ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3

14:22 | 11/09/2026

ຍສໝ​ - ດ້ວຍຄວາມຕັ້ງໃຈ ແລະ ແນວຄິດຂອງຕົນ, ບັນດານັກວິຊາການ, ຜູ້ອາວຸໂສ, ນັກທຸລະກິດ, ນັກທ່ອງທ່ຽວ, ນັກສິລະປິນ, ຊາວໜຸ່ມ, ຊາວຫວຽດນາມຢູ່ຕ່າງປະເທດ… ຕະຫຼອດຮອດບັນດານັກການທູດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳເຫັນ ແລະ ສະແດງຄວາມປາດຖະໜາຕໍ່ກອງປະຊຸມໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.

ຄວາມ​ຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 1 ຮ່ວມກັນຂຽນຕໍ່ເລື່ອງລາວມິດຕະພາບ ຫວຽດນາມ - ກູບາ
ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3

ມາຮ່ວມກັນເຕະບານ, ເບິ່ງຮູບເງົາ ແລະ ທ່ອງທ່ຽວ

ຖ້າຫາກບັນດາກິດຈະກຳເຫຼົ່ານີ້ໄດ້ຮັບການພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ປະຊາຊົນຫວຽດນາມ ແລະ ບຣາຊິນ ຈະຍິ່ງເຂົ້າໃຈ ແລະ ຜູກພັນກັນຫຼາຍຂຶ້ນ. ທ່ານ Pedro de Oliveira, ເລຂາໃຫຍ່ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ ໄດ້ກ່າວກັບວາລະສານ ຍຸກສະໄໝ ເຊັ່ນນັ້ນ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
ທ່ານ Pedro de Oliveira, ເລຂາໃຫຍ່ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ.

ປະເດັນໜຶ່ງທີ່ທ່ານເນັ້ນໜັກ ແມ່ນບົດບາດ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ບຣາຊິນ ທັງໃນໄລຍະຜ່ານມາ ແລະ ຕໍ່ໄປ ໃນການພັດທະນາມິດຕະພາບລະຫວ່າງປະຊາຊົນສອງປະເທດ. ຜົນງານທີ່ໂດດເດັ່ນແມ່ນ: “ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຮຽບຮຽງ ແລະ ຈັດພິມວັດຈະນານຸກົມສະເພາະດ້ານ ປອກຕຸຍການ - ຫວຽດນາມ ສະບັບທຳອິດ ທີ່ປະກອບມີ 17 ຫົວຂໍ້ ແລະ ປະມານ 20.000 ຄຳສັບ; ພ້ອມທັງມີແຜນຫັນເປັນດິຈິຕອນ ເພື່ອໃຫ້ສາທາລະນະຊົນນຳໃຊ້ໂດຍບໍ່ເສຍຄ່າ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ພ້ອມກັບບັນດາອົງການມິດຕະພາບ ຍັງໄດ້ຊ່ວຍເຊື່ອມໂຍງບັນດາຄະນະວິສາຫະກິດ, ຊຸກຍູ້ສາຍພົວພັນກັບບັນດາອົງການນິຕິບັນຍັດຂອງບຣາຊິນ, ພ້ອມທັງເພີ່ມທະວີຄວາມຜູກພັນກັບຊຸມຊົນຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ບຣາຊິນ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ ຖ່າຍຮູບຢູ່ຂ້າງປ້າຍເຊີດຊູປະທານໂຮ່ຈິມິນ ເນື່ອງໃນໂອກາດລະນຶກ 136 ປີແຫ່ງວັນເກີດຂອງເພິ່ນ, ຢູ່ຖະໜົນ Santa Teresa, ນະຄອນ Rio de Janeiro ໃນເດືອນ 5/2026.

ຂ້າພະເຈົ້າຕີລາຄາສູງທິດທາງເປີດກວ້າງການຮ່ວມມືກັບຊາວໜຸ່ມ, ແມ່ຍິງ ແລະ ບັນດາມະຫາວິທະຍາໄລຂອງສອງປະເທດ”.

ໂດຍສະແດງທັດສະນະຂອງຕົນກ່ຽວກັບສາຍພົວພັນປະຊາຊົນສອງປະເທດໃນໄລຍະຕໍ່ໜ້າ, ທ່ານກ່າວວ່າ: “ສາຍພົວພັນ ຫວຽດນາມ - ບຣາຊິນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່. ໃນໄລຍະ 3 ປີຜ່ານມາ, ການນຳຂັ້ນສູງຂອງສອງປະເທດ ໄດ້ມີ 5 ການພົບປະສຳຄັນຢູ່ຫວຽດນາມ, ບຣາຊິນ ແລະ ຢູ່ນອກຂອບບັນດາກອງປະຊຸມຫຼາຍຝ່າຍ. ພິເສດ, ການທີ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ ໃນເດືອນ 11/2024 ໄດ້ເປີດຫຼາຍໂອກາດໃໝ່ໃນການຮ່ວມມື. ໃນຂອບເຂດແຜນງານປະຕິບັດງານ ໄລຍະ 2025-2030, ການແລກປ່ຽນປະຊາຊົນ ໄດ້ຖືກກຳນົດເປັນໜຶ່ງໃນ 6 ເສົາຄ້ຳຂອງສາຍພົວພັນສອງຝ່າຍ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
ວັດຈະນານຸກົມສະເພາະດ້ານ ປອກຕຸຍການ - ຫວຽດນາມ ປະກອບມີ 17 ຫົວຂໍ້, ປະມານ 20.000 ຄຳສັບ, ຮຽບຮຽງ ແລະ ຈັດພິມໂດຍສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ບຣາຊິນ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈຳເປັນຕ້ອງສືບຕໍ່ນຳໃຊ້ແຮງຊຸກຍູ້ທາງການເມືອງ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ; ພ້ອມທັງຮັກສາການສົນທະນາເປັນປະຈຳລະຫວ່າງບັນດາອົງການມິດຕະພາບ, ສ້າງໂອກາດເພີ່ມຕື່ມໃຫ້ປະຊາຊົນສອງປະເທດເຂົ້າໃຈ ແລະ ຜູກພັນກັນຫຼາຍຂຶ້ນ.

ເປັນຕົ້ນ, ໃນຂົງເຂດວັດທະນະທຳ, ພວກເຮົາສາມາດຈັດງານມະຫະກຳຮູບເງົາຢູ່ທັງສອງປະເທດ ເພື່ອແນະນຳບັນດາຜົນງານຮູບເງົາທີ່ໂດດເດັ່ນຂອງແຕ່ລະປະເທດໃຫ້ແກ່ສາທາລະນະຊົນຢ່າງກວ້າງຂວາງ.

ກິລາແມ່ນຂົງເຂດໜຶ່ງທີ່ມີທ່າແຮງສູງ, ໂດຍສະເພາະບານເຕະ - ກິລາທີ່ປະຊາຊົນຂອງສອງປະເທດລ້ວນແຕ່ມັກ. ພວກເຮົາສາມາດເຊື່ອມໂຍງການຮ່ວມມືລະຫວ່າງບັນດາສະໂມສອນບານເຕະຂອງບຣາຊິນ ແລະ ຫວຽດນາມ, ເພື່ອປະກອບສ່ວນຊຸກຍູ້ການແລກປ່ຽນປະຊາຊົນຢ່າງເປັນທຳມະຊາດ ແລະ ມີປະສິດທິຜົນ.

ຂ້າພະເຈົ້າຄາດຫວັງວ່າ ສອງປະເທດຈະຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ໂດຍສະເພາະຄົ້ນຄວ້າການເປີດຖ້ຽວບິນກົງລະຫວ່າງບຣາຊິນ ແລະ ຫວຽດນາມ. ສິ່ງນີ້ຈະສ້າງເງື່ອນໄຂທີ່ສະດວກຍິ່ງຂຶ້ນໃຫ້ແກ່ການແລກປ່ຽນປະຊາຊົນ, ການຄ້າ ແລະ ການລົງທຶນ, ປະກອບສ່ວນນຳສາຍພົວພັນ ຫວຽດນາມ - ບຣາຊິນ ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງຍິ່ງຂຶ້ນໃນໄລຍະຕໍ່ໜ້າ”.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
ທ່ານ Pedro Oliveira ຢ້ຽມຊົມສະຖານີລົດໄຟໃຕ້ດິນ ເຊິ່ງເປັນສະຖານທີ່ທີ່ປະທານໂຮ່ຈິມິນເຄີຍຜ່ານໄປມາເລື້ອຍໆ ໃນໄລຍະທີ່ເພິ່ນຢູ່ບຣາຊິນ.

ເມື່ອພິຈາລະນາຈາກແງ່ມຸມປະຫວັດສາດ, ສາຍພົວພັນລະຫວ່າງຫວຽດນາມ ແລະ ບຣາຊິນ ມີສາຍໃຍເຊື່ອມໂຍງທາງປະຫວັດສາດມາແຕ່ຫົວທີ. ໃນປີ 1912, ຊາຍໜຸ່ມຜູ້ຮັກຊາດ ຫງວຽນເຕິ໊ດແທ່ງ - ຕໍ່ມາແມ່ນປະທານໂຮ່ຈິມິນ - ໃນໄລຍະທີ່ເປັນລູກເຮືອຢູ່ກຳປັ່ນ Latouche-Tréville ໄດ້ພັກຢູ່ Rio de Janeiro ປະມານ 6 ເດືອນ ເພື່ອປິ່ນປົວພະຍາດ. ຢູ່ທີ່ນີ້, ເພິ່ນທັງເຮັດວຽກ ແລະ ເຂົ້າໄປສຳຜັດກັບຊີວິດຂອງປະຊາຊົນບຣາຊິນ, ໂດຍສະເພາະກຳມະກອນ ແລະ ພະນັກງານ, ຜ່ານນັ້ນ ຊອກຮູ້ກ່ຽວກັບການຕໍ່ສູ້ຂອງຜູ້ອອກແຮງງານ ເພື່ອໃຫ້ມີສະພາບການດຳລົງຊີວິດ ແລະ ການເຮັດວຽກທີ່ດີຂຶ້ນ. ບັນດາພື້ນຖານທາງປະຫວັດສາດນັ້ນ ໄດ້ປະກອບສ່ວນສ້າງສາຍພົວພັນມິດຕະພາບລະຫວ່າງສອງຊົນຊາດ.

ໃນຊຸມປີມໍ່ໆມານີ້, ການແລກປ່ຽນປະຊາຊົນ ຫວຽດນາມ - ບຣາຊິນ ໄດ້ມີບາດກ້າວພັດທະນາທີ່ໜ້າສັງເກດ ທັງໃນດ້ານພື້ນຖານສະຖາບັນ, ໝາກຜົນການຮ່ວມມື ແລະ ທິດທາງຍຸດທະສາດ, ກາຍເປັນຈຸດເດັ່ນໃນສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ.

ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ບຣາຊິນ ໄດ້ ແລະ ພວມມີບົດບາດສຳຄັນໃນການຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນສອງປະເທດ. ກອງປະຊຸມໃຫຍ່ທົ່ວປະເທດຂອງສະມາຄົມ ໃນເດືອນ 7/2025 ໄດ້ກຳນົດຫຼາຍທິດທາງໃໝ່ ເຊັ່ນ: ເພີ່ມທະວີການເຊື່ອມໂຍງດ້ານການທ່ອງທ່ຽວ, ວັດທະນະທຳ, ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ບັນດາອົງການມິດຕະພາບ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສະໜັບສະໜູນການພັດທະນາເສດຖະກິດ - ສັງຄົມ.

ຢູ່ບຣາຊິນ, ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ ກໍໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບສະຖານທູດ ໃນຫຼາຍກິດຈະກຳດ້ານເສດຖະກິດ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ.

ເພີ່ມທະວີການເຊື່ອມໂຍງ, ຊຸກຍູ້ການຫັນບັນດາໂຄງການ NGO ເປັນດິຈິຕອນ

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
ທ່ານ Cho Eun Seung, ຫົວໜ້າຜູ້ຕາງໜ້າ Good Neighbors ຫວຽດນາມ.

ໃນໄລຍະກວ່າ 20 ປີແຫ່ງການເຄື່ອນໄຫວຢູ່ຫວຽດນາມ, ດ້ວຍການສະໜັບສະໜູນຢ່າງຕັ້ງໜ້າຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາສະຫະພັນອົງການມິດຕະພາບຢູ່ທ້ອງຖິ່ນ, Good Neighbors ສາມາດຜັນຂະຫຍາຍຫຼາຍໂຄງການພັດທະນາຊຸມຊົນທີ່ຫຼາກຫຼາຍຢ່າງປະສົບຜົນສຳເລັດ.

ໃນໄລຍະຕໍ່ໜ້າ, ຂ້າພະເຈົ້າຄາດຫວັງວ່າ ຈະມີການພັດທະນາຫຼາຍຂຶ້ນໃນ 3 ດ້ານດັ່ງນີ້:

ທີໜຶ່ງ, ຈຳເປັນຕ້ອງສືບຕໍ່ເພີ່ມທະວີຄວາມສາມາດໃນການຮ່ວມມືກັບບັນດາອົງການ NGO ສາກົນ ບໍ່ພຽງແຕ່ຢູ່ຂັ້ນສູນກາງ ຫາກຍັງລວມທັງຂັ້ນທ້ອງຖິ່ນ, ແນໃສ່ສ້າງຄວາມສົມດຸນໃນລະດັບການຮ່ວມມືລະຫວ່າງບັນດາພາກພື້ນ.

ທີສອງ, ຈຳເປັນຕ້ອງນຳໃຊ້ບັນດາແພລດຟອມດິຈິຕອນ ເພື່ອເພີ່ມປະສິດທິພາບຂະບວນການອະນຸມັດໂຄງການ, ແບ່ງປັນຂໍ້ມູນ ແລະ ເຊື່ອມໂຍງຄູ່ຮ່ວມ. ການດຳເນີນງານບັນດາແພລດຟອມເຫຼົ່ານີ້ຢ່າງມີປະສິດທິຜົນ ຈະຊ່ວຍໃຫ້ຄວາມຊຳນານສະເພາະດ້ານຂອງບັນດາອົງການ NGO ສາກົນ ສາມາດເຂົ້າເຖິງພື້ນທີ່ຕົວຈິງໄດ້ໂດຍກົງ ແລະ ວ່ອງໄວ.

ທີສາມ, ເປີດກວ້າງໂອກາດໃນການຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ສ້າງເຄືອຂ່າຍພົບປະເປັນປະຈຳ ເພື່ອໃຫ້ບັນດາອົງການ NGO ສາກົນ ສາມາດແບ່ງປັນປະສົບການ ກໍຄືບັນດາໂຄງການແບບຢ່າງທີ່ໄດ້ຜັນຂະຫຍາຍຢ່າງປະສົບຜົນສຳເລັດ. ຂ້າພະເຈົ້າເຊື່ອວ່າ ສິ່ງນີ້ບໍ່ພຽງແຕ່ຍົກສູງປະສິດທິຜົນຂອງແຕ່ລະໂຄງການເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດລວມຂອງການພັດທະນາຫວຽດນາມ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
Good Neighbors ຫວຽດນາມ ມອບຫໍສະໝຸດ KB ມູນຄ່າ 1,9 ຕື້ດົ່ງ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນ ດ້າຍຝູ, ຕາແສງ ຝູເລືອງ, ແຂວງ ຕວຽນກວາງ, ເດືອນ 3/2026.
ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
Good Neighbors ຫວຽດນາມ ຈັດຝຶກອົບຮົມແນະນຳເຕັກນິກການດຳເນີນລະບົບ biogas ໃຫ້ແກ່ 41 ຄອບຄົວ ຢູ່ແຂວງ ຕວຽນກວາງ, ເດືອນ 7/2026.
ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
ພິທີປະກາດເອກະສານໂຄງການ “ພັດທະນາວຽກງານສັງຄົມ ແລະ ການໃຫ້ຄຳປຶກສາດ້ານຈິດຕະວິທະຍາໃນໂຮງຮຽນ ໄລຍະ 2026-2027”, ວັນທີ 12/8/2026.

ສ້າງຕັ້ງບັນດາສູນປະສານງານເພື່ອຊ່ວຍເຫຼືອວິສາຫະກິດ

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
ທ່ານນາງ ສຈ.ປອ. ຟານທິຈ່າມີ, ມະຫາວິທະຍາໄລຄູສອນຊານຕົງ, ປະທານສະມາຄົມວິສາຫະກິດຫວຽດນາມປະຈຳຈີນ.

ສຳລັບປະຊາຄົມວິສາຫະກິດ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ບໍ່ພຽງແຕ່ເຊື່ອມໂຍງຖືກຄູ່ຮ່ວມເທົ່ານັ້ນ, ຫາກຍັງປະກອບສ່ວນຫຼຸດຜ່ອນຄວາມແຕກຕ່າງດ້ານວັດທະນະທຳ, ສະພາບແວດລ້ອມທຸລະກິດ ແລະ ວິທີການຮ່ວມມື, ຈາກນັ້ນ ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ສາຍພົວພັນຮ່ວມມືໄລຍະຍາວ, ມີປະສິດທິຜົນ ແລະ ຮ່ວມກັນພັດທະນາ.

ໃນໄລຍະຕໍ່ໜ້າ, ການແລກປ່ຽນ ແລະ ການຮ່ວມມືດ້ານເສດຖະກິດ ແມ່ນໜຶ່ງໃນແຮງຊຸກຍູ້ສຳຄັນຂອງການຕ່າງປະເທດປະຊາຊົນ. ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສາມາດສ້າງຕັ້ງສູນປະສານງານເພື່ອຊ່ວຍເຫຼືອວິສາຫະກິດ; ເພີ່ມທະວີບັນດາໂຄງການຮ່ວມມືຕາມຂະແໜງການ, ທ້ອງຖິ່ນ ແລະ ຂົງເຂດບູລິມະສິດ, ມຸ່ງໄປສູ່ປະສິດທິຜົນອັນເປັນຮູບປະທຳ. ພ້ອມກັນນັ້ນ, ສົ່ງເສີມບົດບາດຂອງສາຍພົວພັນມິດຕະພາບລະຫວ່າງບັນດາທ້ອງຖິ່ນ, ຫັນການຮ່ວມມືມິດຕະພາບໃຫ້ກາຍເປັນພື້ນຖານຊຸກຍູ້ການພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3
ທ່ານນາງ ສຈ.ປອ. ຟານທິຈ່າມີ ລົງສຳຫຼວດຂົງເຂດເສດຖະກິດລະດັບຕ່ຳ ຢູ່ງານວາງສະແດງອຸດສາຫະກຳ BRICS ທີ່ນະຄອນ ເຊ້ຍເໝິນ (ຈີນ).

ສະມາຄົມວິສາຫະກິດຫວຽດນາມປະຈຳຈີນ ພ້ອມທີ່ຈະຮ່ວມເດີນທາງກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນການເຊື່ອມໂຍງບັນດາວິສາຫະກິດດ້ານເຕັກໂນໂລຊີສູງ, ປັນຍາປະດິດ, ຫຸ່ນຍົນ, ເຕັກໂນໂລຊີສີຂຽວ ແລະ ການຜະລິດທີ່ທັນສະໄໝ ໃຫ້ມາຊອກຮູ້ໂອກາດຮ່ວມມືຢູ່ຫວຽດນາມ; ປະສານສົມທົບຈັດບັນດາໂຄງການແລກປ່ຽນວິສາຫະກິດ, ຊ່ວຍເຊື່ອມໂຍງວິສາຫະກິດ ແລະ ທ້ອງຖິ່ນທີ່ມີຄວາມຕ້ອງການເປີດກວ້າງການຮ່ວມມື, ປະກອບສ່ວນຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດຢ່າງເປັນຮູບປະທຳ.

ເນື່ອງໃນໂອກາດກອງປະຊຸມໃຫຍ່ອາຍຸການ 2026-2031, ຂໍອວຍພອນໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສືບຕໍ່ສົ່ງເສີມບົດບາດແນວໜ້າໃນການທູດປະຊາຊົນ, ຖື ຄວາມເຊື່ອຖື ເປັນພື້ນຖານ, ນ້ຳໃຈ ເປັນສາຍໃຍເຊື່ອມຜູກ ແລະ ຜົນປະໂຫຍດຮ່ວມ ເປັນເປົ້າໝາຍ; ເພື່ອໃຫ້ມິດຕະພາບບໍ່ພຽງແຕ່ຢຸດຢູ່ການຈັບມືກັນ, ຫາກໄດ້ຮັບການຫັນເປັນຈິງດ້ວຍບັນດາໂຄງການອັນເປັນຮູບປະທຳ, ບັນດາສິ່ງກໍ່ສ້າງ, ໂຮງງານ ແລະ ວຽກເຮັດງານທຳທີ່ເປັນຈິງ, ປະກອບສ່ວນເຂົ້າໃນການພັດທະນາອັນຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ ແລະ ສາຍພົວພັນຮ່ວມມືອັນຍືນຍົງລະຫວ່າງບັນດາຊົນຊາດ.

ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ
ຍສໝ - ຫວນຄືນ 10 ປີແຫ່ງການຮ່ວມມືກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ Margot Carlson Delogne, ຜູ້ກໍ່ຕັ້ງອົງການ 2 Sides Project (ສະຫະລັດອາເມລິກາ), ໃຫ້ຮູ້ວ່າ ສາຍພົວພັນລະຫວ່າງສອງຝ່າຍ ໄດ້ຮັບການສ້າງຂຶ້ນບົນພື້ນຖານມິດຕະພາບ, ຄວາມໄວ້ວາງໃຈ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ຄຳໝັ້ນສັນຍາຮ່ວມຕໍ່ສັນຕິພາບ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນບັນດາປະເທດ. ໃນຈົດໝາຍຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ທ່ານນາງສະແດງຄວາມປາດຖະໜາໃຫ້ສອງຝ່າຍສືບຕໍ່ຮ່ວມມືເພື່ອສັນຕິພາບ, ມິດຕະພາບ ແລະ ຈິດໃຈມະນຸດສະທຳຮ່ວມກັນ.
ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2 ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2
ຍສໝ​ - ດ້ວຍຄວາມຕັ້ງໃຈ ແລະ ແນວຄິດຂອງຕົນ, ບັນດານັກວິຊາການ, ຜູ້ອາວຸໂສ, ນັກທຸລະກິດ, ນັກທ່ອງທ່ຽວ, ນັກສິລະປິນ, ຊາວໜຸ່ມ, ຊາວຫວຽດນາມຢູ່ຕ່າງປະເທດ... ຕະຫຼອດຮອດບັນດານັກການທູດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳເຫັນ ແລະ ສະແດງຄວາມປາດຖະໜາຕໍ່ກອງປະຊຸມໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ