ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການປ້ອງກັນຕ້ານ COVID-19 ລະຫວ່າງສອງເມືອງ ມອງກາຍ - ດົງຮືງ

15:28 | 14/06/2021

ຍສໝ - ຫວ່າງແລ້ວນີ້, ທີ່ຂົວບັກລວນ 1, ຜູ້ນຳນະຄອນມອງກາຍ (ກວາງນິງ - ຫວຽດນາມ) ແລະ ຜູ້ນຳນະຄອນດົງຮືງ (ເມືອງຟອງແທງ - ກວາງເຕີຍ - ຈີນ) ໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານປ້ອງກັນ ເພື່ອຕ້ານໂລກລະບາດ COVID-19, ແລະ ຫຼາຍມາດຕະການເພື່ອຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງທ້ອງຖິ່ນ.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ພາຍຫຼັງໃຫ້ຂໍ້ມູນດ່ວນ ກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຂອງສອງປະເທດ ແລະ ທ້ອງຖິ່ນ, ໄດ້ຕົກລົງເພີ່ມທະວີການປະສານສົມທົບ ໃນການປ້ອງກັນ ແລະ ຄວບຄຸມການລະບາດພະຍາດ COVID-19 ຂ້າມຊາຍແດນ, ສອງຝ່າຍ ໄດ້ປຶກສາຫາລືມາດຕະການຕ່າງໆ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ການຮ່ວມມືດ້ານການຄ້າ, ການນຳເຂົ້າ ແລະ ສົ່ງອອກ, ສຸມໃສ່ເນື້ອໃນດັ່ງຕໍ່ໄປນີ້:

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການປ້ອງກັນຕ້ານ COVID-19 ລະຫວ່າງສອງເມືອງ ມອງກາຍ - ດົງຮືງ
ລົດຂົນສົ່ງສິນຄ້າຜ່ານຂົວບັກລວນ 1, ເມືອງມອງກາຍ. (ພາບ: TTXVN)

ຊຸກຍູ້ການເຊັນບົດບັນທຶກການໂອ້ລົມສົນທະນາ ເພື່ອລາຍງານຕໍ່ຂັ້ນນຳພາ ກ່ຽວກັບການກໍ່ສ້າງຂົວເບຕົງ ໃນພື້ນທີ່ Km3 + 4 ຫາຍອ່ຽນ (ຫວຽດນາມ), ຕະຫຼາດຊາຍແດນດົງຮືງ (ປະເທດຈີນ); ປຶກສາຫາລືກ່ຽວກັບກົນໄກການຮ່ວມມື ເພື່ອສົ່ງເສີມການຜ່ານດ່ານພາສີ ແລະ ສ້າງເງື່ອນໄຂໃຫ້ “ບໍລິສັດຮັບຮອງ ແລະ ກວດຕີລາຄາຄຸນະພາບປະເທດຈີນ (CCIC)” ສ້າງຕັ້ງສາຂາ ແລະ ຫ້ອງທົດລອງທີ່ Km3 + 4 ຫາຍອ່ຽນ (ຫວຽດນາມ) ເພື່ອຮັບໃຊ້ການທົດສອບ ແລະ ການກັກກັນພະຍາດຂອງສິນຄ້າຂອງຫວຽດນາມ ທີ່ສົ່ງອອກໄປຕະຫຼາດຈີນ (ການກວດກາ, ການຕິດສະແຕມ ເພື່ອຄວາມເປັນໄປສົ່ງອອກສິນຄ້າ); ປະສານສົມທົບໃນການຄຸ້ມຄອງຊາຍແດນ, ຕ້ານການເຂົ້າ - ອອກເມືອງທີ່ຜິດກົດໝາຍ, ແລະ ສົ່ງພົນລະເມືອງຜູ້ທີ່ລະເມີດກົດລະບຽບການເຂົ້າ - ອອກເມືອງຂອງສອງປະເທດ ຜ່ານທາງການທູດຕາມຄວາມຮັບຮູ້ຂອງສອງຝ່າຍ.

ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ໃນການປ້ອງກັນການລະບາດພະຍາດ COVID-19 ເພື່ອຄວາມປອດໄພຂອງປະຊາຊົນໃນແຕ່ລະທ້ອງຖິ່ນ ແລະ ປະເທດ, ແລະ ຄວາມປອດໄພທົ່ວໄປຂອງເຂດຊາຍແດນ; ສືບຕໍ່ຄົ້ນຄ້ວາ ແລະ ສ້າງເງື່ອນໄຂສະດວກເພື່ອຊ່ວຍໃຫ້ບັນດາວິສາຫະກິດຫລຸດຜ່ອນຄ່າໃຊ້ຈ່າຍ, ຍົກສູງປະສິດທິຜົນການຜ່ານດ່ານ, ດຶງດູດວິສາຫະກິດນັບມື້ນັບຫຼາຍຂຶ້ນ ເພື່ອນຳສິນຄ້າສົ່ງອອກຜ່ານຂົວທຸ່ນລອຍ, ປັບປຸງຄວາມສາມາດແກ່ງແຍ້ງ ແລະ ສົ່ງເສີມປະສິດທິຜົນຂອງລະບົບພື້ນຖານໂຄງລ່າງ ໃນບໍລິເວນຊາຍແດນມອງກາຍ - ດົງຮືງ.

ເນື່ອງໃນໂອກາດນີ້, ເມືອງດົງຮືງ ໄດ້ມອບເຄື່ອງອຸປະກອນການແພດ ຈຳນວນໜຶ່ງ ໃຫ້ເມືອງມອງກາຍ ເພື່ອຮັບໃຊ້ການປ້ອງກັນການລະບາດຂອງພະຍາດ COVID-19.

ພິທີເປີດສະຫຼອງນຳໃຊ້ດ່ານຊາຍແດນສາກົນ ເຕີນນາມ - Meun Chey ພິທີເປີດສະຫຼອງນຳໃຊ້ດ່ານຊາຍແດນສາກົນ ເຕີນນາມ - Meun Chey

ຍສໝ - ຫວ່າງແລ້ວນີ້, ແຂວງໄຕນິງ (ຫວຽດນາມ) ແລະ ແຂວງ Prey Veng (ກຳປູເຈຍ) ໄດ້ຈັດພິທີຕັດແຖບຜ້າສະຫຼອງເປີດນຳໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey ໃນຮູບແບບທີ່ຈັດຝ່າຍລະຟາກຊາຍແດນ ເພື່ອຈຳກັດການພົບປະ ແລະ ປ້ອງກັນພະຍາດ COVID-19.

ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ

ຍ​ສ​ໝ - ບໍ່​ພຽງ​ແຕ່​ຮັກ​ສາ​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນ​ຄົງ​ເທົ່າ​ນັ້ນໃນ​ຊຸມ​ປີ​ຜ່ານ​ມາ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ ຍັງ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່, ດູ​ແລ, ຊ່ວຍ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ ຢູ່​ເຂດ​ຊາຍ​ແດນ, ລວມ​ມີ​ເດັກ​ນ້ອຍຫວຽດ​ນາມ, ລາວ ກຳ​ປູ​ເຈຍ​ໄ ດ້ມີ​ເງື່ອນ​ໄຂ​ລະຫຼິ້ນ, ຮ່ຳ​ຮຽນ, ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ພວກ​ນ້ອງ.

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 5: ການເຄື່ອນໄຫວເພື່ອລ້ຽງດູເດັກນ້ອຍໄປໂຮງຮຽນ “ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 5: ການເຄື່ອນໄຫວເພື່ອລ້ຽງດູເດັກນ້ອຍໄປໂຮງຮຽນ

ຍສໝ - ໃນຄວາມຫຍຸ້ງຍາກ, ສະຫາຍຮ້ອຍໂທ ຫວໍວັນວິງ, ທະຫານປ້ອງກັນຊາຍແດນ ທີ່ດ່ານຊາຍແດນ ອາເດີດ (ເມືອງອາເລືອຍ, ເທືອທຽນ-ເຫວ້) ໄດ້ຖືວ່າ ການສະໜັບສະໜູນເດັກນ້ອຍ ໃຫ້ໄດ້ໄປໂຮງຮຽນທັງເປັນວຽກງານ ແລະ ຄວາມສຸກ ໃນຊີວິດຂອງລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.