ດານັງ - ເຊກອງ ເພີ່ມທະວີການຮ່ວມມືພັດທະນາການເກສັດ

01:24 | 23/07/2026

ຍສໝ - ໃນຕອນເຊົ້າວັນທີ 20 ກໍລະກົດ, ຢູ່ທີ່ແຂວງ ຕາມກີ່, ສູນສົ່ງເສີມການເກສັດ ນະຄອນ ດານັງ ໄດ້ໄຂຊຸດແລກປ່ຽນບົດຮຽນ ແລະ ຝຶກອົບຮົມຖ່າຍທອດຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກການເກສັດ ໃຫ້ແກ່ຄະນະພະນັກງານວິຊາການ ແຂວງ ເຊກອງ (ລາວ). ການເຄື່ອນໄຫວນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືທາງດ້ານວິຊາສະເພາະ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງສອງທ້ອງຖິ່ນ.

ພະລັງແຫ່ງຄວາມສາມັກຄີ ແລະ ການພັດທະນາຂອງຄຸມຊົນຄົນຫວຽດນາມ ຢູ່ ລາວ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ

ຊຸດຝຶກອົບຮົມ ໄດ້ຈັດຂຶ້ນຕັ້ງແຕ່ວັນທີ 20 ຮອດວັນທີ 24 ກໍລະກົດ, ໂດຍສຸມໃສ່ການອັບເດດ/ປັບປຸງຄວາມຮູ້, ແບ່ງປັນບົດຮຽນ ແລະ ຖ່າຍທອດບັນດາຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາການຜະລິດການເກສັດ.

ພາຍໃນຂອບເຂດໂຄງການ, ພະນັກງານວິຊາການ ແຂວງ ເຊກອງ ໄດ້ຮັບການແລກປ່ຽນຫຼາຍຫົວຂໍ້ສະເພາະ ເຊັ່ນ: ພາບລວມກ່ຽວກັບການເກສັດຂອງນະຄອນ ດານັງ; ເຕັກນິກການຜະລິດເຫັດ; ການລ້ຽງສັດແບບປອດໄພທາງດ້ານຊີວະພາບ; ການລ້ຽງເຜິ້ງເອົານ້ຳເຜິ້ງ; ເຕັກນິກການປູກໄມ້ໃຫ້ໝາກ; ການປູກເຂົ້າ ແລະ ພືດສະບຽງອາຫານ; ການລ້ຽງສັດນ້ຳຈືດ.

ຄຽງຂ້າງບັນດາເນື້ອໃນທິດສະດີແລ້ວ, ຄະນະພະນັກງານ ແຂວງ ເຊກອງ ຈະໄດ້ເຂົ້າຢ້ຽມຊົມ, ຊອກຮູ້ຕົວຈິງຢູ່ທີ່ບັນດາຮູບແບບການຜະລິດການເກສັດ, ພາຍໃນນັ້ນ ມີຮູບແບບການຜະລິດເຫັດຢູ່ຕາແສງ ບານາ ແລະ ຮູບແບບເສດຖະກິດສວນ, ກະສິກຳ - ປ່າໄມ້ປະສົມປະສານ ຢູ່ຕາແສງ ຕຽນເຟືອກ.

ດານັງ - ເຊກອງ ເພີ່ມທະວີການຮ່ວມມືພັດທະນາການເກສັດ
ພາບບັນຍາກາດພາຍໃນຊຸດຝຶກອົບຮົມ.

ໂດຍຜ່ານໂຄງການດັ່ງກ່າວ, ພະນັກງານວິຊາການ ແຂວງ ເຊກອງ ໄດ້ມີໂອກາດຕື່ມອີກໃນການເຂົ້າເຖິງບັນດາຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກ, ແລກປ່ຽນບົດຮຽນການຈັດຕັ້ງການຜະລິດ ແລະ ອ້າງອີງບັນດາຮູບແບບຕົວຈິງ. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາພະນັກງານຄົ້ນຄວ້າ, ໝູນໃຊ້ໃຫ້ສອດຄ່ອງກັບເງື່ອນໄຂຂອງທ້ອງຖິ່ນ, ມຸ່ງໄປສູ່ການພັດທະນາການເກສັດຢ່າງມີປະສິດທິຜົນ ແລະ ຍືນຍົງ.

ຕາມການນຳສູນສົ່ງເສີມການເກສັດ ນະຄອນ ດານັງ ໃຫ້ຮູ້ວ່າ, ຊຸດຝຶກອົບຮົມແມ່ນການເຄື່ອນໄຫວຫັນເນື້ອໃນການຮ່ວມມືລະຫວ່າງສອງທ້ອງຖິ່ນໃຫ້ປະກົດເປັນຈິງ, ປະກອບສ່ວນເພີ່ມທະວີໃຫ້ນັບມື້ນັບແໜ້ນແຟ້ນ, ທັງຊຸກຍູ້ການແລກປ່ຽນວິຊາສະເພາະພາຍໃນຂົງເຂດການເກສັດ.

ກ່ອນໜ້ານັ້ນ, ການຮ່ວມມືທາງດ້ານການເກສັດ ລະຫວ່າງ ຫວຽດນາມ ແລະ ລາວ ໄດ້ສືບຕໍ່ຮັບການຊຸກຍູ້ໃນລະດັບຂະແໜງການ. ຄະນະປະຕິບັດງານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລາວ ໄດ້ເຂົ້າຢ້ຽມຢາມ, ເຮັດວຽກກັບ ສະຖາບັນວິທະຍາສາດການກະເສດຫວຽດນາມ (VAAS). ພາຍໃນຂອບເຂດໂຄງການ, VAAS ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ລາວ (NAFRI) ໄດ້ລົງນາມໃນ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື (MoU).

ບົດບັນທຶກຄວາມເຂົ້າໃຈ ໄດ້ສ້າງພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືຄົ້ນຄວ້າວິທະຍາສາດ, ແລກປ່ຽນພະນັກງານ, ແບ່ງປັນຂໍ້ມູນຂ່າວສານວິທະຍາສາດ, ທັງປະສານງານສ້າງຕັ້ງ ແລະ ຜັນຂະຫຍາຍບັນດາໂຄງການ, ໂຄງການຮ່ວມມື, ປະກອບສ່ວນຍົກສູງປະສິດທິຜົນການຄົ້ນຄວ້າ ແລະ ພັດທະນາການເກສັດຂອງ ຫວຽດນາມ ແລະ ລາວ.

“ຝົນແດງ” ເຊື່ອມຕໍ່ຄວາມຊົງຈຳ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ “ຝົນແດງ” ເຊື່ອມຕໍ່ຄວາມຊົງຈຳ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ (18/7/1977 - 18/7/2026), ວັນທີ 16 ກໍລະກົດ, ຢູ່ທີ່ນະຄອນຫຼວງວຽງຈັນ, ຮູບເງົາເລື່ອງ “ຝົນແດງ” ໄດ້ຮັບການສາຍໃຫ້ແກ່ບັນດາອະດີດພະນັກງານ, ພະນັກງານຂອງບັນດາຄະນະພັກ, ກະຊວງ, ຂະແໜງການຂອງລາວໄດ້ຮັບຊົມ, ເຊິ່ງໄດ້ປະກອບສ່ວນເຜີຍແຜ່ບັນດາຄຸນຄ່າທາງດ້ານປະຫວັດສາດ, ສັນຕິພາບ ແລະ ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

ງານວາງສະແດງການຄ້າ ຫວຽດນາມ - ລາວ 2026 ຊຸກຍູ້ການຮ່ວມສຳພັນຍຸດທະສາດ ງານວາງສະແດງການຄ້າ ຫວຽດນາມ - ລາວ 2026 ຊຸກຍູ້ການຮ່ວມສຳພັນຍຸດທະສາດ
ຍສໝ - ບັນດາຜູ້ແທນຂອງທັງສອງປະເທດ ຫວຽດນາມ - ລາວ ຮ່ວມກັນຕັດແຖບຜ້າເປີດງານວາງສະແດງການຄ້າ ຫວຽດນາມ - ລາວ 2026 ຢ່າງເປັນທາງການ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ