| ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ | |
| ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື |
ໃນການຕ້ອນຮັບ, ທ່ານ ຫງວຽນ ແມ້ງ ເກື່ອງ, ກຳມະການສູນກາງພັກ, ຮອງເລຂາປະຈຳຄະນະພັກກະຊວງ, ຮອງລັດຖະມົນຕີການຕ່າງປະເທດ, ໄດ້ສະແດງຄວາມຍິນດີ ແລະ ຂອບໃຈທ່ານນາງເອກອັກຄະລັດຖະທູດ ພ້ອມຄະນະພະນັກງານ ແລະ ເຈົ້າໜ້າທີ່ສະຖານທູດລາວ ສຳລັບນ້ຳໃຈອັນອົບອຸ່ນ ແລະ ຄຳອວຍພອນທີ່ມອບໃຫ້ຫວຽດນາມ. ທ່ານຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄຸນຄ່າຕໍ່ການສະໜັບສະໜູນອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນລາວ, ພ້ອມເນັ້ນວ່າ ສາຍພົວພັນຫວຽດນາມ - ລາວ ແມ່ນສາຍພົວພັນພິເສດທີ່ຊື່ສັດໝັ້ນຄົງ, ຜູກພັນແໜ້ນແຟ້ນ ແລະ ນັບມື້ນັບພັດທະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນທຸກຂົງເຂດ.
![]() |
| ທ່ານກົງສຸນໃຫຍ່ ດິງຮວ່າງລິງ ໄດ້ເຂົ້າຮ່ວມພິທີໄຂງານບຸນປະເພນີບັ້ງໄຟ (Bun Bang Fai Lai Sri Phum) ປະຈຳປີ 2026 ຢູ່ທີ່ເມືອງ ສຸວັນນະພູມ. |
ທ່ານຮອງລັດຖະມົນຕີຕີລາຄາສູງການປະສານງານຢ່າງໃກ້ຊິດລະຫວ່າງສະຖານທູດລາວ ກັບຄະນະພັກກະຊວງ ແລະ ກະຊວງການຕ່າງປະເທດຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ແລະ ຜົນການພົບປະຂອງການນຳຂັ້ນສູງສອງພັກ, ສອງລັດ. ທ່ານສະເໜີໃຫ້ທ່ານນາງ ຄຳເພົາ ເອີນທະວັນ ສືບຕໍ່ປະສານງານກັບບັນດາອົງການຫວຽດນາມ ໃນການກະກຽມການຢ້ຽມຢາມ ແລະ ກິດຈະກຳການຕ່າງປະເທດຂັ້ນສູງ, ພ້ອມທັງຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ. ພິເສດ, ປີ 2027 ຈະເປັນປີລະນຶກ 65 ປີແຫ່ງວັນສ້າງຕັ້ງການພົວພັນການທູດ (5 ກັນຍາ 1962 - 5 ກັນຍາ 2027) ແລະ 50 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2027). ຫວຽດນາມປາດຖະໜາໃຫ້ສອງຝ່າຍຮ່ວມກັນກະກຽມກິດຈະກຳລະນຶກຢ່າງຮອບຄອບ, ເພື່ອສືບທອດມູນເຊື້ອສາມັກຄີ ແລະ ມິດຕະພາບພິເສດໃຫ້ແກ່ຄົນຮຸ່ນໜຸ່ມສອງປະເທດ.
![]() |
| ບັນດາລາຍການສະແດງຢູ່ພາຍໃດງານບຸນປະເພນີບັ້ງໄຟ. |
ທາງດ້ານທ່ານນາງ ຄຳເພົາ ເອີນທະວັນ ໄດ້ສົ່ງຄຳອວຍພອນອັນດີງາມເຖິງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດລະນຶກ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ພ້ອມອວຍພອນໃຫ້ຫວຽດນາມສືບຕໍ່ປະສົບຜົນສຳເລັດໃນພາລະກິດສ້າງສາ ແລະ ພັດທະນາປະເທດ. ທ່ານນາງຢືນຢັນວ່າ ສະຖານທູດລາວຈະສືບຕໍ່ປະສານງານກັບຄະນະພັກກະຊວງ, ກະຊວງການຕ່າງປະເທດ ແລະ ບັນດາອົງການຂອງຫວຽດນາມ ເພື່ອຮ່ວມກັນທະນຸຖະໜອມ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງ, ຍືນຍົງ ແລະ ມີປະສິດທິຜົນ.
| ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການສູນກາງພັກ, ຮອງປະທານຮັບຜິດຊອບສະພາທິດສະດີສູນກາງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ຫາກໍ່ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ທີ່ໄດ້ຈັດຕັ້ງຢູ່ແຂວງ ລາວກາຍ ແຕ່ວັນທີ 27-30 ສິງຫາ 2024. |
| ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ ຍສໝ - ຫໍເທບທິດາປະເທດ ລາວ (ຢູ່ແຂວງ ນິງບິ່ງ) ຈະໄດ້ຮັບການບູລະນະ, ຍົກລະດັບເປັນສວນສາທາລະນະເປັນ “ສວນວັດທະນະທຳທ່ອງທ່ຽວ ຫວຽດນາມ - ລາວ”. |
ມີງດຶກ

