ການ​ເປີດ​ສາກໃຫ້​ແກ່​ສັບ​ປະ​ດາ​ລິ້ນ​ຈີຫວຽດ​ນາມໂດຍ​ຫ້ອງ​ການ​ການ​ຄ້າຫວຽດ​ນາມປະ​ຈຳອົດ​ສະ​ຕາ​ລີປະ​ຕິ​ບັດ. ຈຳ​ນວນ​ລິ້ນ​ຈີ​ຂາຍ​ປະ​ມູນ​ໄດ້​ເລືອກ​ເອົາ​ຈາກ​ງວດ​ສິນ​ຄ້າລິ້ນ​ຈີສົດ 17 ໂຕນ​ເຊິ່ງ​ຫາ​ເຂົ້າ​ທຽບ​ທ່າແລະ​ຈຳ​ໜ່າຍ​ຢູ່​ລັດອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ.

ວາ​ລະ​​ປະ​ມູນ (ຢູ່​ຮ້ານ​ສັບ​ພະ​ສິນ​ຄ້າ MCQ ໃນ​ວັນ​ທີ 19 ມິ​ຖຸ​ນາ) ດຶງ​ດູດ​ໄດ້​ຄວາມ​ສົນ​ໃຈ​ຂອງ​ລູ​ກ​ຄ້າ​ເປັນ​ຈຳ​ນວນຫຼາຍ. ມີຫຼາຍ​ຄົນ​ໄດ້​​ລົງ​ຄວາມ​ເຫັນ​ວ່າ ລິ້ນ​ຈີ ຫວຽດ​ນາມ ປີນີ້ ມີຮູບ​ແບບງ​າມ​ຕາ​​ດີແລະມີ​ຄຸນ​ນະ​ພາບ​ທີ່​ດີ​ກ່​ວາຫຼາຍ​ ເມື່ອ​ທຽບ​ໃສ່​ກັບ​ຊຸມ​ປີ​ກ່ອນ.

ທ່ານຫງວຽນ​ຝູ​ຮ່​ວາ ຫົວ​ໜ້າ​ອົງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳອົດ​ສະ​ຕາ​ລີໃຫ້​ຮູ້​ວ່າທັງ​ໝົດ​ຈຳ​ນວນ​ເງິນ​ຂາຍ​ປະ​ມູນ​ລິ້ນ​ຈີ ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ຈະພ້ອມ​ກັບ​ບໍ​ລິ​ສັດ​ນຳ​ເຂົ້າ 4waysfresh ໂອນ​ເມືອ​ ຫວຽດ​ນາມ ເພື່ອ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ເດັກ​ນ້ອຍ​ ເຂດ​ປູກ​ລິ້ນ​ຈີ.

ໂດຍມີ​ໜ້າ​ຢູ່​ຕະຫຼາດ​ອົດ​ສະ​ຕາ​ລີນັບ​ແຕ່​ປີ 2015, ລິ້ນ​ຈີ ຫວຽດ​ນາມ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ບໍ​ລິ​ໂພກ, ປີ 2020 ຈຳ​ນວນ​ ລິ້ນ​ຈີ​ສົດ ​ໄດ້​ສົ່ງ​ໄປ​ຍັງ ອົດ​ສະ​ຕາ​ລີ ​ບັນ​ລຸ 80 ໂຕນ, ຄາດ​ວ່າ​ປີ 2021 ຈະ​ບັນ​ລຸ​ກ່​ວາ 100 ໂຕນ.

ໝາກ​ໄມ້​ສົດ​ນຳ​ເຂົ້າ​ອົດ​ສະ​ຕາ​ລີ​ຕ້ອງ​ຮັບ​ປະ​ກັນຫຼາຍ​ເງື່ອນ​ໄຂ​ໃນ​ການກວດ​ພະ​ຍາດແລະຄວາມ​ປອດ​ໄພ​ດ້ານ​ຊີ​ວະ​ພາບ. ກ່ອນ​ເວ​ລາລິ້ນ​ຈີຫວຽດ​ນາມຈະໄດ້​ຮັບ​ໃບ​ອະ​ນຸ​ຍາດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2015, ບັນ​ດາ​ນັກ​ເຈ​ລະ​ຈາຫວຽດ​ນາມຕ້ອງ​ເສຍ​ເວ​ລາ 12 ປີເພື່ອ​ປຶກ​ສາ​ຫາ​ລື​ເຈ​ລະ​ຈາແນ​ໃສ່​ແກ້​ໄຂ​ບາງ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ກັບ​ຝ່າຍອົດ​ສະ​ຕ​າ​ລີ. ປັດ​ຈຸ​ບັນ, ອົດ​ສະ​ຕາ​ລີ​​ເປີດ​ປະ​ຕູ​ຕະຫຼາດ​ໃຫ້​ພຽງແຕ່​ລິ້ນ​ຈີ​ສົດຂອງຫວຽດ​ນາມ, ໄທ ແລະ ຈີນ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ​ແກ່ບ​ັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ​ແກ່ບ​ັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ

ໃນໄລຍະທີ່ຜ່ານມາ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງ ສູນກາງແນວໂຮມປະເທດຊາດ, ທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ລາວ ໄດ້ ແລະ ພວມຕັ້ງໜ້າດຳເນີນການອຸປະຖຳຊ່ວຍເຫຼືອເພື່ອແນໃສ່ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນພາຍໃນປະເທດ ໃນບັ້ນຕໍ່ສູ້ໂລກລະບາດໂຄວິດ - 19.

ຊາວ​ຫວຽດ​ນາມ ຜູ້​ທີ​ສອງທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ໃນລາງວັນ “Nobel ຂຽ​ວ” ຊາວ​ຫວຽດ​ນາມ ຜູ້​ທີ​ສອງທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ໃນລາງວັນ “Nobel ຂຽ​ວ”

ຍ​ສ​ໝ - ພາຍຫຼັງ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຫວັງ​ຜົນ​ກຳໄລມາ​ເປັນ​ເວ​ລາ 7 ປີ, ໃນ​ຖາ​ນະ​ເປັນ​ຜູ້​ສ້າງ​ຕັ້ງ SVNW ຢູ່ ຫວຽດ​ນາມ, ທ່ານ ທ້າຍ ພ້ອມ​ກັບ​ຜູ້​ຮ່ວມ​ງານ ໄດ້​ກູ້​ຊ່ວຍເອົາໂຕລິ່ນ ກ່​ວາ 1.500 ໂຕ, ໂດຍສົມ​ທົບ​ກັບກົມ​ກອງກວດ​ກາ​ປ່າ ເກັບ ແລະ ທຳລາຍແຮ້ວກ່​ວາ 9.700 ອັນ…

ເປັນ​ຄັ້ງ​ທຳ​ອິດ ​ໝາກລິ້ນ​ຈີ່​ ຫ໋າຍ​ເຢືອງ​ໄດ້​ສົ່ງ​ອອກ​ໄປ​ຍັງ​ໄທ ເປັນ​ຄັ້ງ​ທຳ​ອິດ ​ໝາກລິ້ນ​ຈີ່​ ຫ໋າຍ​ເຢືອງ​ໄດ້​ສົ່ງ​ອອກ​ໄປ​ຍັງ​ໄທ

ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດ ຫ໋າຍເຢືອງແລ້ວ, ຮອດວັນທີ 31 ພຶດສະພາ, ແຂວງໄດ້ເກັບກູ້ ແລະ ຈຳຫນ່າຍ ໝາກລິ້ນຈີ່ ປະມານ 29.000 ໂຕນ. ໃນຈຳນວນດັ່ງກ່າວ, ສົ່ງອອກໄປຍັງ ຈີນ, ລາວ, ກຳປູເຈຍ ປະມານ 15.000 ໂຕນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.