ເລຂາທິການໃຫຍ່ ສປຊ ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ສະພາບການພາຍຸນໍ້າຖວ້ນຢູ່ພາກກາງຫວຽດນາມ | |
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ |
![]() |
ທ່ານ ຟານຈີ໊ແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UNESCAP ແລະ ທ່ານນາງ Armida Salsiah Alisjahbana ຮອງເລຂາທິການ ສປຊ, ເລຂາຝ່າຍບໍລິຫານ ESCAP.(ພາບ: Baoquocte.vn) |
ຕອນບ່າຍວັນທີ 3 ທັນວາ, ຢູ່ສຳນັກງານຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ຂອງ ສປຊ, ທ່ານ ຟານຈີ໊ແທັງ ເອກອັກຄະລັດຖະທູດ ຫວຽດນາມປະຈຳໄທ, ທັງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UNESCAP, ທ່ານນາງ Armida Salsiah Alisjahbana ຮອງເລຂາທິການ ສປຊ, ເລຂາຝ່າຍບໍລິຫານ ESCAP.
ທີ່ການພົບປະ, ທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ, ເຂລາຝ່າຍບໍລິຫານຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ຂອງ ສປຊ (ESCAP) ໄດ້ຍ້ອງຍໍຕໍ່ຄວາມຕັດສິນໃຈ, ຄວາມມານະພະຍາມ ກໍ່ຄື ຜົນງານຂອງ ຫວຽດນາມ ໃນການປະຕິບັດໂຄງການດຳເນີນງານປີ 2030 ເພື່ອການພັດທະນາແບບຍືນຍົງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງ ສະແດງໃຫ້ເຫັນຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບ ESCAP ເວົ້າສະເພາະ ແລະ ລະຫວ່າງ ສປຊ - ອາຊຽນ ເວົ້າລວມ.
ໃນການແລກປ່ຽນພາຍຫຼັງພິທີມອບສານຕາຕັ້ງ, ທ່ານນາງ Alisjahbana ໄດ້ຕີລາຄາສູງຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນ 10 ປີທີ່ຜ່ານມາ, ທ່ານນາງກໍ່ຮັບຮູ້ເລື່ອງ ຫວຽດນາມ ແມ່ນປະເທດໂດດເດັ່ນກ່ຽວກັບການຄວບຄຸມໂລກລະບາດໂຄວິດ - 19 ແລະ ສືບຕໍ່ຮັກສາໄດ້ທ່າເຕີບໂຕເສດຖະກິດໃນໄລຍະເກີດໂລກລະບາດ.
ສ່ວນທ່ານ ຟານຈີ໊ແທັງ ເອກອັກຄະລັດຖະທູດ ຫວຽດນາມປະຈຳ UNESCAP ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຮູ້ສຶກເປັນກຽດເມື່ອແມ່ນເອກອັກຄະລັດຖະທູດ ຫວຽດນາມ ຜູ້ທຳອິດປະຈຳ UNESCAP, ທ່ານກໍ່ຢັ້ງຢືນ ວ່າ ຫວຽດນາມໃຫ້ຄຳໝັ້ນສັນຍາ ແລະ ມານະພະຍາຍາມປະຕິບັດໂຄງການດຳເນີນງານ 2030 ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ແລະ ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ESCAP.
![]() | ເລຂາທິການໃຫຍ່ ສປຊ ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ສະພາບການພາຍຸນໍ້າຖວ້ນຢູ່ພາກກາງຫວຽດນາມ ຍສໝ - ໄດ້ຍິນຂ່າວວ່າ ຫວຽດນາມ ກຳລັງປະສົບກັບຄວາມເສຍຫາຍຫລາຍຢ່າງ ທີ່ເກີດຈາກໄພພິບັດທາງທຳ ມະຊາດ, ທ່ານ Antonio Guterres - ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ມາເຖິງທ່ານເລຂາທິການໃຫຍ່ ແລະ ປະທານປະເທດຫວຽດນາມຫງວຽນຟູຈ້ອງ. |
![]() | ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ ຍສໝ - ທ່ານ Kamal Maholtra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມໃນຖານະເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020. |
![]() | ຫວຽດນາມເປັນປະທານຮ່ວມກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ ຍສໝ - ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ. |
ບຸນຄົງ