| ຫວຽດນາມ, ອິນເດຍ ຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ | |
| ແຮງບັນດານໃຈໃນການປະດິດສ້າງ ແລະ ຄວາມຄິດສ້າງສັນ, ປັບປຸງຄຸນນະພາບຊີວິດ |
![]() |
| ບັນຍາກາດຂອງກອງປະຊຸມ |
ກ່າວປາໄສໃນກອງປະຊຸມ, ທ່ານ ໂຮ່ ກວົກ ຢຸງ, ຮອງນາຍົກລັດຖະມົນຕີ, ໄດ້ຢືນຢັນວ່າ ພັກ ແລະ ລັດ ໄດ້ກຳນົດໃຫ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ ເປັນກຳລັງຂັບເຄື່ອນຫຼັກຂອງການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ມີຄວາມເປັນເອກະພາບສູງທັງດ້ານການຮັບຮູ້ ແລະ ການລົງມືປະຕິບັດ, ເພື່ອຫັນເອົາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ ໃຫ້ກາຍເປັນແຮງຂັບເຄື່ອນການພັດທະນາຢ່າງແທ້ຈິງ. ທ່ານເນັ້ນວ່າ ປະສິດທິຜົນຂອງຂົງເຂດດັ່ງກ່າວຕ້ອງຖືກວັດແທກຜ່ານຄວາມສາມາດໃນການເປັນເຈົ້າການດ້ານເຕັກໂນໂລຊີ, ຈຳນວນຜະລິດຕະພັນທີ່ສາມາດນຳອອກສູ່ຕະຫຼາດ, ຈຳນວນວິສາຫະກິດນະວັດຕະກຳທີ່ຖືກສ້າງຕັ້ງຂຶ້ນ ແລະ ລະດັບການປະກອບສ່ວນຕໍ່ການເຕີບໂຕທາງເສດຖະກິດ.
ທ່ານ ໂຮ່ ກວົກ ຢຸງ ໄດ້ກ່າວວ່າ: “ພາຍຫຼັງກອງປະຊຸມຄັ້ງນີ້, ແຕ່ລະຂະແໜງການ ແລະ ແຕ່ລະທ້ອງຖິ່ນ ຕ້ອງມີແຜນດຳເນີນງານທີ່ລະອຽດ ແລະ ເປັນຮູບປະທຳຫຼາຍຂຶ້ນ; ນັກວິທະຍາສາດແຕ່ລະທ່ານຕ້ອງມີຜົນງານຄົ້ນຄວ້າທີ່ເຊື່ອມໂຍງກັບສະພາບຕົວຈິງຫຼາຍຂຶ້ນ; ວິສາຫະກິດແຕ່ລະແຫ່ງຕ້ອງມີຄວາມກ້າຫານ ແລະ ມຸ່ງໝັ້ນຍິ່ງຂຶ້ນໃນການລົງທຶນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ທຸກຝ່າຍຕ້ອງຮ່ວມກັນສ້າງສະພາບແວດລ້ອມທີ່ກົນໄກ ແລະ ນະໂຍບາຍບໍ່ເປັນອຸປະສັກຂັດຂວາງອີກຕໍ່ໄປ, ແຕ່ກາຍເປັນຄວາມໄດ້ປຽບໃນການແຂ່ງຂັນຢ່າງແທ້ຈິງ; ເຮັດໃຫ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ ບໍ່ພຽງແຕ່ເປັນຂົງເຂດພັດທະນາເທົ່ານັ້ນ, ແຕ່ຕ້ອງກາຍເປັນ ‘ເຄື່ອງຈັກ’ ທີ່ຂັບເຄື່ອນຮູບແບບການເຕີບໂຕໃໝ່ຂອງປະເທດຢ່າງແທ້ຈິງ”.
| ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ປ່ຽນແປງໃໝ່ປະດິດສ້າງປະກອບສ່ວນຢັ້ງຢືນຄຸນຄ່າທະຫານລຸງໂຮ່ ເຖິງວ່າຕ້ອງປະຕິບັດໜ້າທີ່ໃນເງື່ອນໄຂທີ່ປະສົບຄວາມຫຍຸ້ງຍາກລໍາບາກທີ່ສຸດນັບແຕ່ຊຸມວັນສ້າງຕັ້ງ ກໍ່ຄືໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ; ແຕ່ວ່າດ້ວຍຈິດໃຈມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຊອກຮູ້, ປະດິດສ້າງຢ່າງບໍ່ຢຸດຢັ້ງຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ເຊິ່ງຍາມໃດກໍ່ໄດ້ຮັບການປຸກລຸກ, ເສີມຂະຫຍາຍຢ່າງແຂງແຮງ, ປະກອບສ່ວນສ້າງຄຸນທາດ, ຄຸນຄ່າອັນສູງສົ່ງຂອງທະຫານລຸງໂຮ່ ແລະມູນເຊື້ອຕັດສິນໃຈສູ້ຮົບ - ຕັດສິນໃຈຍາດເອົາໄຊຊະນະ. |
| ໜູນຊ່ວຍວິສາຫະກິດສັງຄົມປ່ຽນແປງໃໝ່ປະດິດສ້າງ: ກຳລັງຜັກດັນໃຫ້ພັດທະນາແບບຍືນຍົງ ຍສໝ - ວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ ໄດ້ຈັດພິທີປະກາດລາຍການໜູນຊ່ວຍວິສາຫະກິດສັງຄົມນະວັດຕະກຳ, ເປັນຂີດໝາຍບາດກ້າວສຳຄັນໃນການຊຸກຍູ້ການພັດທະນາວິສາຫະກິດສັງຄົມ ໃນສະພາບການເສດຖະກິດດີຈີຕອນ ແລະ ການຫັນເປັນດີຈີຕອນຢ່າງເຂັ້ມແຂງ. ໂດຍສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ, ບໍລິສັດຫຸ້ນສ່ວນຄົ້ນຄ້ວາຂະແໜງການ ແລະ ໃຫ້ຄຳປຶກສາ ຫວຽດນາມ (VIRAC), ກອງທຶນລົງທຶນເລີ່ມທຸລະກິດປະດິດສ້າງສັບພະວິຊາ ຮ່າໂນ້ຍ (BK Fund) ແລະ ... |
ແທັງຮັ່ງ
