ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA): ຊຸກຍູ້ການເຕີບໂຕຂອງ ຫວຽດນາມ

06:11 | 11/03/2020

ຍສໝ - ເມື່ອ EVFTA ມີຜົນສັກສິດຈະລົບລ້າງກ່ວາ 99% ປະເພດພາສີຕາມວິວັດທະນາການ,ສ້າງຄວາມສະດວກໃຫ້ບັນດາປະເພດສິນຄ້າມີທ່າແຮງສົ່ງອອກໄປຍັງຕະຫຼາດ EU ໃນ ປັດຈຸບັນຂອງ ຫວຽດນາມ.

ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA): ຊຸກຍູ້ການເຕີບໂຕຂອງ ຫວຽດນາມ

ພາບປະກອບ

ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍລັດຖະສະພາ ເອີລົບ (EP) ປ່ອນບັດຮັບຮອງເອົາ ແລະ ຄາດວ່າຈະມີຜົນສັກສິດໃນເດືອນກໍລະກົດຈະມາເຖິງ. EVFTA ໄດ້ປະກອບສ່ວນເຮັດໃຫ້ GDP ຂອງ ຫວຽດນາມ ເພີ່ມຂຶ້ນຢູ່ໃນລະດັບສະເລ່ຍ 2.18-3.25% (ປີ 2020-2023) ແລະ ສູງກ່ວາ 4% ໃນປີຈະມາເຖິງຕື່ມອີກ. ເພື່ອສາມາດຍາດແຍ່ງທ່າແຮງເຊິ່ງສັນຍາ EVFTA ນຳມາໃຫ້ໄດ້ດີທີ່ສຸດ, ລັດຖະບານຕ້ອງປະຕິຮູບລະບອບລະບຽບການເສດຖະກິດ, ສ້າງສະພາບແວດລ້ອມ, ນະໂຍບາຍເສດຖະກິດໃຫ້ເໝາະສົມກັບບັນດາເນື້ອໃນຂອງ EVFTA; ພ້ອມກັນນັ້ນ, ກໍ່ສ້າງນະໂຍບາຍເສດຖະກິດເພື່ອສົ່ງເສີມວິສາຫະກິດລົງທຶນ, ປ່ຽນແປງໃໝ່ເຕັກໂນໂລຢີ, ຍົກສູງຄຸນນະພາບ ແລະ ຄວາມສາມາດແກ່ງແຍ່ງສິນຄ້າ ຫວຽດນາມ.

ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແມ່ນມີຄວາມໝາຍສໍາຄັນ, ແມ່ນບາດກ້າວໃໝ່ໃນວິວັດທະນາການແຫ່ງການເຊື່ອມໂຍງຂອງຫວຽດນາມ ແລະ ແມ່ນມາດຕະການສໍາຄັນ ເພື່ອບັນລຸໄດ້ບັນດາຄາດໝາຍເຕີບໂຕຂອງຂະແໜງອຸດສາຫະກໍາ ແລະ ການຄ້າໃນສະພາບການ ໂລກ ພວມມີການຜັນແປບໍ່ສະດວກ.ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ທີ່ການເຮັດວຽກໃນວັນທີ 04 ມີນາ ກັບການນໍາຫົວໜ່ວຍທີ່ກ່ຽວຂ້ອງ ກ່ຽວກັບວຽກງານການກະກຽມປະຕິບັດສັນຍາ EVFTA ເມື່ອມີຜົນສັກສິດຢ່າງເປັນທາງການ (ເຊິ່ງຄາດວ່າຈະມີຜົນສັກສິດໃນເດືອນກໍລະກົດຈະມາເຖິງ). ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ກໍຮຽກຮ້ອງໃຫ້ການນໍາບັນດາຫົວໜ່ວຍກ່ຽວຂ້ອງ ຕ້ອງເປັນເຈົ້າການຕັ້ງໜ້າກະກຽມບັນດາເນື້ອໃນທີ່ຈໍາເປັນເພື່ອໃຫ້ສັນຍາສະບັບດັ່ງກ່າວໄດ້ຮັບການຜັນຂະຫຍາຍໂດຍໄວ. ປັດຈຸບັນ, ຫວຽດນາມ ໄດ້ເຮັດສໍາເລັດບັນດາບາດກ້າວພື້ນຖານແລ້ວ. ຄຽງຄູ່ກັນນັ້ນ, ບັນດາວິສາຫະກິດຕ້ອງມີການກະກຽມຢ່າງຮີບດ່ວນ, ມີແຜນງານການລົງທຶນປ່ຽນແປງໃໝ່ເຕັກໂນໂລຢີ ແລະ ທັກສະການຄຸ້ມຄອງ, ມີແຜນງານດຳເນີນທຸລະກິດຮັບປະກັນການແກ່ງແຍ່ງກັບສິນຄ້າຂອງ EU; ພ້ອມກັນນັ້ນ, ມີຍຸດທະສາດການລົງທຶນປ່ຽນແປງໃໝ່ເຕັກໂນໂລຢີ, ເພີ່ມທະວີການຮ່ວມມື, ການຮ່ວມສຳພັນກັບບັນດາວິສາຫະກິດມີເຕັກໂນໂລຢີແຖວໜ້າເພື່ອເຂົ້າຮ່ວມລະບົບຮ່ວມສຳພັນທົ່ວໂລກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.