| ສີສັນທາງວັດທະນະທຳຂອງຊາວຈາມ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງ ແຂວງ ເລີມດົງ ອຸດົມສົມບູນຂຶ້ນ ເລັ່ງດ່ວນກວດກາອັດຕະລັກອັດຖິເສຍສະຫຼະຊີວິດເພື່ອຊາດ ດ້ວຍວິທີກວດຊິວະພັນ ຢູ່ ແຂວງ ເລິມດົ່ງ |
![]() |
| ສຸສາານນັກຮົບເກົ່າ ບິ່ງທ້ວນ - ສະທີ່ມີຈຳນວນຫຼຸມຝົບນັກຮົບເກົ່າຫຼາຍກວ່າເພື່ອນໃນແຂວງ ລຳດອນ, ໂດຍມີເກືອບ 9.000 ຫຼຸມ. |
ໃນການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ” ດ້ານການຄົ້ນຫາ, ເຕົ້າໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານຜູ້ເສຍສະຫຼະ, ແຂວງລຳດົງໄດ້ຮັບມອບໝາຍໃຫ້ເກັບຕົວຢ່າງອັດຖິຈຳນວນ 4.776 ຕົວຢ່າງ ຈາກບັນດາຂຸມຝັງສົບທະຫານຜູ້ເສຍສະຫຼະທີ່ຍັງບໍ່ມີຂໍ້ມູນລະບຸຕົວຕົນ ຢູ່ 11 ສຸສານໃນທົ່ວແຂວງ. ມາຮອດປັດຈຸບັນ, ວຽກງານເກັບຕົວຢ່າງໄດ້ສຳເລັດແລ້ວຢູ່ 10 ໃນຈຳນວນ 11 ສຸສານທະຫານຜູ້ເສຍສະຫຼະຂອງແຂວງ.
ສຸສານທະຫານຜູ້ເສຍສະຫຼະບິ່ງທ້ວນ ເປັນສຸສານແຫ່ງສຸດທ້າຍ, ຫຼື ແຫ່ງທີ 11, ທີ່ດຳເນີນການເກັບຕົວຢ່າງອັດຖິຕາມແຜນຂອງບັ້ນຮົບດັ່ງກ່າວ. ສຸສານແຫ່ງນີ້ມີຈຳນວນຂຸມຝັງສົບທະຫານຜູ້ເສຍສະຫຼະຫຼາຍທີ່ສຸດໃນແຂວງ ໂດຍມີເກືອບ 9.000 ຂຸມ, ໃນນັ້ນຫຼາຍກວ່າ 3.400 ຂຸມ ຕ້ອງໄດ້ດຳເນີນການເກັບຕົວຢ່າງອັດຖິ ເພື່ອນຳໄປກວດສອບ ແລະ ຢັ້ງຢືນຕົວຕົນ. ຄິດໄລ່ເຖິງວັນທີ 8 ສິງຫາ, ບັນດາທີມປະຕິບັດໜ້າທີ່ໄດ້ຂຸດຄົ້ນຂຸມຝັງສົບຫຼາຍກວ່າ 2.800 ຂຸມ ແລະ ເກັບຕົວຢ່າງອັດຖິທະຫານຜູ້ເສຍສະຫຼະທີ່ມີເງື່ອນໄຂຄົບຖ້ວນສຳລັບການກວດວິເຄາະໄດ້ເກືອບ 2.500 ຕົວຢ່າງ.
ປັດຈຸບັນ, ບັນດາກຳລັງທີ່ຮັບຜິດຊອບກຳລັງເລັ່ງລັດການເກັບຕົວຢ່າງຢູ່ສຸສານບິ່ງທ້ວນ, ໂດຍຄາດວ່າຈະສາມາດສຳເລັດວຽກງານກ່ອນວັນທີ 15 ສິງຫາ, ໄວກວ່າກຳນົດເວລາຕາມແຜນການທີ່ໄດ້ຮັບມອບໝາຍເຖິງ 3 ເດືອນ.
ສອງວັນທີ່ຜ່ານມາ, ຢູ່ຫ້ອງຮັບແຂກ ສະໂມສອນຫຼັກ 4, ນະຄອນປາກເຊ, ແຂວງຈຳປາສັກ, ການນໍາແຂວງຈໍາປາສັກນໍາໂດຍ ສະຫາຍ ເມກສະຫວັນ ພົມພິທັກ, ຮອງເລຂາອົງຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈໍາປາສັກ, ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ສະຫາຍຫງຽວນກວາງຢຽນ, ປະທານຄະນະກວດກາພັກ-ລັດເມືອງລາກເຢືອງ, ແລະ ກຳມະການຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເລິມດົງ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ. |
ຍສໝ - ຢູ່ທີ່ຫ້ອງປະຊຸມຄະນະກຳມະການປະຊາຊົນ ເມືອງ ໂລກທັ໋ງ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງ ເລີມດົງ ໄດ້ຈັດພິທີສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລາວຢູ່ເມືອງ ເມືອງບ່າວເລີມ - ແຂວງ ເລີມດົງ |
ແທັງຮັ່ງ
