ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

09:46 | 09/06/2021

ຍ​ສ​ໝ - ເມື່ອ​ທຽບ​ໃສ່​ກັບ​ຂໍ້​ກຳ​ນົດ​ທີ່​ພວມ​ໄດ້​ຮັບ​ການ​ປະ​ຊາດ​ໃຊ້​ຄື​ໃນ​ປັດ​ຈຸ​ບັນ, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະແລະສັງ​ຄົມໄດ້​ຜ່ອນ​ຜັນ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຫຼຸດ​ຜ່ອນ​ອັດ​ຕາ​ແຮງ​ງານ​ທີ່ຕ້ອງ​ຢຸດ​ຕິ​ການ​ເຮັດ​ວຽກ, ໂຈະ​ສັນ​ຍາແຮງ​ງານ, ພັກ​ເຮັດ​ວຽກ​ໂດຍ​ບໍ່​ມີ​ເງິນ​ເດືອນ​ແຕ່ 20% ລົງ​ເຫຼືອ 10%.

ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສະ​ເໜີ​ໜູນ​ຊ່ວຍ​ຜູ້​ອອກ​ແຮ​ຮງງານ 60.000 ຄົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສະ​ເໜີ​ໜູນ​ຊ່ວຍ​ຜູ້​ອອກ​ແຮ​ຮງງານ 60.000 ຄົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ
ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ: nhandan.com

ຕໍ່​ໜ້າ​ການ​ຜັນ​ແປທີ່​ນັບ​ມື້​ນັບ​ສັບ​ສົນຂອງໂລກ​ລະ​ບາດ​ໂຄວິດ - 19, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະແລະສັງ​ຄົມຫວຽດ​ນາມຄາດຄະ​ເນ​ຈະ​ສະ​ເໜີ​ໃຫ້ລັດ​ຖະ​ບານດັດ​ປັບ, ເພີ່ມ​ເຕີມ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຢຸດ​ຕິ​ຊົ່ວ​ຄາວການຈ່າຍ​ເງິນ​ເຂົ້າ​ກອງ​ທຶນພັກ​​ບຳ​ນານແລະອຸດໜູນການເສຍຊີວິດສຳ​ລັບ​ຜູ້​ນຳ​ໃຊ້​ແຮງ​ງານທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ດ້ວຍ​ເງື່ອນ​ໄຂ​ຈຳນວນໜຶ່ງທີ່ຜ່ອນ​ຜັນ​ກ່​ວາໃຫ້​ແກ່​ວິ​ສາ​ຫະ​ກິດ.

ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ແຜ່​ລະ​ບາດ​ຢ່າງ​ແຮງເຊິ່ງໄດ້​ກໍ່​ຜົນ​ກະ​ທົບ​ຕໍ່​ການ​ຕະຫຼາດ​ແຮງ​ງານແລະການຜະ​ລິດ​, ດຳ​ເນີນ​ທຸ​ລະ​ກິດຢູ່ບັກ​ນິງ, ບັກຢາງ. ຮອດ​ທ້າຍ​ເດືອນພຶດ​ສະ​ພາ, ແຂວງບ​ັກ​ຢາງ​ຕ້ອງໄດ້​ຢຸດ​ຕິ​ຊົ່ວ​ຄາ​ວເຂດ​ອຸດ​ສາ​ຫະ​ກຳ 4 ແຫ່ງດ້ວຍ​ວິ​ສາ​ຫະ​ກິດ 322 ແຫ່ງໂດຍ​ມີ​ແຮງ​ງານ​ເກືອບ 150.000 ຄົນຕ້ອງ​ຢຸດ​ຕິ​ການ​ເຮັດ​ວຽກຊົ່ວຄາວ; ສ່ວນ​ແຂ​ວງ​ບັກ​ນິງມີ​ແຮງ​ງານ 42.000 ຄົນໃນ​ຍອດຈຳ​ນວນ 320.000 ຄົນຕ້ອງ​ຢຸດ​ຕິ​ການ​ເຮັດ​ວຽກ, ນະ​ຄອນ​ຫ໋າຍ​ຟ່ອງ​ມີ​ແຮງ​ງານກ່​ວາ 30.000 ຄົນ​ຖືກ​ຜົນ​ກະ​ທົບ​ຢ່າງ​ຫ​ຍໍ້​ທໍ້, ຢູ່​ຮ່າ​ໂນ້ຍ, ໂຮ່​ຈີ​ມິນ, ດ່າ​ນັ້ງ, ວິງ​ຟຸກ… ບາງ​ເຂດ​ຖືກ​ຈຳ​ກັດ​ການ​ເດີນ​ທາງ​ໄປ​ມາ, lockdow ຕ້ອງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດທີ່​ບໍ່​ຈຳ​ເປັນ, ຊຶ່ງ​ເຮັດ​ໃຫ້​ກໍ່​ຜົນ​ສະ​ທ້ອນ​ຕໍ່​ວຽກ​ເຮັດ​ງານ​ທຳ​ຂອງ​ຜູ້​ອອກ​ແຮງ​ງານ​ນັ​ບ​ລ້ານ​ຄົນ.

ເມື່ອ​ທຽບ​ໃສ່​ກັບ​ຂໍ້​ກຳ​ນົດ​ທີ່​ພວມ​ໄດ້​ຮັບ​ການ​ປະ​ຊາດ​ໃຊ້​ຄື​ໃນ​ປັດ​ຈຸ​ບັນ, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະແລະສັງ​ຄົມໄດ້​ຜ່ອນ​ຜັນ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຫຼຸດ​ຜ່ອນ​ອັດ​ຕາ​ແຮງ​ງານ​ທີ່ຕ້ອງ​ຢຸດ​ຕິ​ການ​ເຮັດ​ວຽກ, ໂຈະ​ສັນ​ຍາແຮງ​ງານ, ພັກ​ເຮັດ​ວຽກ​ໂດຍ​ບໍ່​ມີ​ເງິນ​ເດືອນ​ແຕ່ 20% ລົງ​ເຫຼືອ 10%. ຈ​ຸດ​ເວ​ລາ​ຢຸດ​ຕິ​ຊົ່ວຄາວການ​ຈ່າຍເງິນ​ເຂົ້າ​ກອງ​ທຶນ​ພັກ​ບຳ​ນານແລະອຸດໜູນການເສຍຊີວິດ ກ່ອນ​ເວ​ລາ​ຍື່ນ​ເອ​ກະ​ສານກໍ່​ໄດ້​ຮັບ​ການ​ດັດ​ປັບ​ແຕ່ “ບໍ່​ເກີນ 3 ເດືອນ” ຂຶ້ນ​ເປັນ “ບໍ່​ເກີນ 6 ເດືອນ”, ​ສະ​ເພາະ​ເວ​ລາ​ຢຸດ​ຕິ​ຊົ່ວ​ຄາວ​ຍັງ​ຮັກ​ສາ​ຄື​ເກົ່າເຊິ່ງແມ່ນບໍ່​ເກີນ 12 ເດືອນ.

ກ່ຽວ​ກັບ​ຂໍ້​ສະ​ເໜີນີ້, ປະ​ກັນ​ໄພ​ສັງ​ຄົມຫວຽດ​ນາມໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຢຸດ​ຕິຊົ່ວຄາວ​ການ​ຈ່າຍ​ເງິນ​ເຂົ້າ​ກອງ​ທຶນພັກ​ບຳ​ນານແລະອຸດໜູນການເສຍຊີວິດສຳ​ລັບ​ຜູ້​ນຳ​ໃຊ້​ແຮງ​ງານທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະສະເໜີ​ເງື່ອນ​ໄຂ​ເພີ່ມ​ເຕີມ​ສຳ​ລັບ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ຜ່ອນ​ຜັນ​ເງື່ອນ​ໄຂ.

ເພື່ອ​ໜູນ​ຊ່ວຍ​ຢ່າງ​ທັນ​ການແນໃສ່ຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ຜູ້​ເຂົ້າ​ຮ່ວມ​ປະ​ກັນ​ໄພ​ສັງ​ຄົມໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ປະ​ກັນ​ໄພ​ສັງ​ຄົມຫວຽດ​ນາມກໍ່​ມີ​ເອ​ກະ​ສານ​ທາງ​ການສະເໜີ​ໃຫ້ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່​ເປັນກໍ​ລະ​ນີ F1, ກໍ​ລະ​ນີ F2 ທີ່ຕ້ອງແຍກ​ປ່ຽວ​ຈາກ​ແຫຼ່ງກອງ​ທຶນປະ​ກັນ​ໄພ​ວ່າງ​ງານ.

ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສະ​ເໜີ​ໜູນ​ຊ່ວຍ​ຜູ້​ອອກ​ແຮ​ຮງງານ 60.000 ຄົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສະ​ເໜີ​ໜູນ​ຊ່ວຍ​ຜູ້​ອອກ​ແຮ​ຮງງານ 60.000 ຄົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕາມ​ນັ້ນ​ແລ້ວ, ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ກໍ່ສະ​ເໜີ​ໜູນ​ຊ່ວຍ​ເງິນ​ສົດ​ໃຫ້​ແກ່ຜູ້​ອອກ​ແຮງ​ງານ​ທີ່ຕ້ອງ​ຢຸດ​ເຮັດ​ວຽກ ຍ້ອນ​ແມ່ນ​ເປົ້າ​ໝາຍ​ຕ້ອງແຍກ​ປ່ຽວ 14 ວັນ​ຂຶ້ນ​ໄປ ຢູ່​ສະ​ຖານ​ທີ່ແຍກ​​ຕົວ​ລວມ​ໝູ່ (ກໍລະນີ F1) ຫຼື ແຍກຕົວຢູ່​​ເຮືອນ (ກໍລະນີ F2) ຫຼື​ໃນ​ບັນ​ດາ​ເຂດທີ່​ຖືກຈຳກັດການເຂົ້າອອກ​ຕາມ​ຄຳ​ຮຽກ​ຮ້ອງຂອງ​ອົງ​ການ​ແຫ່ງ​ລັດ ທີ່​ມີ​ສິດ​ອຳ​ນາດ ແມ່ນ​ໜູນ​ຊ່ວຍ​ເງິນ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານທີ່​ຕ້ອງ​ຢຸດ​​ເຮັດ​ວຽກ​ໃນ​ເວ​ລາ 14 ວັນ, ແຕ່​ເງິນ​ເດືອນ​ຢຸດງານ​ຕ່ຳ​ກ່​ວາ​ເງິນ​ເດືອນຕ່ຳ​ສຸດໃນເຂດ.

ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ

ຍ​ສ​ໝ - ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ​ສາ​ກົນ​ລາວ​ບາວ ແລະ ລາ​ໄລ, ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ໄດ້​ມອ​ບຜ້າ​ອັດ​ປາກ - ອັດ​ດັງ 20.000 ອັນ, ເຈວລ້າງ​ມື​ຂ້າ​ເຊື້ອ​ 30 ແກັດ, ສະ​ບູ​ລ້າງ​ມື 80 ແກັດ, ນ້ຳ​ຢາ​ລ້າງ​ມື 25 ແກັດ, ໝີ່ສຳ​ເລັດ​ຮູບ 100 ແກັດ ດ້ວຍ​ມູນ​ຄ່າ 120 ...

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ

ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.