ຈັດຕັ້ງການແຂ່ງຂັນບັນລະຍາຍພາສາ ຫວຽດນາມ ຮອບຊີງຊະນະເລີດທົ່ວປະເທດໃຫ້ແກ່ນັກຮຽນລາວ ຢູ່ ຫວຽດນາມ ປີ 2019

11:07 | 09/11/2019

ຍສໝ - ຮອບຊີງຊະນະເລີດ ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມ ແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ” ປີ 2019 ໄດ້ດໍາເນີນໃນຕອນຄໍ່າວັນທີ 8 ພະຈິກ ຢູ່ນະຄອນຖາຍງວຽນ.

ຈັດຕັ້ງການແຂ່ງຂັນບັນລະຍາຍພາສາ ຫວຽດນາມ ຮອບຊີງຊະນະເລີດທົ່ວປະເທດໃຫ້ແກ່ນັກຮຽນລາວ ຢູ່ ຫວຽດນາມ ປີ 2019

ຈັດຕັ້ງການແຂ່ງຂັນບັນລະຍາຍພາສາ ຫວຽດນາມ ຮອບຊີງຊະນະເລີດທົ່ວປະເທດໃຫ້ແກ່ນັກຮຽນລາວ ຢູ່ ຫວຽດນາມ ປີ 2019

ດ້ວຍຫົວຂໍ້ “ຫວຽດນາມ-ປະເທດທີ່ຂ້າພະເຈົ້າຮັກ”, ການແຂ່ງຂັນຄັ້ງນີ້ມີເປົ້າໝາຍສົ່ງເສີມໃຫ້ນັກສຶກສາລາວແບ່ງປັນບັນດາຄວາມຮູ້, ຄວາມເຂົ້າໃຈກ່ຽວກັບປະເທດ, ປະຊາຊົນ ແລະ ວັດທະນະທໍາຫວຽດນາມ; ບັນດາອານຸສອນອັນເລິກເຊິ່ງກ່ຽວກັບຊີວິດ, ການຮໍ່າຮຽນ ແລະການດໍາລົງຊີວິດຢູ່ຫວຽດນາມ. ບັນດານັກສຶກສາລາວ, ດ້ວຍຄວາມຮູ້, ການເຂົ້າຮ່ວມກິດຈະກໍາຕົວຈິງ ແລະອາລົມຈິດຂອງຕົນທີ່ມີຕໍ່ຫວຽດນາມ ຈະໄດ້ໃຊ້ພາສາຫວຽດນາມ ເພື່ອສະແດງທຸກສິ່ງທຸກຢ່າງທີ່ ຕົນເອງມີຄວາມສົນໃຈທີ່ສຸດ.

ບັນດານັກສຶກສາລາວ ໄດ້ນຳສະເໜີບົດແຂ່ງຂັນຂອງຕົນເປັນພາສາຫວຽດນາມ ດ້ວຍເນື້ອໃນຍ້ອງຍໍສັນລະເສີນມູນເຊື້ອ, ປະຫວັດສາດ, ວັດທະນະທໍາຂອງຫວຽດນາມ, ຄວາມຮູ້ສຶກທີ່ມີຕໍ່ຊາວຫວຽດນາມ, ທຳມະຊາດ, ທັດສະນີຍະພາບຂອງຫວຽດນາມ, ບົດຮຽນໃນການຮໍ່າຮຽນພາສາຫວຽດນາມ, ບັນດາອານຸສອນອັນເລິກເຊິ່ງກ່ຽວກັບຊີວິດ, ການຮໍ່າຮຽນ ແລະດໍາລົງຊີວິດຢູ່ຫວຽດນາມ.

ນີ້ແມ່ນຄັ້ງທໍາອິດທີ່ການແຂ່ງຂັນບັນລະຍາຍພາສາຫວຽດນາມ ໃຫ້ແກ່ນັກຮຽນລາວ ຢູ່ຫວຽດນາມ ໄດ້ຈັດຕັ້ງດ້ວຍຂອບຂະໜາດທົ່ວປະເທດ ແນໃສ່ເພີ່ມທະວີການພົບປະແລກປ່ຽນວັດທະນະທໍາຫວຽດນາມ-ລາວ, ພ້ອມທັງສ້າງບ່ອນສະແດງຄວາມສາມາດ, ຊ່ວຍຍົກສູງຄວາມຮູ້ພາສາຫວຽດນາມ ໃຫ້ແກ່ນັກຮຽນລາວ ໃນໄລຍະທີ່ຮໍ່າຮຽນ ແລະດໍາລົງຊີວິດຢູ່ຫວຽດນາມ.

ໃນບົດຄຳເຫັນໄຂພິທີການແຂ່ງຂັນ, ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ຝຸງ ຊວັນ ຫຍະ ລາຍງານວ່າ: ປັດຈຸບັນມີນັກສຶກສາລາວກຳລັງສຶກສາຢູ່ຫວຽດນາມຫຼາຍກ່ວາ 16,000 ຄົນ ຊຶ່ງຮຽນຢູ່ໃນລະດັບແຕກຕ່າງກັນ ໃນທຸກຂະແໜງການຮຽນທີ່ລາວມີຄວາຕ້ອງການ ໃຫ້ແກ່ການປ່ຽນແປງໃໝ່, ພັດທະນາ ແລະ ຫັນເປັນທັນສະໄໝ. ນັກສຶກສາລາວແຕ່ລະຄົນ ເມື່ອກັບຄືນປະເທດ ກໍລ້ວນແຕ່ເສີມຂະຫຍາຍໄດ້ຄວາມຮູ້ ຄວາມສາມາດ ທີ່ໄດ້ຮັບການຝຶກຝົນຫຼໍ່ຫຼອມຈາກຫວຽດນາມນັ້ນ ໄດ້ກາຍເປັນຂົວຕໍ່ມິດຕະພາບລະຫ່ວາງສອງຊາດ ຫວຽດນາມ - ລາວ. ພວກນ້ອງນັກຮຽນລາວ, ຈະສະແດງຄວາມຮູ້, ປະສົບການ ແລະ ອາລົມຈິດຂອງຕົນເອງທີ່ມີຕໍ່ຫວຽດນາມ ອອກມາດ້ວຍການໃຊ້ພາສາຫວຽດນາມ ຕໍ່ສິ່ງທີ່ຕົນເອງປະທັບໃຈທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ ຮອບຊີງຊະນະເລີດນີ້ ຈະສ້າງຄວາມປະທັບໃຈໄວ້ໃຫ້ແກ່ພວກເຮົາຢ່າງບໍ່ມີວັນລືມ.

ຈັດຕັ້ງການແຂ່ງຂັນບັນລະຍາຍພາສາ ຫວຽດນາມ ຮອບຊີງຊະນະເລີດທົ່ວປະເທດໃຫ້ແກ່ນັກຮຽນລາວ ຢູ່ ຫວຽດນາມ ປີ 2019

ຄະນະຈັດຕັ້ງໄດ້ມອບລາງວັນພິເສດໃຫ້ແກ່ ທ້າວ ບຸນ ສຸກຂະລັກ, ມະຫາວິທະຍາໄລສ້າງຄູ

ການແຂ່ງຂັນ ໂດຍລັດຖະມົນຕີກະຊວງການສຶກສາ ແລະ ບໍາລຸງສ້າງ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ມະຫາວິທະຍາໄລຖາຍງວຽນ ໄດ້ສົມທົບກັນຈັດຕັ້ງຂຶ້ນ. ໂດຍໄດ້ປຸກລະດົມແຕ່ເດືອນສິງຫາ 2019, ການແຂ່ງຂັນດັ່ງກ່າວ ໄດ້ດຶງດູດ 67 ທິມເຂົ້າຮ່ວມ ເຊິ່ງເປັນນັກສຶກສາທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງທັງສາມພາກ ເໜືອ-ກາງ-ໃຕ້ຂອງຫວຽດນາມ. ໃນຮອບຄັດເລືອກ, ຄະນະຈັດຕັ້ງໄດ້ຄັດເລືອກເອົາ 12 ທິມດີເດັ່ນທີ່ສຸດເຂົ້າຮ່ວມຮອບຊີງຊະນະເລີດ.

ທ້າວ ຟ້າສະທ້ານ ທິບສະຫວັນ ມາຈາກມະຫາວິທະຍາໄລ ກຶວ ລອງ ໄດ້ເລົ່າຄືນຄວາມຊົງຈຳຂອງຕົນທີ່ບໍ່ມີວັນລືມວ່າ: “ຄວາມຊົງຈຳທີ່ບໍ່ສາມາດຈະລືມໄດ້ໃນຊີວິດກໍຄື ມື້ທຳອິດເລີ່ມຮຽນພາສາຫວຽດນາມ ຊຶ່ງເປັນວັນ ທີ່ຕົນເອງຕື່ນຕາຕື່ນໃຈຕໍ່ທຸກສິ່ງທຸກຢ່າງທີ່ແປກໃໝ່ ນັບຕັ້ງແຕ່ໂຮງຮຽນ ແລະ ປະເທດຊາດກໍບໍ່ແມ່ນຂອງຕົນເອງ ແລະ ກໍເປັນວັນທີ່ຕົນເອງຄິດຮອດບ້ານທີ່ສຸດ ແຕ່ກໍເມືອບໍ່ໄດ້, ເປັນວັນທີ່ ພ້ອມກັບໝູ່ຄູ່ຮຽນພະຍັນຊະນະ a, b, c, ເພື່ອຫຼໍ່ລ້ຽງຄວາມຝັນ ຄວາມມຸ່ງມາດປາຖະໜາທີ່ຢາກມາຮໍ່າຮຽນຢູ່ໃນມະຫາວິທະຍາໄລຂອງຫວຽດນາມ”.

ໂດຍໄດ້ຮັບແຮງເຊຍຈາກຜູ້ເຂົ້າຊົມ ວີພາວະດີ ນັກສຶກສາຈາກມະຫາວິທະຍາໄລຄົມມະນາຄົມ ດີໃຈ ແລະ ມີຄວາມເຊື່ອໝັ້ນຫຼາຍທີ່ສຸດທີ່ໄດ້ມີໂອກາດເຂົ້າຮ່ວມການແຂ່ງຂັນໃນເທື່ອນີ້. ເມື່ອແບ່ງປັນຄວາມຮູ້ສຶກຂອງຕົນທີ່ມີຕໍ່ປະເທດຊາດຫວຽດນາມ ວິພາວະດີ ກ່າວວ່າ: “ວັນເວລາຜ່ານພົ້ນໄປໄວທີ່ສຸດ, ບຶດດຽວທັນໄດ້ 5 ປີແລ້ວ. ເຮົາເຫັນວ່າຄົນຫວຽດນາມສ່ວນຫຼາຍ ເປັນຄົນທີ່ຂະຫຍັນ, ດຸໝັ່ນ ແລະ ມີຫົວຄິດປະດີດສ້າງ. ຄົນຫວຽດນາມເປັນຄົນສະໜີດສະໜົມ ຮັກແຂກຄົນ. ຕົນເອງໄດ້ໄປຫຼາຍປະເທດແລ້ວ ແຕ່ບໍ່ມີປະເທດໃດທີ່ຂ້າພະເຈົ້າໄດ້ຮັບຄວາມຮັກແພງສະໜີດສະໜົມ ແລະ ເອົາໃຈໃສ່ຄືກັນກັບປະເທດຫວຽດນາມ. ຢູ່ຫວຽດນາມມີຄວາມຮູ້ສຶກວ່າຄືມີຊີວິດຢູ່ໃນປະເທດຕົນເອງ, ຄວາມຮູ້ສຶກນີ້ບໍ່ມີຄຳເວົ້າອັນໃດທີ່ຈະພັນລະນາໄດ້”.

ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ມອບລາງວັນພິເສດ ແລະໃບຍ້ອງຍໍໃຫ້ແກ່ທ້າວ ທ້າວ ບຸນ ສຸກຂະລັກ ທີ່ມາຈາກມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລທ໊າຍງວຽນ ບົດແຂ່ງຂັນດ້ວຍຫົວຂໍ້ “ນໍ້າໃຈມິດຕະພາບຫວຽດນາມ-ລາວ”. ຄະນະຈັດຕັ້ງໄດ້ມອບ 1 ລາງວັນທີໜຶ່ງ, 3 ລາງວັນທີສອງ, 7 ລາງວັນທີສາມ ແລະລາງວັນອື່ນຈຳນວນໜຶ່ງໃຫ້ແກ່ບັນດານັກສຶກສາທີ່ມີຜົນງານດີເດັ່ນໃນການແຂ່ງຂັນ.

(ໄຊພອນ)

302 Found

Found

The document has moved here.