| ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ຂະຫຍາຍການຮ່ວມມືເພື່ອຊຸມຊົນ ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ສະເໜີສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ |
ເສີມສ້າງຄວາມສາມັກຄີ, ເປີດກວ້າງການຮ່ວມມືສາມຝ່າຍ
ໃນການພົບປະ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມດີໃຈທີ່ໄດ້ພົບປະກັບບັນດາຜູ້ນຳລາວ ແລະ ກຳປູເຈຍອີກຄັ້ງ; ພ້ອມທັງກ່າວຂອບໃຈ ແລະ ຕີລາຄາສູງຕໍ່ຝ່າຍກຳປູເຈຍທີ່ໄດ້ສ້າງເງື່ອນໄຂໃຫ້ຜູ້ນຳສູງສຸດຂອງສາມພັກໄດ້ພົບປະ ແລະ ແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສາມປະເທດ.
![]() |
| ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ພ້ອມດ້ວຍທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ເຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ ໃນການພົບປະສາມຝ່າຍ. |
ໃນບັນຍາກາດແຫ່ງມິດຕະພາບ, ຜູ້ນຳທັງສາມທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ ແລະ ບັນດາບາດກ້າວພັດທະນາໃໝ່ຂອງແຕ່ລະພັກ ແລະ ແຕ່ລະປະເທດ.
ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ ແລະ ກຳນົດໃຫ້ສາຍພົວພັນກັບລາວ ແລະ ກຳປູເຈຍ ເປັນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ.
ສ່ວນຝ່າຍລາວ ແລະ ກຳປູເຈຍ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ ຮຸນ ເຊນ, ປະທານພັກ ໄດ້ຕີລາຄາວ່າ ບັນດາຜົນສຳເລັດ ແລະ ບາດກ້າວພັດທະນາຂອງຫວຽດນາມ ຍັງໄດ້ນຳມາເຊິ່ງບົດຮຽນປະສົບການ ແລະ ໂອກາດໃນການພັດທະນາໃຫ້ແກ່ສອງປະເທດ.
ທ່ານ ຮຸນ ເຊນ ໄດ້ເນັ້ນໜັກວ່າ ກຳປູເຈຍຍາມໃດກໍໃຫ້ຄວາມສຳຄັນ ແລະ ປາຖະໜາສືບຕໍ່ພັດທະນາສາຍພົວພັນກັບຫວຽດນາມ ແລະ ລາວ. ຕາມທ່ານແລ້ວ, ຄວາມສາມັກຄີ ແລະ ຄວາມຜູກພັນອັນແໜ້ນແຟ້ນລະຫວ່າງສາມພັກ, ສາມປະເທດ ແມ່ນປັດໄຈສຳຄັນທີ່ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາ.
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ການຮ່ວມມືຢ່າງມີປະສິດທິຜົນຂອງຫວຽດນາມ ແລະ ກຳປູເຈຍ; ພ້ອມທັງຢືນຢັນວ່າ ລາວຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືເປັນບຸລິມະສິດສູງໃນການເສີມສ້າງ ແລະ ພັດທະນາສາຍພົວພັນກັບສອງປະເທດເພື່ອນບ້ານ.
ບັນດາຜູ້ນຳໄດ້ເຫັນດີຕີລາຄາວ່າ ການຮ່ວມມືລະຫວ່າງສາມພັກມີບົດບາດຊີ້ນຳທິດທາງໃນພາບລວມຂອງສາຍພົວພັນຫວຽດນາມ - ລາວ - ກຳປູເຈຍ. ການພົບປະລະຫວ່າງຜູ້ນຳສູງສຸດຂອງສາມພັກມີຄວາມໝາຍທາງຍຸດທະສາດ ແລະ ເປັນກົນໄກທີ່ຈຳເປັນຕ້ອງສືບຕໍ່ຮັກສາ ແລະ ສົ່ງເສີມປະສິດທິຜົນ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສາມຝ່າຍເຫັນດີໃຫ້ຄວາມສຳຄັນຕໍ່ການເພີ່ມທະວີການເຊື່ອມໂຍງລະຫວ່າງສາມລະບົບເສດຖະກິດ, ໂດຍສຸມໃສ່ການພັດທະນາໂຄງລ່າງພື້ນຖານດ້ານຄົມມະນາຄົມ, ການເຊື່ອມຕໍ່ທ່າເຮືອທະເລ, ໂລຈິສຕິກ, ພະລັງງານ ແລະ ການຄ້າຊາຍແດນ.
ຜ່ານບັນດາຂົງເຂດການຮ່ວມມືດັ່ງກ່າວ, ສາມປະເທດມຸ່ງສູ່ການຂຸດຄົ້ນທ່າແຮງ, ຈຸດເດັ່ນສະເພາະ ແລະ ຄວາມສາມາດເກື້ອກູນຊ່ວຍເຫຼືອກັນຢ່າງມີປະສິດທິຜົນ, ຜ່ານນັ້ນຍົກສູງຄວາມສາມາດໃນການແຂ່ງຂັນ ກໍຄືຄວາມສາມາດເພິ່ງພາຕົນເອງ, ຄວາມເປັນເຈົ້າຕົນເອງ ແລະ ຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະລະບົບເສດຖະກິດ.
ຜູ້ນຳທັງສາມທ່ານຍັງໄດ້ຢືນຢັນວ່າ ຈະສືບຕໍ່ຮັກສາ ແລະ ສົ່ງເສີມມູນເຊື້ອຄວາມສາມັກຄີ, ຄວາມຜູກພັນອັນແໜ້ນແຟ້ນລະຫວ່າງສາມພັກ, ສາມປະເທດ ໂດຍຖືວ່ານີ້ແມ່ນບັນຫາທີ່ມີຄວາມໝາຍທາງຍຸດທະສາດ. ບັນດາກົນໄກການພົບປະ ແລະ ແລກປ່ຽນຂັ້ນສູງຈະໄດ້ຮັບການຮັກສາໄວ້ຢ່າງເປັນປະຈຳ, ໃນນັ້ນມີການພົບປະລະຫວ່າງຜູ້ນຳສູງສຸດຂອງສາມພັກ, ສາມລັດຖະບານ ແລະ ສາມສະພາແຫ່ງຊາດ.
ໃນຂົງເຂດປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ສາມປະເທດເຫັນດີສືບຕໍ່ກຳນົດໃຫ້ນີ້ເປັນໜຶ່ງໃນບັນດາເສົາຄ້ຳການຮ່ວມມືທີ່ສຳຄັນ, ເພີ່ມທະວີການປະສານງານລະຫວ່າງກຳລັງປະກອບອາວຸດ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ພ້ອມທັງຕໍ່ສູ້ປ້ອງກັນ ແລະ ປາບປາມອາຊະຍາກຳຂ້າມຊາດ.
ນອກຈາກນັ້ນ, ຫວຽດນາມ, ລາວ ແລະ ກຳປູເຈຍ ຈະສືບຕໍ່ຮັກສາ ແລະ ຍົກສູງປະສິດທິຜົນຂອງກົນໄກການຝຶກຊ້ອມຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຮູບແບບໃໝ່.
ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ ແລະ ການພັດທະນາຊັບພະຍາກອນມະນຸດ ກໍໄດ້ຮັບຄວາມສຳຄັນຈາກສາມຝ່າຍ, ຄຽງຄູ່ກັບການເປີດກວ້າງການແລກປ່ຽນລະຫວ່າງບັນດາອົງການການເມືອງ - ສັງຄົມ, ທ້ອງຖິ່ນ ແລະ ຄົນຮຸ່ນໜຸ່ມ, ປະກອບສ່ວນເສີມສ້າງພື້ນຖານສາຍພົວພັນມິດຕະພາບອັນຍາວນານລະຫວ່າງສາມປະເທດ.
![]() |
| ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ກ່າວຄຳປາໄສໃນກອງປະຊຸມເຕັມຄະນະແບບໂຕະມົນ ກ່ຽວກັບຫົວຂໍ້ຫຼັກຂອງກອງປະຊຸມສຸດຍອດປະຊາຄົມຜູ້ໃຊ້ພາສາຝຣັ່ງ ຄັ້ງທີ 20. |
ຫວຽດນາມສະເໜີສາມບຸລິມະສິດເພື່ອຊຸກຍູ້ການຮ່ວມມືໃນປະຊາຄົມຜູ້ໃຊ້ພາສາຝຣັ່ງ
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 16 ພະຈິກ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ກ່າວຄຳປາໄສໃນກອງປະຊຸມເຕັມຄະນະແບບໂຕະມົນ ຂອງກອງປະຊຸມສຸດຍອດປະຊາຄົມຜູ້ໃຊ້ພາສາຝຣັ່ງ ຄັ້ງທີ 20, ໂດຍເນັ້ນໜັກບົດບາດຂອງປະຊາຄົມຜູ້ໃຊ້ພາສາຝຣັ່ງ ໃນການຊຸກຍູ້ການສົນທະນາ, ເພີ່ມທະວີຄວາມສາມັກຄີ, ສ້າງຄວາມເຊື່ອໝັ້ນ ແລະ ປ້ອງກັນຄວາມຂັດແຍ່ງ, ສ້າງພື້ນຖານໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາທີ່ຍືນຍົງ.
ຕາມທ່ານເລຂາທິການໃຫຍ່, ປະທານປະເທດແລ້ວ, ຕໍ່ໜ້າບັນດາການປ່ຽນແປງຢ່າງເລິກເຊິ່ງຂອງລະບຽບໂລກ, ປະຊາຄົມຜູ້ໃຊ້ພາສາຝຣັ່ງຈຳເປັນຕ້ອງສົ່ງເສີມຈຸດເດັ່ນດ້ານຄວາມຫຼາກຫຼາຍ ເພື່ອຍູ້ແຮງການສົນທະນາ, ເສີມສ້າງຄວາມເຊື່ອໝັ້ນ ແລະ ຫຼຸດຜ່ອນຄວາມແຕກຕ່າງ. ຜ່ານນັ້ນ, ປະຊາຄົມສາມາດປະກອບສ່ວນຢ່າງຕັ້ງໜ້າຫຼາຍຂຶ້ນໃນການແກ້ໄຂບັນດາບັນຫາລະດັບພາກພື້ນ ແລະ ສາກົນ, ຊຸກຍູ້ລັດທິຫຼາຍຝ່າຍ ແລະ ສ້າງລະບຽບສາກົນທີ່ເປັນທຳ ໂດຍອີງໃສ່ກົດໝາຍສາກົນ.
ບົນຈິດໃຈດັ່ງກ່າວ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີສາມທິດທາງບຸລິມະສິດ.
ທີໜຶ່ງ, ເສີມສ້າງຄວາມສາມັກຄີ, ສ້າງຄວາມເຊື່ອໝັ້ນ ແລະ ປ້ອງກັນຄວາມຂັດແຍ່ງ. ບັນດາສະຖາບັນຂອງປະຊາຄົມຜູ້ໃຊ້ພາສາຝຣັ່ງ ພ້ອມກັບບັນດາປະເທດສະມາຊິກ ຈຳເປັນຕ້ອງເພີ່ມທະວີການຮ່ວມມືໃນການປ້ອງກັນຄວາມຂັດແຍ່ງ, ການເປັນຄົນກາງໄກ່ເກ່ຍ, ການແກ້ໄຂຂໍ້ຂັດແຍ່ງດ້ວຍວິທີການສັນຕິ ແລະ ການຟື້ນຟູບູລະນະພາຍຫຼັງຄວາມຂັດແຍ່ງ. ຫວຽດນາມຍິນດີຕ້ອນຮັບຂໍ້ລິເລີ່ມໃນການຈັດເວທີປາໄສກ່ຽວກັບການສ້າງສັນຕິພາບ.
ທີສອງ, ລົງທຶນໃສ່ມະນຸດ ແລະ ຊຸກຍູ້ການພັດທະນາທີ່ກວມລວມທຸກພາກສ່ວນ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດແລ້ວ, ເພື່ອສ້າງພື້ນຖານສັນຕິພາບອັນຍາວນານ, ນອກຈາກບັນດາຂະບວນການດ້ານການເມືອງ ແລະ ຄວາມໝັ້ນຄົງແລ້ວ, ຈຳເປັນຕ້ອງໃຫ້ຄວາມສຳຄັນຕໍ່ການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ ແລະ ການຝຶກອົບຮົມ; ສະໜັບສະໜູນຊາວໜຸ່ມໃນການເລີ່ມຕົ້ນທຸລະກິດ ແລະ ຍົກສູງຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.
ໂດຍສະເພາະ, ປະຊາຄົມຜູ້ໃຊ້ພາສາຝຣັ່ງ ຈຳເປັນຕ້ອງສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ ຜ່ານບັນດາໂຄງການ ແລະ ໂຄງການຍ່ອຍທີ່ລະອຽດ, ເປັນຮູບປະທຳ, ຂຸດຄົ້ນຈຸດແຂງ ແລະ ທ່າແຮງຂອງແຕ່ລະສະມາຊິກຢ່າງມີປະສິດທິຜົນ.
ທີສາມ, ສົ່ງເສີມພະລັງຈາກຄວາມຫຼາກຫຼາຍຂອງປະຊາຄົມຜູ້ໃຊ້ພາສາຝຣັ່ງ. ບັນດາຄຳໝັ້ນສັນຍາໃນການຮ່ວມມື ຈຳເປັນຕ້ອງກຳນົດຕາມຈຸດສຸມທີ່ຈະແຈ້ງ, ຄຽງຄູ່ກັບແຫຼ່ງຊັບພະຍາກອນ ແລະ ກົນໄກການປະຕິບັດທີ່ເໝາະສົມ.
ຕາມນັ້ນ, ອົງການສາກົນຜູ້ໃຊ້ພາສາຝຣັ່ງ (OIF) ຈຳເປັນຕ້ອງກຳນົດບັນດາບຸລິມະສິດຢ່າງລະອຽດໃນໂຄງການຮ່ວມມືໄລຍະ 2027-2030, ຮັບປະກັນໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ແລະ ສົ່ງເສີມທ່າແຮງ ກໍຄືຄວາມສາມາດປະກອບສ່ວນຂອງບັນດາປະເທດສະມາຊິກໃຫ້ໄດ້ສູງສຸດ.
ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ສະເໜີໃຫ້ປະຊາຄົມຜູ້ໃຊ້ພາສາຝຣັ່ງ ໃຫ້ບຸລິມະສິດດ້ານແຫຼ່ງຊັບພະຍາກອນສຳລັບການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ຍົກສູງຄວາມສາມາດໃນການບໍລິຫານຄວາມສ່ຽງຕໍ່ບັນດາບັນຫາໃໝ່ທີ່ເກີດຂຶ້ນ.
ຄຽງຄູ່ກັນນັ້ນ, ຈຳເປັນຕ້ອງໃຫ້ຄວາມສຳຄັນຕໍ່ການຊຸກຍູ້ຂໍ້ສະເໜີສ້າງຕັ້ງບັນດາເຄືອຂ່າຍຂ້າມພາກພື້ນດ້ານນະວັດຕະກຳ, ໂດຍມີການເຂົ້າຮ່ວມຂອງລັດຖະບານ, ວິສາຫະກິດ ແລະ ບັນດາສູນຄົ້ນຄວ້າ, ເພື່ອສ້າງໂອກາດເພີ່ມເຕີມໃນການເຊື່ອມໂຍງ, ແບ່ງປັນຄວາມຮູ້ ແລະ ຮ່ວມມືລະຫວ່າງບັນດາສະມາຊິກ.
ຕອນທ່ຽງວັນທີ 16 ພະຈິກ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງພະນົມເປັນ, ສິ້ນສຸດບັນດາກິດຈະກຳໃນຂອບເຂດກອງປະຊຸມສຸດຍອດປະຊາຄົມຜູ້ໃຊ້ພາສາຝຣັ່ງ ຄັ້ງທີ 20.
ຍສໝ - ຕອນບ່າຍວັນທີ 14/10, ທີ່ຮ່າໂນ້ຍ, ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຂຶ້ນ ເພື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເອກະພາບບັນດາທິດທາງການປະສານສົມທົບໃນໄລຍະຕໍ່ໄປ. ບັນດາຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. |
ຍສໝ - ວັນທີ 14/10, ທີ່ກອງພັນໃຫຍ່ທະຫານຊ່າງແສງ 249, ເຫຼົ່າທັບທະຫານຊ່າງແສງ (ຕາແສງກວ໋າງອວາຍ, ນະຄອນຮ່າໂນ້ຍ), ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນ ໂດຍຈຳລອງສະຖານະການຮັບມື ແລະ ແກ້ໄຂຜົນກະທົບຈາກພາຍຸໄຕ້ຝຸ່ນຮຸນແຮງພິເສດ. ກິດຈະກຳດັ່ງກ່າວແນໃສ່ຍົກສູງຄວາມສາມາດໃນການປະສານສົມທົບຄົ້ນຫາ ແລະ ກູ້ໄພ, ການຊ່ວຍເຫຼືອບັນເທົາໄພພິບັດ ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມປະເທດ. |
ຄຳສີ

