ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ

15:24 | 26/08/2026

ຍສໝ - ເປັນຄັ້ງທຳອິດທີ່ຈັດຂຶ້ນຢູ່ຫວຽດນາມ, ບັນດາວັນແຫ່ງສະພາປະຊາຊົນໂລກ ແນໃສ່ເປີດກວ້າງການສົນທະນາ, ເຊື່ອມຕໍ່ບັນດາອົງການປະຊາຊົນ, ນັກວິຊາການ, ນັກວິທະຍາສາດ, ມະຫາວິທະຍາໄລ ແລະ ວິສາຫະກິດ, ຄ່ອຍໆຫັນບັນດາແນວຄວາມຄິດຮ່ວມມືໃຫ້ກາຍເປັນແຜນງານ ແລະ ໂຄງການອັນລະອຽດ.

ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ ດົນຕີເຊື່ອມຕໍ່ມິດຕະພາບຫວຽດນາມ - ໂຣມານີ
ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ
ບັນຍາກາດລວມຂອງພິທີເປີດເຫດການ “ບັນດາວັນແຫ່ງສະພາປະຊາຊົນໂລກຢູ່ຫວຽດນາມ”.

ວັນທີ 25 ສິງຫາ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະພາປະຊາຊົນໂລກ ໄດ້ຮ່ວມກັນເປັນປະທານພິທີເປີດເຫດການບັນດາວັນແຫ່ງສະພາປະຊາຊົນໂລກຢູ່ຫວຽດນາມ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງມວນມະນຸດເພື່ອບັນດາຄຸນຄ່າຮ່ວມ, ມຸ່ງສູ່ອະນາຄົດທີ່ດີງາມກວ່າ”.

ນີ້ແມ່ນຄັ້ງທຳອິດທີ່ກິດຈະກຳບັນດາວັນແຫ່ງສະພາປະຊາຊົນໂລກ ໄດ້ຈັດຂຶ້ນຢູ່ຫວຽດນາມ, ແຕ່ວັນທີ 25-27 ສິງຫາ. ຄະນະຜູ້ແທນສະພາປະຊາຊົນໂລກ ໂດຍທ່ານ Andrey Belyaninov, ເລຂາທິການໃຫຍ່ສະພາປະຊາຊົນໂລກ, ສະມາຊິກຄະນະກຳມະການ UNESCO ສະຫະພັນລັດເຊຍ, ເປັນຫົວໜ້າຄະນະ.

ເຂົ້າຮ່ວມພິທີເປີດມີ ທ່ານ ປອ. ຟານແອັງເຊີນ, ຜູ້ແທນສະພາແຫ່ງຊາດຫວຽດນາມຊຸດທີ XVI, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ຜູ້ຕາງໜ້າສະຖານທູດສະຫະພັນລັດເຊຍປະຈຳຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ສະຫະພັນລັດເຊຍ, ພ້ອມດ້ວຍບັນດາຊ່ຽວຊານ, ນັກວິຊາການ, ນັກວິທະຍາສາດ ແລະ ຜູ້ຕາງໜ້າບັນດາອົງການ, ການຈັດຕັ້ງ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດ.

ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ
ທ່ານ ປອ. ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ກ່າວປາໄສເປີດງານ.

ຈາກການແລກປ່ຽນສູ່ບັນດາໂຄງການອັນລະອຽດ

ກ່າວປາໄສເປີດງານ, ທ່ານ ປອ. ຟານແອັງເຊີນ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດານັກເຄື່ອນໄຫວສັງຄົມ, ຊ່ຽວຊານ, ນັກວິຊາການ, ປັນຍາຊົນ, ນັກວິທະຍາສາດ ແລະ ຜູ້ຕາງໜ້າບັນດາອົງການປະຊາຊົນ ແມ່ນຫຼັກຖານອັນມີຊີວິດຊີວາທີ່ສະແດງເຖິງພະລັງຊີວິດອັນຍືນຍົງ, ຄວາມເລິກເຊິ່ງ ແລະ ພື້ນຖານທາງສັງຄົມອັນກວ້າງຂວາງຂອງສາຍພົວພັນມິດຕະພາບມູນເຊື້ອຫວຽດນາມ - ສະຫະພັນລັດເຊຍ.

ໃນສະພາບການທີ່ໂລກມີການປ່ຽນແປງຢ່າງໄວວາ, ການແຂ່ງຂັນທາງຍຸດທະສາດເພີ່ມຂຶ້ນ, ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມ, ການປ່ຽນແປງດິນຟ້າອາກາດ ພ້ອມທັງບັນດາບາດກ້າວບຸກທະລຸດ້ານວິທະຍາສາດ - ເຕັກໂນໂລຊີ ໄດ້ວາງອອກບັນດາຄວາມຮຽກຮ້ອງໃໝ່ຕໍ່ແຕ່ລະປະເທດ, ທ່ານຖືວ່າ ວຽກງານການຕ່າງປະເທດປະຊາຊົນນັບມື້ນັບມີບົດບາດສຳຄັນໃນການສ້າງຄວາມໄວ້ວາງໃຈ, ເພີ່ມທະວີຄວາມເຂົ້າໃຈ, ເຊື່ອມຕໍ່ແຫຼ່ງກຳລັງທາງສັງຄົມ ແລະ ສ້າງບັນດາພື້ນທີ່ຮ່ວມມືໃໝ່.

“ພວກເຮົາຄາດຫວັງວ່າ ‘ບັນດາວັນແຫ່ງສະພາປະຊາຊົນໂລກ’ ຈະບໍ່ພຽງແຕ່ເປັນກິດຈະກຳແລກປ່ຽນມິດຕະພາບເທົ່ານັ້ນ, ຫາກຍັງຄ່ອຍໆກາຍເປັນກົນໄກສົນທະນາ, ເຊື່ອມຕໍ່ ແລະ ຮ່ວມມືທີ່ມີຄວາມເປັນປົກກະຕິ, ແທດຈິງ ແລະ ມີປະສິດທິຜົນ; ບັນດາແນວຄວາມຄິດທີ່ໄດ້ແບ່ງປັນ, ບັນດາຄູ່ຮ່ວມມືທີ່ເໝາະສົມໄດ້ຮັບການເຊື່ອມຕໍ່ ແລະ ບັນດາຂໍ້ລິເລີ່ມທີ່ດີ ສາມາດຫັນເປັນບັນດາແຜນງານ, ໂຄງການຮ່ວມມືອັນລະອຽດ”, ທ່ານ ປອ. ຟານແອັງເຊີນ ຢືນຢັນ.

ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ, ທ່ານ ປອ. ຟານແອັງເຊີນ ສະເໜີ 3 ທິດທາງຮ່ວມມືຄື: ຄົ້ນຄວ້າສ້າງເຄືອຂ່າຍພູມປັນຍາ ແລະ ນະວັດຕະກຳຫວຽດນາມ - ສະຫະພັນລັດເຊຍ; ເພີ່ມທະວີບັນດາເວທີປາໄສປັນຍາຊົນໜຸ່ມ, ແຜນງານແລກປ່ຽນນັກສຶກສາ, ນັກວິທະຍາສາດໜຸ່ມ ແລະ ການປະກວດຂໍ້ລິເລີ່ມຮ່ວມ; ຊຸກຍູ້ບັນດາໂຄງການຮ່ວມມືປະຊາຊົນດ້ານວິທະຍາສາດສີຂຽວ, ສິ່ງແວດລ້ອມ, ສຸຂະພາບຊຸມຊົນ ແລະ ການພັດທະນາແບບຍືນຍົງ.

ທ່ານພ້ອມກັນນັ້ນກໍສະເໜີໃຫ້ສະພາປະຊາຊົນໂລກ ແລະ ບັນດາອົງການສະມາຊິກໃນເຄືອຂ່າຍຢູ່ຫຼາຍກວ່າ 60 ປະເທດ ສົ່ງເສີມແຫຼ່ງກຳລັງ, ເປີດກວ້າງການຮ່ວມມືກັບຫວຽດນາມ; ເລືອກເຟັ້ນບາງຂົງເຂດບຸລິມະສິດເພື່ອສ້າງບັນດາໂຄງການຮ່ວມທີ່ມີຜະລິດຕະພັນອັນລະອຽດ ແລະ ຄຸນຄ່າໃນໄລຍະຍາວ. ຕາມນັ້ນແລ້ວ, ກິດຈະກຳຮ່ວມມືຕ້ອງຫັນຢ່າງແຮງຈາກການແລກປ່ຽນໄປສູ່ການຮ່ວມມື, ຈາກແນວຄວາມຄິດໄປສູ່ໂຄງການ, ຈາກທ່າແຮງໄປສູ່ຜົນສຳເລັດອັນລະອຽດ.

ກ່າວບົດປະກອບຄຳເຫັນທີ່ພິທີເປີດ, ທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ໃຫ້ຮູ້ວ່າ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມບັນລຸໄດ້ຫຼາຍຜົນສຳເລັດສຳຄັນດ້ານເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງສາກົນ. ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວຽກງານການຕ່າງປະເທດປະຊາຊົນ ຕ້ອງປະກອບສ່ວນເຊື່ອມຕໍ່ບັນດາແຫຼ່ງກຳລັງສາກົນ ເພື່ອຮັບໃຊ້ເປົ້າໝາຍພັດທະນາປະເທດ.

ດ້ວຍເຄືອຂ່າຍຄູ່ຮ່ວມມືສາກົນຫຼາຍກວ່າ 600 ແຫ່ງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີເງື່ອນໄຂປະສານສົມທົບກັບສະພາປະຊາຊົນໂລກ ເພື່ອເຊື່ອມຕໍ່ບັນດາອົງການສັງຄົມ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ, ນັກວິຊາການ ແລະ ປັນຍາຊົນ. ການຮ່ວມມືນີ້ ທັງປະກອບສ່ວນປັບປຸງພື້ນຖານທາງສັງຄົມຂອງສາຍພົວພັນຫວຽດນາມ - ສະຫະພັນລັດເຊຍ, ທັງເປີດກວ້າງການເຊື່ອມຕໍ່ປະຊາຊົນລະຫວ່າງຫວຽດນາມກັບບັນດາປະເທດອື່ນ.

ຈາກນັ້ນ, ທ່ານ ດົ່ງຮຸຍເກື່ອງ ສະເໜີໃຫ້ສ້າງກົນໄກສົນທະນາປະຈຳປີ; ຊຸກຍູ້ການຄົ້ນຄວ້າ ແລະ ແລກປ່ຽນວິຊາການກ່ຽວກັບປັນຍາປະດິດ, ເຕັກໂນໂລຊີເຊມິຄອນດັກເຕີ, ພະລັງງານສະອາດ ແລະ ຊີວະການແພດ; ສະໜັບສະໜູນຂະແໜງລັດເຊຍສຶກສາຢູ່ຫວຽດນາມ ແລະ ຫວຽດນາມສຶກສາຢູ່ລັດເຊຍ; ເພີ່ມທະວີການແລກປ່ຽນລະຫວ່າງຊາວໜຸ່ມ, ນັກສຶກສາ, ນັກວິທະຍາສາດ, ນັກທຸລະກິດໜຸ່ມ ແລະ ບັນດານະຄອນແຮກສ່ຽວ; ພ້ອມທັງຊຸກຍູ້ການສື່ສານດິຈິຕອນຫຼາຍພາສາ ເພື່ອເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ
ທ່ານ Andrey Belyaninov, ເລຂາທິການໃຫຍ່ສະພາປະຊາຊົນໂລກ, ສະມາຊິກຄະນະກຳມະການ UNESCO ສະຫະພັນລັດເຊຍ, ກ່າວປາໄສທີ່ພິທີເປີດ.

ເປີດກວ້າງເຄືອຂ່າຍການຮ່ວມມື

ແບ່ງປັນທີ່ພິທີເປີດ, ທ່ານ Andrey Belyaninov, ເລຂາທິການໃຫຍ່ສະພາປະຊາຊົນໂລກ, ໄດ້ເນັ້ນໜັກເຖິງບົດບາດຂອງວຽກງານການຕ່າງປະເທດປະຊາຊົນ ໃນການເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ວາງໃຈ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ. ຕາມທ່ານແລ້ວ, ການເຊື່ອມຕໍ່ໂດຍກົງລະຫວ່າງປະຊາຊົນ, ບັນດາອົງການສັງຄົມ, ນັກວິທະຍາສາດ, ມະຫາວິທະຍາໄລ ແລະ ວິສາຫະກິດ ຈະສ້າງພື້ນຖານທາງສັງຄົມອັນໝັ້ນຄົງໃຫ້ແກ່ສາຍພົວພັນຮ່ວມມືໃນໄລຍະຍາວ.

ທ່ານໄດ້ເນັ້ນໜັກເປັນພິເສດເຖິງບົດບາດຂອງຄົນຮຸ່ນໜຸ່ມໃນການສືບທອດ ແລະ ພັດທະນາສາຍພົວພັນມິດຕະພາບ. ຊາວໜຸ່ມຄວນໄດ້ຮັບການສ້າງເງື່ອນໄຂໃຫ້ເຂົ້າຮ່ວມບັນດາເວທີປາໄສ, ກິດຈະກຳແລກປ່ຽນ, ຄົ້ນຄວ້າ, ຜ່ານນັ້ນຍົກສູງຄວາມເອົາໃຈໃສ່ຕໍ່ບັນດາບັນຫາຂອງສັງຄົມ ແລະ ໂລກ, ພ້ອມທັງສ້າງຈິດໃຈຮັບຜິດຊອບຕໍ່ຊຸມຊົນ.

ຕາມທ່ານ Andrey Belyaninov, ຄົນຮຸ່ນກ່ອນມີໜ້າທີ່ສຶກສາອົບຮົມ, ຊີ້ນຳ ແລະ ຖ່າຍທອດໃຫ້ຄົນຮຸ່ນໜຸ່ມບັນດາຄຸນຄ່າກ່ຽວກັບສັນຕິພາບ, ມິດຕະພາບ, ຄວາມເຄົາລົບ ແລະ ການຮ່ວມມື. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາມູນເຊື້ອອັນດີງາມໄດ້ຮັບການສືບທອດ ແລະ ສ້າງຂົວເຊື່ອມໃໝ່ລະຫວ່າງບັນດາປະເທດ.

ທ່ານ Andrey Belyaninov ຕີລາຄາສູງການຈັດບັນດາວັນແຫ່ງສະພາປະຊາຊົນໂລກຢູ່ຫວຽດນາມ, ຜ່ານນັ້ນສ້າງພື້ນທີ່ໃຫ້ບັນດາອົງການ ແລະ ຄົນຮຸ່ນໜຸ່ມໄດ້ພົບປະ, ແລກປ່ຽນ, ເປີດກວ້າງການເຊື່ອມຕໍ່ ແລະ ບັນດາແຜນງານຮ່ວມມືທີ່ແທດຈິງລະຫວ່າງຫວຽດນາມ, ສະຫະພັນລັດເຊຍ ແລະ ບັນດາປະເທດໃນເຄືອຂ່າຍ.

ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ
ບັນດາຜູ້ແທນເຂົ້າຮ່ວມພິທີເປີດ “ບັນດາວັນແຫ່ງສະພາປະຊາຊົນໂລກຢູ່ຫວຽດນາມ”.

ຜ່ານວິດີໂອທີ່ສົ່ງມາຍັງພິທີເປີດ, ທ່ານ Igor Khalevinskiy, ປະທານສະພາສະມາຄົມນັກການທູດລັດເຊຍ, ໄດ້ແນະນຳພາບລວມກ່ຽວກັບກິດຈະກຳບັນດາວັນແຫ່ງສະພາປະຊາຊົນໂລກຢູ່ຫວຽດນາມ, ເຮັດໃຫ້ເຫັນແຈ້ງຄວາມໝາຍຕົວຈິງຂອງເຫດການ ແລະ ສະແດງຄວາມປາຖະໜາຢາກພັດທະນາການຮ່ວມມືກັບຫວຽດນາມ.

ໃນຂອບເຂດພິທີເປີດ, ສະພາປະຊາຊົນໂລກ ໄດ້ລົງນາມຂໍ້ຕົກລົງຮ່ວມມືກັບ 5 ຄູ່ຮ່ວມມືຫວຽດນາມ ລວມມີ ມະຫາວິທະຍາໄລເສດຖະກິດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີຮ່າໂນ້ຍ, ມະຫາວິທະຍາໄລການເງິນ - ການທະນາຄານຮ່າໂນ້ຍ, ສູນຮ່ວມມືຫວຽດນາມ - ລັດເຊຍ ແລະ ວິທະຍາໄລເຕັກໂນໂລຊີ ແລະ ການຄ້າຮ່າໂນ້ຍ. ບັນດາຂໍ້ຕົກລົງດັ່ງກ່າວສ້າງພື້ນຖານເພີ່ມເຕີມໃນການຊຸກຍູ້ການຮ່ວມມືລະຫວ່າງສະພາປະຊາຊົນໂລກ ກັບບັນດາສະຖາບັນການສຶກສາ ແລະ ອົງການຂອງຫວຽດນາມ.

ພາຍຫຼັງພິທີເປີດ, ຄະນະສະພາປະຊາຊົນໂລກ ສືບຕໍ່ບັນດາກິດຈະກຳເຮັດວຽກ, ສົນທະນາຕາມຫົວຂໍ້ ແລະ ເຊື່ອມຕໍ່ຄູ່ຮ່ວມມືຢູ່ຮ່າໂນ້ຍ. ວັນທີ 26 ສິງຫາ, ຄະນະໄດ້ເຮັດວຽກກັບການນຳສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ເຂົ້າຮ່ວມກອງສຳມະນາສາກົນກ່ຽວກັບການຮ່ວມມືດ້ານວິທະຍາສາດ, ການສຶກສາ ກັບການພັດທະນາແບບຍືນຍົງ ທີ່ມະຫາວິທະຍາໄລເສດຖະກິດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.

ວັນທີ 27 ສິງຫາ, ຄະນະຈະເຂົ້າຮ່ວມກອງສຳມະນາສາກົນກ່ຽວກັບບົດບາດຂອງການທ່ອງທ່ຽວໃນການພັດທະນາເສດຖະກິດ ທີ່ມະຫາວິທະຍາໄລສັງຄົມສາດ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ພ້ອມກັບບັນດາການພົບປະກັບອົງການ ແລະ ການຈັດຕັ້ງຂອງຫວຽດນາມ. ເຫດການຈະປິດລົງໃນວັນດຽວກັນ, ສິ້ນສຸດບັນດາກິດຈະກຳທີ່ແນໃສ່ເພີ່ມທະວີການແລກປ່ຽນວິຊາການ, ເຊື່ອມຕໍ່ຄູ່ຮ່ວມມື ແລະ ເປີດກວ້າງການຮ່ວມມືລະຫວ່າງປະຊາຊົນຫວຽດນາມ, ສະຫະພັນລັດເຊຍ ແລະ ບັນດາປະເທດໃນເຄືອຂ່າຍຂອງສະພາປະຊາຊົນໂລກ.

ບັນດາວັນແຫ່ງສະພາປະຊາຊົນໂລກ ເຄີຍໄດ້ຈັດຂຶ້ນຢູ່ຝຣັ່ງ, ອິນເດຍ, ສະຫະລັດອາຣັບເອມີເຣດ, ແຊັກບີ, ບຸນກາຣີ, ມົງໂກລີ, ອາແຊກໄບຊານ, ເອຢິບ ແລະ ຈໍແດນ. ກິດຈະກຳແນໃສ່ສ້າງຕັ້ງສາຍພົວພັນຄູ່ຮ່ວມມືກັບບັນດາອົງການປະຊາຊົນ, ອົງການ ແລະ ການຈັດຕັ້ງຂອງລັດຢູ່ບັນດາປະເທດ, ຊຸກຍູ້ການຮ່ວມມື ແລະ ການສົນທະນາລະຫວ່າງບັນດາຊາດ ຜ່ານຊ່ອງທາງການທູດປະຊາຊົນ.

ສະພາປະຊາຊົນໂລກ ແມ່ນພັນທະມິດສາກົນຂອງບັນດາອົງການບໍ່ຂຶ້ນກັບລັດ, ມີສຳນັກງານໃຫຍ່ຢູ່ມົສກູ, ສະຫະພັນລັດເຊຍ, ມີເຄືອຂ່າຍອົງການສະມາຊິກຢູ່ຫຼາຍກວ່າ 60 ປະເທດ. ສະພາດຳເນີນກິດຈະກຳແນໃສ່ພັດທະນາການທູດປະຊາຊົນ, ຊຸກຍູ້ການຮ່ວມມືດ້ານມະນຸດສະທຳສາກົນ ແລະ ເພີ່ມທະວີຄວາມໄວ້ວາງໃຈລະຫວ່າງບັນດາຊາດ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແມ່ນອົງການການເມືອງ - ສັງຄົມ ທີ່ຮັບຜິດຊອບສະເພາະດ້ານວຽກງານການຕ່າງປະເທດປະຊາຊົນ ໃນຂົງເຂດສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ການຮ່ວມມືປະຊາຊົນ; ມີບົດບາດເປັນແກນນຳໃນວຽກງານການຕ່າງປະເທດປະຊາຊົນ ແລະ ວຽກງານຂົນຂວາຍບັນດາອົງການບໍ່ຂຶ້ນກັບລັດຕ່າງປະເທດ, ປະກອບສ່ວນປັບປຸງ, ເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດ.

ຫວຽດນາມ – ຊີເລ ຍູ້ແຮງການຮ່ວມມື ດ້ວຍບົດບາດເປັນຂົວຕໍ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ ຫວຽດນາມ – ຊີເລ ຍູ້ແຮງການຮ່ວມມື ດ້ວຍບົດບາດເປັນຂົວຕໍ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ
ຍສໝ - ໃນຕອນບ່າຍວັນທີ 24/8, ໃນໂອກາດຕ້ອນຮັບ ທ່ານ ຟຣານຊິສໂກ ເປເຣດ ແມັກເຄນນາ (Francisco Pérez Mackenna) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຊີເລ ໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ຕັ້ງແຕ່ວັນທີ 23-25/8), ທ່ານ ນາຍົກລັດຖະມົນຕີ ເລມິນຮືງ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ສາຍພົວພັນມິດຕະພາບມູນເຊື້ອ ກໍ່ຄື ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ.
ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030 ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030
ຍສໝ - ການແບ່ງປັນປະສົບການວຽກງານແນວໂຮມ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ຊ່ວຍເຫຼືອຊຸມຊົນຂອງສອງປະເທດ ແມ່ນສາມຈຸດສຸມທີ່ໄດ້ຮັບການສະເໜີໃນການຮ່ວມມືລະຫວ່າງແນວໂຮມຮ່າໂນ້ຍ ແລະ ວຽງຈັນ ໄລຍະ 2026-2030.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ