ຫວຽດນາມ - ລາວ ແລກປ່ຽນເອກະສານການຮ່ວມມື 11 ສະບັບໃນຫຼາຍຂົງເຂດ

22:46 | 09/10/2026

ຍສໝ -ຕອນບ່າຍວັນທີ 8/10, ທີ່ສຳນັກງານນາຍົກລັດຖະມົນຕີລາວ ໃນນະຄອນຫຼວງວຽງຈັນ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານການຮ່ວມມື 11 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ພາຍຫຼັງການເຈລະຈາ. ບັນດາເອກະສານດັ່ງກ່າວກວມເອົາຫຼາຍຂົງເຂດ, ນັບແຕ່ຄົມມະນາຄົມ, ການສຶກສາ, ຄວາມໝັ້ນຄົງທາງໄຊເບີ ໄປຈົນເຖິງການເງິນ, ພະລັງງານ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ.

ຫວຽດນາມ - ລາວ ເພີ່ມທະວີການປະສານງານດ້ານປ້ອງກັນຊາດ, ມຸ່ງສູ່ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 10 ຕື້ໂດລາສະຫະລັດ

ໃນບັນດາເອກະສານທີ່ໄດ້ແລກປ່ຽນມີ ສັນຍາການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ ກ່ຽວກັບໂຄງການເສັ້ນທາງມິດຕະພາບລາວ - ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈລະຫວ່າງສອງລັດຖະບານກ່ຽວກັບໂຄງລ່າງພື້ນຖານການສະໜອງນ້ຳມັນເຊື້ອໄຟ ແລະ ສັນຍາການຮ່ວມມືສອງຝ່າຍໃນຂົງເຂດການເງິນ.

ຫວຽດນາມ - ລາວ ແລກປ່ຽນເອກະສານການຮ່ວມມື 11 ສະບັບໃນຫຼາຍຂົງເຂດ
ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ເປັນສັກຂີພິຍານໃນພິທີແລກປ່ຽນບັນດາເອກະສານການຮ່ວມມືລະຫວ່າງຜູ້ແທນບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ. (ພາບ: ເຍິດ ບັກ/chinhphu.vn)

ສຳລັບຂົງເຂດຄວາມໝັ້ນຄົງ ແລະ ການຄຸ້ມຄອງປະຊາກອນ, ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ແລກປ່ຽນບົດບັນທຶກການມອບ - ຮັບລະບົບຄຸ້ມຄອງປະຊາກອນ ແລະ ບັດປະຈຳຕົວພົນລະເມືອງຢູ່ລາວ. ພ້ອມກັນນັ້ນ, ກົມຄວາມໝັ້ນຄົງທາງໄຊເບີ ສັງກັດກະຊວງຕຳຫຼວດຫວຽດນາມ ແລະ ກົມຄວາມໝັ້ນຄົງທາງໄຊເບີ ສັງກັດກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ໄດ້ແລກປ່ຽນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງທາງໄຊເບີ.

ໃນຂົງເຂດການສຶກສາ, ສອງລັດຖະບານໄດ້ແລກປ່ຽນສັນຍາກ່ຽວກັບມະຫາວິທະຍາໄລມິດຕະພາບລາວ - ຫວຽດນາມ. ກະຊວງຍຸຕິທຳຫວຽດນາມ ແລະ ກະຊວງຍຸຕິທຳລາວ ກໍໄດ້ແລກປ່ຽນແຜນງານການຮ່ວມມືປີ 2027.

ກ່ຽວກັບວຽກງານຊົນເຜົ່າ ແລະ ສາສະໜາ, ກະຊວງຊົນເຜົ່າ ແລະ ສາສະໜາຫວຽດນາມ ພ້ອມກັບຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ແລກປ່ຽນຂໍ້ຕົກລົງການຮ່ວມມືໃນຂົງເຂດຊົນເຜົ່າ ແລະ ສາສະໜາ.

ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສືບຕໍ່ໄດ້ຮັບການຫັນເປັນຮູບປະທຳຜ່ານເອກະສານ 3 ສະບັບ. ຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ໄດ້ແລກປ່ຽນຂໍ້ຕົກລົງມິດຕະພາບ ແລະ ການຮ່ວມມືໄລຍະ 2026 - 2030 ກັບຄະນະປົກຄອງແຂວງວຽງຈັນ ແລະ ຄະນະປົກຄອງແຂວງອຸດົມໄຊຂອງລາວ.

ນອກຈາກນັ້ນ, ຄະນະກຳມະການປະຊາຊົນແຂວງນິງບິ່ງ ແລະ ຄະນະປົກຄອງແຂວງອຸດົມໄຊ ໄດ້ແລກປ່ຽນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືມິດຕະພາບໄລຍະ 2026 - 2030.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ
ຍສໝ - ຕອນບ່າຍວັນທີ 8/10, ທີ່ຫໍສະພາແຫ່ງຊາດລາວ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ. ສອງຝ່າຍເຫັນດີເພີ່ມທະວີການປະສານງານລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມື, ພ້ອມທັງຍູ້ແຮງການແລກປ່ຽນປະຊາຊົນ, ໂດຍສະເພາະລຸ້ນໜຸ່ມຫວຽດນາມ - ລາວ.
ຊຸກຍູ້ການແລກປ່ຽນປະຊາຊົນ, ເສີມສ້າງສາຍພົວພັນພິເສດຫວຽດນາມ - ລາວ ຊຸກຍູ້ການແລກປ່ຽນປະຊາຊົນ, ເສີມສ້າງສາຍພົວພັນພິເສດຫວຽດນາມ - ລາວ
ຍສໝ - ຕອນບ່າຍວັນທີ 8/10, ໃນຂອບເຂດການຢ້ຽມຢາມລາວຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບການນຳແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ, ໂດຍເນັ້ນໜັກບົດບາດຂອງບັນດາອົງການມິດຕະພາບໃນການເພີ່ມທະວີການແລກປ່ຽນປະຊາຊົນ, ສຶກສາອົບຮົມມູນເຊື້ອ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ