| ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI | |
| ທ່ານນາງ ບຸຍທິມິງຮ່ວາຍ ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI |
ກ່າວຄຳປາໄສໄຂກອງປະຊຸມ, ທ່ານ ໂຕ ເລີມ, ເລຂາທິການໃຫຍ່ພັກ, ປະທານປະເທດຫວຽດນາມ, ເນັ້ນວ່າ ກອງປະຊຸມໃຫຍ່ພັກຄັ້ງທີ XIV ໄດ້ກຳນົດແນວທາງ, ເປົ້າໝາຍ ແລະ ທິດທາງຍຸດທະສາດສຳຄັນ; ສ່ວນກອງປະຊຸມສູນກາງຄັ້ງທີ 2 ໄດ້ວາງພື້ນຖານດ້ານການຈັດຕັ້ງ ແລະ ລະບຽບການດຳເນີນງານຂອງອາຍຸການ. ດັ່ງນັ້ນ, ກອງປະຊຸມຄັ້ງທີ 3 ຈຶ່ງຕ້ອງຫັນບັນດາທິດທາງເຫຼົ່ານັ້ນໃຫ້ເປັນການຕັດສິນໃຈທີ່ສາມາດແກ້ໄຂຈຸດຄັບຂ້ອງ, ປົດປ່ອຍແຫຼ່ງພະລັງ ແລະ ສ້າງຂີດຄວາມສາມາດໃໝ່ໃຫ້ແກ່ການພັດທະນາ. ທັງ 13 ເນື້ອໃນທີ່ນຳມາປຶກສາຫາລືໃນຄັ້ງນີ້ ລ້ວນແຕ່ມຸ່ງໄປສູ່ການຍົກສູງຄວາມສາມາດໃນການນຳພາ, ການກຳອຳນາດ, ການບໍລິຫານ, ການປະຕິບັດງານ, ການພັດທະນາ ແລະ ການປົກປັກຮັກສາປະເທດຊາດ.
ທ່ານ ໂຕ ເລີມ ຊີ້ໃຫ້ເຫັນ 4 ການຫັນປ່ຽນທາງຍຸດທະສາດທີ່ບັນດາການຕັດສິນໃຈຂອງສູນກາງພັກຕ້ອງສ້າງໃຫ້ເກີດຂຶ້ນ ຄື: ຍົກສູງຄວາມສາມາດນຳພາ, ການກຳອຳນາດ ແລະ ຄຸນນະພາບການດຳເນີນງານຂອງພັກ ແລະ ກົງຈັກລັດ; ບໍລິຫານພື້ນທີ່ການພັດທະນາຢ່າງເປັນເອກະພາບ ແລະ ນຳໃຊ້ແຫຼ່ງພະລັງຂອງຊາດໃຫ້ມີປະສິດທິຜົນ; ສ້າງຮູບແບບການພັດທະນາທີ່ອີງໃສ່ຜະລິດຕະພາບ, ຄວາມຮູ້, ເຕັກໂນໂລຊີ ແລະ ມະນຸດ; ພ້ອມທັງເພີ່ມຄວາມສາມາດໃນການປ້ອງກັນ, ຮັບມື, ປັບຕົວ ແລະ ປົກປັກຮັກສາປະເທດຊາດ. ທຸກການຕັດສິນໃຈຕ້ອງຕອບໄດ້ວ່າ ຈະແກ້ໄຂຈຸດຄັບຂ້ອງໃດ, ສ້າງຄວາມສາມາດໃໝ່ຫຍັງ ແລະ ຕ້ອງມີເງື່ອນໄຂໃດແດ່ເພື່ອໃຫ້ການປະຕິບັດບັນລຸຜົນສູງສຸດ.
![]() |
| ວາລະໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV |
ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ບັນດາກຳມະການສູນກາງພັກປຶກສາຫາລືຢ່າງເລິກເຊິ່ງໃນກຸ່ມ, ສະແດງຄຳເຫັນຢ່າງຈະແຈ້ງໃນຫໍປະຊຸມ ແລະ ປະກອບຄຳເຫັນໂດຍກົງຕໍ່ບັນດາຮ່າງມະຕິ, ໂຄງການ ແລະ ແຜນດຳເນີນງານ. ຄຳເຫັນຕ້ອງກະທັດຮັດ, ກົງປະເດັນ, ລະບຸຈະແຈ້ງທັງເຈດຈຳນົງ, ເຫດຜົນ, ຂໍ້ສະເໜີ ແລະ ທາງເລືອກ. ທ່ານເນັ້ນວ່າ ທຸກທາງເລືອກຕ້ອງຖືຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ພ້ອມທັງປະສິດທິຜົນໄລຍະຍາວຂອງປະເທດເປັນສຳຄັນສູງສຸດ. ພາຍຫຼັງກອງປະຊຸມ, ບັນດາມະຕິ ແລະ ຂໍ້ສະຫຼຸບຕ້ອງຖືກຫັນເປັນແຜນງານທີ່ກຳນົດຈະແຈ້ງທັງເປົ້າໝາຍ, ໜ້າທີ່, ສິດອຳນາດ, ແຫຼ່ງພະລັງ, ຄວາມຮັບຜິດຊອບ, ໄລຍະເວລາ, ຜົນຜະລິດ ແລະ ຜົນສຳເລັດ, ພ້ອມທັງແກ້ໄຂສະພາບການທີ່ແນວທາງຖືກຕ້ອງແຕ່ການສ້າງກົນໄກຍັງຊັກຊ້າ ແລະ ການປະຕິບັດຍັງບໍ່ເຂັ້ມແຂງ. ກ່ອນພິທີໄຂກອງປະຊຸມ, ຄະນະຜູ້ແທນສູນກາງພັກໄດ້ວາງພວງມາລາ ແລະ ເຂົ້າໄວ້ອາໄລຢູ່ສຸສານປະທານໂຮ່ຈີມິນ, ພ້ອມທັງຈູດທູບລະນຶກເຖິງບັນດາວິລະຊົນ ແລະ ທະຫານຜູ້ເສຍສະຫຼະ ຢູ່ອະນຸສາວະລີວິລະຊົນທີ່ຖະໜົນບັກເຊີນ.
| ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031 ຍສໝ - ສືບຕໍ່ລາຍການເຮັດວຽກ, ໃນຕອນບ່າຍວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031; ປຶກສາຫາລືເອກະພາບແຕ່ງຕັ້ງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ ... |
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ: ກອງປະຊຸມໃຫຍ່ແຫ່ງການກະທຳ ຍສໝ - ຫຼັງຈາກເຮັດວຽກເປັນເວລາຫ້າມື້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມໄດ້ສິ້ນສຸດລົງທີ່ຮ່າໂນ້ຍໃນຕອນບ່າຍຂອງວັນທີ 23 ມັງກອນ. ກ່າວຄຳປາໄສໃນກອງປະຊຸມຂ່າວສາກົນທັນທີຫຼັງຈາກກອງປະຊຸມປິດ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ກ່າວວ່າ ກອງປະຊຸມໃຫຍ່ຄັ້ງທີ 14 “ປະສົບຜົນສຳເລັດຢ່າງງົດງາມ, ເປັນຜົນສຳເລັດອັນຍິ່ງໃຫຍ່ຫຼາຍ”. |
ມິງດຶກ
