| ການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ປາກິດສະຖານ: ເຊັນ 3 ຂໍ້ຕົກລົງສຳຄັນ, ມຸ່ງໄປສູ່ການເປີດເສັ້ນທາງການບິນກົງ ມໍລະດົກເປີດກວ້າງການເຊື່ອມຕໍ່ກວາງນິງກັບໂລກ |
ດ້ວຍຫົວຂໍ້ “ເຊື່ອມຕໍ່ເຂດມໍລະດົກ”, ໂຄງການເປີດໂອກາດໃຫ້ບັນດາຜູ້ແທນໄດ້ສຳຜັດການບໍລິການເທິງລົດໄຟໂດຍກົງ, ປະເມີນຄວາມສາມາດໃນການເຊື່ອມຕໍ່ຈາກສະຖານີ ນິງບິ່ງ ໄປຍັງບັນດາເຂດ ແລະ ສະຖານທີ່ທ່ອງທ່ຽວ, ພ້ອມທັງແລກປ່ຽນ, ສະເໜີແຜນການສ້າງ ແລະ ນຳໃຊ້ຜະລິດຕະພັນທ່ອງທ່ຽວທາງລົດໄຟທີ່ເຊື່ອມໂຍງກັບບັນດາຈຸດໝາຍປາຍທາງຂອງ ນິງບິ່ງ.
ຕາມໂຄງການທີ່ຄາດໄວ້, ພາຍຫຼັງເດີນທາງຈາກ ຮ່າໂນ້ຍ ໄປຮອດສະຖານີ ນິງບິ່ງ, ຄະນະຈະສືບຕໍ່ໄປທ່ຽວຊົມ Thung Ui, ນະຄອນຫຼວງເກົ່າ ຮວາລື ແລະ ຕວຽດຕິ້ງກົກ ກ່ອນຈະເດີນທາງກັບ ຮ່າໂນ້ຍ.
![]() |
| ລົດໄຟທ່ອງທ່ຽວລະດັບສູງ ຮ່າໂນ້ຍ - ນິງບິ່ງ ຄາດວ່າຈະສ້າງປະສົບການໃໝ່ເພີ່ມຕື່ມໃຫ້ແກ່ນັກທ່ອງທ່ຽວ ໃນເສັ້ນທາງຄົ້ນຫາເຂດມໍລະດົກ. |
ຂະບວນລົດໄຟໄດ້ຮັບການຄົ້ນຄວ້າໃນທິດທາງລະດັບສູງ, ສະດວກສະບາຍ ແລະ ເພີ່ມປະສົບການໃຫ້ແກ່ຜູ້ໂດຍສານ, ຄາດວ່າຈະປະກອບມີ 14 ຕູ້, ໃນນັ້ນມີຕູ້ໂດຍສານລະດັບສູງ ແລະ ຕູ້ຮ້ານອາຫານ. ຜະລິດຕະພັນນີ້ພວມສືບຕໍ່ຮັບການຄົ້ນຄວ້າ, ປັບປຸງໃຫ້ສົມບູນ ເພື່ອແນໃສ່ສາມາດຮັບໃຊ້ນັກທ່ອງທ່ຽວເປັນປະຈຳທຸກວັນ ທັງສອງທິດ ຮ່າໂນ້ຍ - ນິງບິ່ງ ແລະ ນິງບິ່ງ - ຮ່າໂນ້ຍ.
ການສົມທົບລະຫວ່າງການຂົນສົ່ງ, ການບໍລິການ, ອາຫານ ແລະ ພື້ນທີ່ສຳຜັດປະສົບການເທິງລົດໄຟ ຄາດວ່າຈະສ້າງເປັນເສັ້ນທາງທ່ອງທ່ຽວທີ່ຕໍ່ເນື່ອງ, ເຮັດໃຫ້ປະສົບການຂອງນັກທ່ອງທ່ຽວເລີ່ມຕົ້ນທັນທີນັບແຕ່ເວລາອອກຈາກ ຮ່າໂນ້ຍ.
ນິງບິ່ງ ມີຫຼາຍເງື່ອນໄຂທີ່ເອື້ອອຳນວຍຕໍ່ການພັດທະນາຜະລິດຕະພັນທ່ອງທ່ຽວທາງລົດໄຟ. ຕັ້ງຢູ່ເທິງເສັ້ນທາງລົດໄຟເໜືອ - ໃຕ້ ແລະ ມີການເຊື່ອມຕໍ່ໂດຍກົງກັບ ຮ່າໂນ້ຍ, ທ້ອງຖິ່ນນີ້ມີລະບົບຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນ, ໂດດເດັ່ນແມ່ນກຸ່ມທິວທັດ ຈ່າງອານ - ມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ, ນະຄອນຫຼວງເກົ່າ ຮວາລື, ຕາມກົກ - ບິກດົ້ງ, ພ້ອມດ້ວຍລະບົບບ້ານຫັດຖະກຳ, ສະຖານທີ່ທ່ອງທ່ຽວທາງນິເວດ, ວັດທະນະທຳ ແລະ ພື້ນທີ່ສຳຜັດປະສົບການທີ່ມີເອກະລັກ.
ຈາກສະຖານີ ນິງບິ່ງ, ນັກທ່ອງທ່ຽວສາມາດສືບຕໍ່ເດີນທາງໄປຍັງບັນດາຈຸດໝາຍປາຍທາງໄດ້ຢ່າງສະດວກ, ຜ່ານນັ້ນ ສ້າງເງື່ອນໄຂໃຫ້ສາມາດສ້າງຫຼາຍໂຄງການທ່ອງທ່ຽວ ເຊັ່ນ: ທ່ຽວແບບໄປ-ກັບພາຍໃນມື້ດຽວ, ພັກຜ່ອນທ້າຍອາທິດ ຫຼື ພັກຄ້າງໃນໄລຍະຍາວ.
ໃນ 9 ເດືອນຕົ້ນປີ 2026, ຄາດວ່າ ນິງບິ່ງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 21 ລ້ານເທື່ອຄົນ, ໃນນັ້ນ ປະມານ 2,4 ລ້ານເທື່ອຄົນແມ່ນນັກທ່ອງທ່ຽວສາກົນ; ລາຍຮັບລວມຈາກກິດຈະກຳທ່ອງທ່ຽວບັນລຸເກືອບ 22 ພັນຕື້ດົ່ງ. ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນປະມານ 25,5%, ສ່ວນນັກທ່ອງທ່ຽວສາກົນເພີ່ມຂຶ້ນປະມານ 51,7% ທຽບໃສ່ໄລຍະດຽວກັນຂອງປີກ່ອນ.
ຜົນສຳເລັດນີ້ສືບຕໍ່ສະແດງໃຫ້ເຫັນເຖິງສະເໜ່ຂອງຈຸດໝາຍປາຍທາງ, ພ້ອມກັນນັ້ນ ກໍວາງຂໍ້ຮຽກຮ້ອງໃຫ້ພັດທະນາຕື່ມບັນດາຜະລິດຕະພັນທ່ອງທ່ຽວໃໝ່, ຄຸນນະພາບສູງ, ເພີ່ມປະສົບການ ແລະ ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບຫຼາກຫຼາຍຂອງນັກທ່ອງທ່ຽວ.
ດ້ວຍຫົວຂໍ້ “ເຊື່ອມຕໍ່ເຂດມໍລະດົກ”, ເສັ້ນທາງ ຮ່າໂນ້ຍ - ນິງບິ່ງ ບໍ່ພຽງແຕ່ສ້າງການເຊື່ອມໂຍງລະຫວ່າງສອງຈຸດໝາຍປາຍທາງເທົ່ານັ້ນ ຫາກຍັງເຊື່ອມຕໍ່ສອງພື້ນທີ່ທີ່ອຸດົມດ້ວຍຄຸນຄ່າດ້ານມໍລະດົກ, ວັດທະນະທຳ ແລະ ທິວທັດ.
ຈາກບັນດາຄຸນຄ່າດ້ານປະຫວັດສາດ, ວັດທະນະທຳຂອງນະຄອນຫຼວງ ຮ່າໂນ້ຍ ໄປສູ່ພື້ນທີ່ມໍລະດົກ, ທຳມະຊາດ ແລະ ວິຖີຊີວິດທ້ອງຖິ່ນຢູ່ ນິງບິ່ງ, ຂະບວນລົດໄຟຖືກກຳນົດທິດໃຫ້ກາຍເປັນສ່ວນໜຶ່ງຂອງປະສົບການ, ແທນທີ່ຈະມີບົດບາດພຽງແຕ່ເປັນພາຫະນະເດີນທາງ.
ໂຄງການສຳຜັດປະສົບການຍັງເປັນໂອກາດໃຫ້ອົງການຄຸ້ມຄອງການທ່ອງທ່ຽວ, ຂະແໜງລົດໄຟ ແລະ ບັນດາວິສາຫະກິດນຳທ່ຽວ ໄດ້ປະເມີນຕ່ອງໂສ້ການບໍລິການທັງໝົດໂດຍກົງ, ນັບແຕ່ໄລຍະເວລາ, ຄຸນນະພາບການເດີນລົດ ແລະ ການບໍລິການເທິງລົດໄຟ ໄປຈົນເຖິງຄວາມສາມາດໃນການເຊື່ອມຕໍ່ລະຫວ່າງສະຖານີ ນິງບິ່ງ ກັບບັນດາເຂດ ແລະ ສະຖານທີ່ທ່ອງທ່ຽວ.
ບັນດາການປະເມີນຈາກສະພາບຕົວຈິງຈະເປັນພື້ນຖານໃຫ້ບັນດາຝ່າຍສືບຕໍ່ປັບປຸງຜະລິດຕະພັນໃຫ້ສົມບູນ, ສ້າງໂຄງການທົວທ່ອງທ່ຽວທີ່ເໝາະສົມ, ເພີ່ມທະວີການເຊື່ອມໂຍງລະຫວ່າງ ລົດໄຟ - ທຸລະກິດນຳທ່ຽວ - ຈຸດໝາຍປາຍທາງ ແລະ ຊຸກຍູ້ການໂຄສະນາເສັ້ນທາງ “ຮ່າໂນ້ຍ - ນິງບິ່ງ, ເສັ້ນທາງຜ່ານບັນດາເຂດມໍລະດົກ”.
ການຄົ້ນຄວ້າ ແລະ ນຳລົດໄຟທ່ອງທ່ຽວລະດັບສູງ ຮ່າໂນ້ຍ - ນິງບິ່ງ ເຂົ້າສູ່ການບໍລິການ ຄາດວ່າຈະປະກອບສ່ວນຫຼາກຫຼາຍວິທີການເຂົ້າເຖິງຈຸດໝາຍປາຍທາງ, ຍົກສູງຄຸນນະພາບປະສົບການ ແລະ ເພີ່ມສະເໜ່ໃຫ້ແກ່ເສັ້ນທາງລະຫວ່າງ ຮ່າໂນ້ຍ ແລະ ນິງບິ່ງ.
ຜະລິດຕະພັນນີ້ຍັງເປີດທິດທາງພັດທະນາການທ່ອງທ່ຽວທາງລົດໄຟ ຕາມຮູບແບບສົມທົບການຄົມມະນາຄົມກັບວັດທະນະທຳ, ອາຫານ ແລະ ປະສົບການ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການທ່ອງທ່ຽວສີຂຽວ, ສະດວກ ແລະ ຍືນຍົງ.
ຍສໝ - ຄວາມຕ້ອງການດ້ານປະສົບການທີ່ນັບມື້ນັບຫຼາກຫຼາຍຂອງນັກທ່ອງທ່ຽວຫວຽດນາມ ພ້ອມກັບການເພີ່ມທະວີການເຊື່ອມໂຍງທາງອາກາດ ພວມເປີດກວ້າງທ່າແຮງຕື່ມອີກໃຫ້ແກ່ການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ພູຖານ - ປະເທດທີ່ດຳເນີນຮູບແບບການທ່ອງທ່ຽວຄຸນຄ່າສູງ, ຈຳນວນໜ້ອຍ, ເຊື່ອມຕິດກັບການອະນຸລັກວັດທະນະທຳ, ທຳມະຊາດ ແລະ ການພັດທະນາແບບຍືນຍົງ. |
ຍສໝ - ວັນທີ 22/9 ຢູ່ຮ່າໂນ້ຍ, ໂຄງການເຊື່ອມຕໍ່ B2B ແລະ ແລກປ່ຽນວິສາຫະກິດທ່ອງທ່ຽວ ຫວຽດນາມ - ປາກິສະຖານ ໄດ້ຮວບຮວມວິສາຫະກິດຫວຽດນາມເກືອບ 100 ແຫ່ງ ແລະ ວິສາຫະກິດປາກິສະຖານເກືອບ 20 ແຫ່ງ, ສຸມໃສ່ຊຸກຍູ້ການເຊື່ອມຕໍ່ຕະຫຼາດ, ພັດທະນາຜະລິດຕະພັນທ່ອງທ່ຽວສອງທິດທາງ, ການບໍລິການ Halal ແລະ ຄົ້ນຄວ້າຄວາມສາມາດເພີ່ມທະວີການເຊື່ອມຕໍ່ທາງອາກາດລະຫວ່າງສອງປະເທດ. |
ດວງດີ
