ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການຮ່ວມ ອີຢູ - ຫວຽດນາມ

12:19 | 17/12/2020

ຍສໝ - ໃນວັນທີ 15 ທັນວາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢຸງ ແລະ ທ່ານ Gunnar Wiegand - ຫົວໜ້າກົມໃຫຍ່ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມຫວຽດນາມ - ອີຢູ ກ່ຽວກັບການປະຕິບັດສັນຍາ PCA.

ກອງປະຊ ມຄ ງທ 2 ຂອງຄະນະກຳມະການຮ ວມ ອ ຢ ຫວຽດນາມ ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ
ກອງປະຊ ມຄ ງທ 2 ຂອງຄະນະກຳມະການຮ ວມ ອ ຢ ຫວຽດນາມ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA): ຊຸກຍູ້ການເຕີບໂຕຂອງ ຫວຽດນາມ

ໃນວັນທີ 15 ທັນວາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢຸງ ແລະ ທ່ານ Gunnar Wiegand - ຫົວໜ້າກົມໃຫຍ່ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມຫວຽດນາມ - ອີຢູ ກ່ຽວກັບການຈັດຕັ້ງປະຕິບັດສັນຍາກອບຄູ່ຮ່ວມມືຢ່າງຮອບດ້ານ ຫວຽດນາມ - ອີຢູ (PCA) ດ້ວຍຮູບການຖ່າຍທອດສົດ.

ກອງປະຊ ມຄ ງທ 2 ຂອງຄະນະກຳມະການຮ ວມ ອ ຢ ຫວຽດນາມ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢຸງ. (ພາບ: vietnamplus)

ທີ່ກອງປະຊຸມ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືທີ່ມີລັກສະນະຍຸດທະສາດລະຫວ່າງຫວຽດນາມ ແລະ ອີຢູ, ສົມທົບກັນຜັນຂະຫຍາຍການປະຕິບັດສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ, ຊຸກຍູ້ລັດຖະສະພາບັນດາປະເທດສະມາຊິກອີຢູ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ - ອີຢູ (EVIPA) ໂດຍໄວ. ຫວຽດນາມ ແລະ ອີຢູ ເຫັນດີເພີ່ມທະວີການຮ່ວມມືແກ້ໄຂຜົນສະທ້ອນຂອງໂລກລະບາດ COVID-19 ກໍ່ຄືໃນຂົງເຂດຮັກສາສັນຕິພາບ, ແກ້ໄຂບັນດາບັນຫາຄວາມໝັ້ນຄົງແບບເກົ່າ, ຄວາມໝັ້ນຄົງທາງທະເລ ແລະ ການປ່ຽນແປງຂອງດິນຟ້າອາກາດ…

ອີຢູ ໄດ້ຢືນຢັນເຖິງການສະໜັບສະໜູນການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນເດີນເຮືອ ແລະ ການບິນ, ເຄົາລົບກົດໝາຍຢູ່ທະເລຕາເວັນອອກ. 2 ຝ່າຍກໍ່ໄດ້ຮັບຮອງເອົາແຈ້ງການຖະແຫຼງຂ່າວຕໍ່ສື່ມວນຊົນລວມ ແລະ ເຫັນດີຈັດກອງປະຊຸມຄັ້ງທີ 3 ຢູ່ຮ່າໂນ້ຍໃນປີ 2021.

ກອງປະຊ ມຄ ງທ 2 ຂອງຄະນະກຳມະການຮ ວມ ອ ຢ ຫວຽດນາມ
ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການຮ່ວມ ອີຢູ - ຫວຽດນາມ. (ພາບ: vietnamplus)

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢຸງ ໄດ້ຊົມເຊີຍບົດບາດຂອງ ອີຢູ ໃນຄວາມມານະພະຍາຍາມ ເພື່ອຍົກສູງປະສິດທິຜົນການປົກຄອງທົ່ວໂລກ ແລະ ປະຕິບັດແຜນການເຊື່ອມຕໍ່ອາຊີ - ເອີຣົບ, ພ້ອມທັງເສີມຂະຫຍາຍບົດບາດຂອງພາກພື້ນອາຊີ - ປາຊີຟິກ; ລວມທັງການສະໜັບສະໜູນ ຕົວຈິງ ແລະ ມີປະສິດທິຜົນສຳລັບຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມໄພພິບັດທຳມະຊາດ, ການເຕືອນໄພນໍ້າຖ້ວມຢ່າງໄວວາ ແລະ ການຕອບໂຕ້ການປ່ຽນແປງດິນຟ້າອາກາດ.

ທ່ານຫົວໜ້າກົມອາຊີ Gunnar Wiegand ໄດ້ສະແດງຄວາມຂອບອົກຂອບໃຈຫວຽດນາມ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະ ຊຸກຍູ້ການພົວພັນອາຊຽນ - ອີຢູ, ພ້ອມທັງໃຫ້ການສະໜັບສະໜູນຂອງຫວຽດນາມ ໃນການຍົກລະດັບການພົວພັນອາຊຽນ - ອີຢູ ກ່າຍເປັນຄູ່ຮ່ວມຍຸດທະສາດ.

ອີຢູ ກໍ່ຕີລາຄາສູງຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ; ຮັບຮູ້ຜົນສຳເລັດຂອງການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ເນື່ອງຈາກຈິດໃຈສາມັກຄີ, ການຊີ້ນຳທິດທາງຈາກສູນກາງລົງຮອດທ້ອງຖິ່ນຂອງຫວຽດນາມ; ຢືນຢັນການສະໜັບສະໜູນໃນການຮັກສາຄວາມປອດໄພ ແລະ ຄວາມໝັ້ນຄົງໃນການເດີນທະເລ ແລະ ການເດີນອາກາດ, ແລະ ເຄົາລົບນັບຖືກົດໝາຍ ໃນທະເລຕາເວັນອອກ; ຕີລາຄາສູງທີ່ຕັ້ງຂອງຫວຽດນາມໃນພາກພື້ນ.

ກອງປະຊ ມຄ ງທ 2 ຂອງຄະນະກຳມະການຮ ວມ ອ ຢ ຫວຽດນາມ ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ

ຍສໝ - ໜັງສືພິມອາເມລິກາ The Diplomat ໄດ້ຄັດສະເໜີຂໍ້ມູນຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວັນທີ 7 ເມສາ ຫວຽດນາມ ໄດ້ມອບຜ້າອັດປາກ 550.000 ອັນໃຫ້ແກ່ 5 ປະເທດເອີລົບ ເພື່ອໜູນຊ່ວຍບັນດາປະເທດເຫຼົ່ານີ້ຕໍ່ສູ້ກັບໂລກລະບາດໂຄວິດ-19.

ກອງປະຊ ມຄ ງທ 2 ຂອງຄະນະກຳມະການຮ ວມ ອ ຢ ຫວຽດນາມ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA): ຊຸກຍູ້ການເຕີບໂຕຂອງ ຫວຽດນາມ

ຍສໝ - ເມື່ອ EVFTA ມີຜົນສັກສິດຈະລົບລ້າງກ່ວາ 99% ປະເພດພາສີຕາມວິວັດທະນາການ,ສ້າງຄວາມສະດວກໃຫ້ບັນດາປະເພດສິນຄ້າມີທ່າແຮງສົ່ງອອກໄປຍັງຕະຫຼາດ EU ໃນ ປັດຈຸບັນຂອງ ຫວຽດນາມ.

ກອງປະຊ ມຄ ງທ 2 ຂອງຄະນະກຳມະການຮ ວມ ອ ຢ ຫວຽດນາມ ກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020

ຍສໝ - ຕອນເຊົ້າວັນທີ 07 ມັງກອນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020 ແລະ ຂໍ້ລິເລີ່ມຂອງປະຊາຄົມວັດທະນະທຳ - ສັງຄົມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.