| ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການຮ່ວມ ອີຢູ - ຫວຽດນາມ | |
| ອີຢູ ເພີ່ມທະວີການຮ່ວມມືກັບອາຊຽນ ເພື່ອຮັບມືປ້ອງກັນ ແລະ ຕ້ານພະຍາດ COVID-19 |
ຫວ່າງແລ້ວນີ້,, ທີ່ຮ່າໂນ້ຍ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຮັບຟັງການແນະນໍາບັນດາໂຄງການຂອງສະຫະພາບເອີລົບ (ອີຢູ) ຜ່ານລະບົບທາງໄກ ພາຍໃຕ້ການເປັນປະທານຂອງທ່ານພັນເອກພິເສດ ຟ້າມແມັງຖັ໊ງ ຮອງຫົວໜ້າກົມພົວພັນຕ່າງປະເທດ.
![]() |
| ຫວຽດນາມ ແລະ ອີຢູ ຊອກຮູ້ກາລະໂອກາດຮ່ວມມືດ້ານປ້ອງກັນຊາດໃນອະນາຄົດ. (ພາບ: qdnd.la) |
ຜູ້ຕາງໜ້າບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ຮັບຟັງການແນະນໍາກ່ຽວກັບໂຄງການ “ບັນດາເສັ້ນທາງທະເລສໍາຄັນຢູ່ມະຫາສະມຸດອິນເດຍ” ແລະໂຄງການ “ເພີ່ມທະວີຄວາມສະໜິດຕິດພັນໃນການປ້ອງກັນຄວາມສະຫງົບຢູ່ພາຍໃນ ແລະກັບອາຊີ” ຂອງອີຢູ ຈາກພະນັກງານ, ນັກຊ່ຽວຊານອີຢູ ຢູ່ Brussels (ແບນຊິກ).
ນີ້ແມ່ນການເຄື່ອນໄຫວຫັນໝາກຜົນແຫ່ງການເຈລະຈາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຄັ້ງທີສອງລະຫວ່າງຫວຽດນາມ ແລະອີຢູ ຜ່ານລະບົບທາງໄກໃນຕົ້ນເດືອນ ທັນວາ 2020 ໃຫ້ເປັນລະອຽດ, ພ້ອມທັງເປີດກາລະໂອກາດໃໝ່ໃຫ້ທັງສອງຝ່າຍ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະພ້ອມກັນຊອກຮູ້ບັນດາກາລະໂອກາດຮ່ວມມືໃນອະນາຄົດ, ປະກອບສ່ວນພັດທະນາການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດບົດພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.
| ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ ຍສໝ - ໜັງສືພິມອາເມລິກາ The Diplomat ໄດ້ຄັດສະເໜີຂໍ້ມູນຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວັນທີ 7 ເມສາ ຫວຽດນາມ ໄດ້ມອບຜ້າອັດປາກ 550.000 ອັນໃຫ້ແກ່ 5 ປະເທດເອີລົບ ເພື່ອໜູນຊ່ວຍບັນດາປະເທດເຫຼົ່ານີ້ຕໍ່ສູ້ກັບໂລກລະບາດໂຄວິດ-19. |
| ອາຊຽນ ແລະ ອີຢູ ຢັ້ງຢືນການຮ່ວມມືຢ່າງປະສິດຕິຜົນໃນການປ້ອງກັນ ແລະ ຕ້ານໂລກລະບາດ Covid-19 ຍສໝ - ວັນທີ 20 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອີຢູ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດ Covid-19. |
| ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA): ຊຸກຍູ້ການເຕີບໂຕຂອງ ຫວຽດນາມ ຍສໝ - ເມື່ອ EVFTA ມີຜົນສັກສິດຈະລົບລ້າງກ່ວາ 99% ປະເພດພາສີຕາມວິວັດທະນາການ,ສ້າງຄວາມສະດວກໃຫ້ບັນດາປະເພດສິນຄ້າມີທ່າແຮງສົ່ງອອກໄປຍັງຕະຫຼາດ EU ໃນ ປັດຈຸບັນຂອງ ຫວຽດນາມ. |
la.qdnd.vn
ຂ່າວທີ່ກ່ຽວຂ້ອງ
ຫາຍຟອງ, ກວາງນິງ ສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືພັດທະນາກັບ ແຂວງຫຼວງພະບາງ (ລາວ)
ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືກັບ ຫວຽດນາມ ໃນຂົງເຂດຂໍ້ມູນຂ່າວສານ ແລະ ການສື່ສານ
ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ "ເດືອນຮັບຟັງສຽງປະຊາຊົນ" ແລະ "ໝູ່ບ້ານດິຈິຕອນ"
ທ່ານອາດຈະມັກ
ແຜ່ຂະຫຍາຍສານກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຂງແຮງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48
ຫວຽດນາມ - EU: ສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ, ກ້າວໄປສູ່ອະນາຄົດ
ເພີ່ມທະວີການພົວພັນແລກປ່ຽນມິດພາບ ຫວຽດນາມ - ອົດສະຕຣີ ຜ່ານການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື
ຫວຽດນາມ ສະເໜີບັນດາບຸລິມະສິດໃນການຮັບມືກັບວິກິດການ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48
ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ຢູ່ ລາວ
