| ຊາວຫວຽດນາມອາໄສຢູ່ຕ່າງປະເທດໃນຫຼາຍປະເທດ ຮ່ວມກັນສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ | |
| ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ |
ເວທີປຶກສາຫາລືຄັ້ງນີ້ຈັດຂຶ້ນໃນຮູບແບບພົບປະໂດຍກົງຄວບຄູ່ກັບທາງອອນລາຍ, ໂດຍມີຜູ້ແທນເກືອບ 50 ທ່ານຈາກບັນດາປະເທດເອີຣົບ ເຊັ່ນ ຝຣັ່ງ, ໂປໂລຍ, ຮົງກາລີ, ສາທາລະນະລັດເຊັກ, ສະວິດ, ໂຮນລັງ, ເຢຍລະມັນ, ອີຕາລີ ແລະ ອູແກຣນ ເຂົ້າຮ່ວມໂດຍກົງ, ພ້ອມດ້ວຍຜູ້ແທນອີກຫຼາຍຮ້ອຍຄົນຈາກຫວຽດນາມ ແລະ ປະເທດຕ່າງໆທົ່ວໂລກ ເຂົ້າຮ່ວມຜ່ານລະບົບອອນລາຍ.
ກິດຈະກຳນີ້ເປັນໂອກາດໃຫ້ບັນດາຄູອາຈານ, ນັກວິຊາການ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ໄດ້ພົບປະແລກປ່ຽນປະສົບການ, ແບ່ງປັນຮູບແບບການສອນ ແລະ ຮ່ວມກັນຊອກຫາມາດຕະການຍົກສູງຄຸນນະພາບການສອນພາສາຫວຽດ ໃນສະພາບການເຊື່ອມໂຍງສາກົນ ແລະ ການຫັນປ່ຽນດິຈິຕອນ.
![]() |
| ບັນດາຄູອາຈານຖືວ່າ ການຮ້ອງເພງພື້ນເມືອງກວານຫໍ້ ແມ່ນໜຶ່ງໃນວິທີການທີ່ມີປະສິດທິຜົນໃນການສິດສອນພາສາຫວຽດນາມໃຫ້ແກ່ເພື່ອນມິດຊາວຕ່າງປະເທດ. ພາບ: ຫງອກ ຮຽບ, ນັກຂ່າວສຳນັກຂ່າວສານຫວຽດນາມປະຈຳຝຣັ່ງ. |
ກ່າວຄຳປາໄສທີ່ເວທີປຶກສາຫາລື, ທ່ານ ດິ້ງ ຫງວຽນ ດຶກ, ຜູ້ອຳນວຍການສູນວັດທະນະທຳຫວຽດນາມປະຈຳຝຣັ່ງ, ເນັ້ນວ່າ ພາສາຫວຽດ ແລະ ວັດທະນະທຳຫວຽດນາມແມ່ນມໍລະດົກທາງຈິດໃຈອັນລ້ຳຄ່າຂອງຊາດ. ພາສາແມ່ບໍ່ພຽງແຕ່ເປັນເຄື່ອງມືສື່ສານເທົ່ານັ້ນ, ແຕ່ຍັງເປັນສາຍໃຍທີ່ຜູກພັນຊາວຫວຽດນາມຢູ່ຕ່າງແດນກັບຄອບຄົວ, ບ້ານເກີດເມືອງນອນ ແລະ ຮາກເຫງົ້າຂອງຊາດ.
ຕາມທ່ານ ດິ້ງ ຫງວຽນ ດຶກ ແລ້ວ, ການປ່ຽນແປງໃໝ່ວິທີການສອນ ແລະ ການຂະຫຍາຍກິດຈະກຳວັດທະນະທຳແມ່ນສິ່ງຈຳເປັນ, ເພື່ອຊ່ວຍໃຫ້ຄົນຮຸ່ນໜຸ່ມທີ່ເກີດ ແລະ ເຕີບໃຫຍ່ຢູ່ຕ່າງປະເທດ ສາມາດນຳໃຊ້ພາສາຫວຽດໄດ້ດີຂຶ້ນ, ພ້ອມທັງເຂົ້າໃຈເອກະລັກທາງວັດທະນະທຳຂອງຊາດຢ່າງເລິກເຊິ່ງຍິ່ງຂຶ້ນ.
ອາຈານ ເລ ຊວນ ເລີມ, ຫົວໜ້າຄະນະຈັດຕັ້ງເວທີປຶກສາຫາລືການອະນຸລັກພາສາຫວຽດ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ, ໃຫ້ຮູ້ວ່າ ຕະຫຼອດ 5 ປີຜ່ານມາ, ເຄືອຂ່າຍໄດ້ຮັກສາກິດຈະກຳຢ່າງສະໝ່ຳສະເໝີ ຜ່ານການພົບປະທາງອອນລາຍ, ການສົນທະນາ, ການສຳມະນາ ແລະ ກອງປະຊຸມວິຊາການ ໂດຍມີຄູອາຈານ, ຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ອາຈານ ເລ ຊວນ ເລີມ ໃຫ້ຮູ້ອີກວ່າ ສິ່ງທ້າທາຍສຳຄັນປະການໜຶ່ງແມ່ນການຊຸກຍູ້ໃຫ້ພໍ່ແມ່ເອົາໃຈໃສ່ຕໍ່ການຮຽນພາສາຫວຽດຂອງລູກຫຼານຫຼາຍຂຶ້ນ. ນອກຈາກນັ້ນ, ຂໍ້ຈຳກັດດ້ານງົບປະມານຍັງສົ່ງຜົນກະທົບຕໍ່ການຮັກສາ ແລະ ຂະຫຍາຍກິດຈະກຳຂອງເຄືອຂ່າຍ. ທ່ານຈຶ່ງຫວັງວ່າຈະໄດ້ຮັບການສະໜັບສະໜູນເພີ່ມເຕີມຈາກບັນດາອົງການທີ່ກ່ຽວຂ້ອງ ແລະ ຜູ້ຊ່ຽວຊານ, ເພື່ອໃຫ້ເຄືອຂ່າຍສາມາດພັດທະນາຕໍ່ໄປ.
ຈາກປະສົບການສອນໂດຍກົງ, ທ່ານນາງ ເລ ທິ ບິກ ເຮືອງ, ອາຈານສອນພາສາຫວຽດຢູ່ມະຫາວິທະຍາໄລ Ca' Foscari ປະເທດອີຕາລີ, ເຫັນວ່າ ການສອນພາສາຫວຽດຢູ່ຕ່າງປະເທດຍັງປະເຊີນກັບຫຼາຍຂໍ້ຫຍຸ້ງຍາກ, ເພາະຜູ້ຮຽນຂາດສະພາບແວດລ້ອມໃນການນຳໃຊ້ພາສາຫວຽດເປັນປະຈຳ ແລະ ຕ້ອງເລືອກຮຽນລະຫວ່າງພາສາຫວຽດກັບຫຼາຍພາສາຕ່າງປະເທດອື່ນ.
ຕາມທ່ານນາງ ເລ ທິ ບິກ ເຮືອງ ແລ້ວ, ການດຶງດູດຜູ້ຮຽນຈຳເປັນຕ້ອງດຳເນີນຄວບຄູ່ກັບການຖ່າຍທອດວັດທະນະທຳຫວຽດນາມ, ເພື່ອໃຫ້ຜູ້ຮຽນບໍ່ພຽງແຕ່ຮູ້ພາສາ ແຕ່ຍັງເກີດຄວາມຮັກແພງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ. ທ່ານນາງໃຫ້ຮູ້ວ່າ ນັກສຶກສາຫຼາຍຄົນ ເຖິງແມ່ນຮຽນຈົບແລ້ວ ກໍຍັງສືບຕໍ່ເຂົ້າຮ່ວມກິດຈະກຳວັດທະນະທຳຫວຽດນາມ, ສະທ້ອນໃຫ້ເຫັນວ່າ ພາສາຫວຽດສາມາດເປັນຂົວເຊື່ອມມິດຕະພາບລະຫວ່າງປະຊາຊົນບັນດາຊາດໄດ້ຢ່າງແທ້ຈິງ.
ໃນເວທີດຽວກັນ, ທ່ານນາງ ຮວ່າງ ທິ ຮົ່ງ ຮ່າ, ທູດວັດທະນະທຳພາສາຫວຽດ ປະຈຳປີ 2025, ໄດ້ຕີລາຄາສູງບົດບາດຂອງເຄືອຂ່າຍໃນການເຊື່ອມຕໍ່ບັນດາສູນ ແລະ ຫ້ອງຮຽນພາສາຫວຽດຈາກຫຼາຍປະເທດ. ທ່ານນາງເນັ້ນວ່າ ການແລກປ່ຽນປະສົບການສອນ, ແບ່ງປັນສື່ການຮຽນການສອນ ແລະ ບັນດາຂໍ້ລິເລີ່ມໃນການອະນຸລັກພາສາຫວຽດ ແມ່ນພື້ນຖານສຳຄັນທີ່ຊ່ວຍໃຫ້ຄົນຮຸ່ນໜຸ່ມຢູ່ຕ່າງແດນ ສາມາດຮັກສາພາສາແມ່ ແລະ ຄວາມຜູກພັນກັບບ້ານເກີດເມືອງນອນ.
| ລາດຕະເວນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ລາວ ຍສໝ - ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວີນ, ຄະນະບັນຊາທະຫານຊາຍແດນ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງ ສາລະວັນ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ ຢູ່ບົນຊ່ວງເສັ້ນຊາຍແດນ ຫວຽດນາມ - ລາວ ທີ່ທັງສອງກົມກອງຮັບຜິດຊອບຄຸ້ມຄອງ. |
| ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030 ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມຂໍ້ຕົກລົງເລກທີ 1111/QĐ-TTg ລົງວັນທີ 19 ມິຖຸນາ 2026 ຂອງທານນາຍົກລັດຖະມົນຕີ ແຫ່ງລັດຖະບານ ວ່າດ້ວຍການປະກາດໃຊ້ ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030. |
ມີງດຶກ
