ກອງປະຊຸມໃຫຍ່ໄດ້ຜ່ານຮັບຮອງເອົາຈຳນວນກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031 ລວມມີ 405 ທ່ານ; ກຳມະການຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແຕ່ 72-100 ທ່ານ, ຄະນະປະຈຳການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແມ່ນ 12 ທ່ານ.
![]() |
| ຜູ້ແທນລົງຄະແນນສຽງເຫັນດີຢູ່ທີ່ກອງປະຊຸມໃຫຍ່. (ພາບ: ແນວໂຮມປະເທດຊາດ ຫວຽດນາມ) |
ໃນນັ້ນ, ໂຄງປະກອບ ແລະ ສ່ວນປະກອບຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ລວມມີ: ຜູ້ນຳໜ້າອົງການຈັດຕັ້ງສະມາຊິກ 62 ທ່ານ; ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ບັນດາແຂວງ, ນະຄອນ 34 ທ່ານ; 293 ທ່ານ ແມ່ນບຸກຄົນຕົວແບບ ເຊິ່ງປະກອບມີ: ປັນຍາຊົນ, ຊ່ຽວຊານໃນຂົງເຂດຕ່າງໆ 96 ທ່ານ (ນຳສະເໜີຕໍ່ກອງປະຊຸມໃຫຍ່ເພື່ອປຶກສາຫາລືແຕ່ງຕັ້ງ 92 ທ່ານ, ຍັງຂາດ 04 ທ່ານ ເຊິ່ງຈະໄດ້ຮັບການເພີ່ມເຕີມ ແລະ ປັບປຸງໃນສະໄໝອາຍຸການ); ກຳມະກອນ, ຊາວກສິກອນ, ກຳລັງປະກອບອາວຸດ 18 ທ່ານ; ຕົວຕາງໜ້າບັນດາຊົນເຜົ່າສ່ວນໜ້ອຍ 53 ທ່ານ (ໂຄງປະກອບຄົບຖ້ວນຕົວຕາງໜ້າ 53 ຊົນເຜົ່າສ່ວນໜ້ອຍ); ຕົວຕາງໜ້າຜູ້ນຳສາສະໜາ 53 ທ່ານ (ໂຄງປະກອບຄົບຖ້ວນ 16 ສາສະໜາໃຫຍ່ ແລະ ບັນດາອົງການຈັດຕັ້ງສາສະໜາທີ່ມີຜູ້ນັບຖືຈຳນວນຫຼາຍ); ຕົວຕາງໜ້າພາກສ່ວນເສດຖະກິດ 55 ທ່ານ (ນຳສະເໜີຕໍ່ກອງປະຊຸມໃຫຍ່ເພື່ອປຶກສາຫາລືແຕ່ງຕັ້ງ 54 ທ່ານ, ຍັງຂາດ 01 ທ່ານ ເຊິ່ງຈະໄດ້ຮັບການເພີ່ມເຕີມເມື່ອມີບຸກຄະລາກອນທີ່ເໝາະສົມ); ຊາວຫວຽດນາມອາໄສຢູ່ຕ່າງປະເທດ: 18 ທ່ານ (ນຳສະເໜີຕໍ່ກອງປະຊຸມໃຫຍ່ເພື່ອປຶກສາຫາລືແຕ່ງຕັ້ງ 17 ທ່ານ, ຍັງຂາດ 01 ທ່ານ ເຊິ່ງຈະໄດ້ຮັບການເພີ່ມເຕີມເມື່ອມີບຸກຄະລາກອນທີ່ເໝາະສົມ).
ພະນັກງານວິຊາການ ອົງການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ 16 ທ່ານ ລວມມີ: ຄະນະປະຈຳການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ 07 ທ່ານ (ຍັງບໍ່ທັນລວມເອົາຫົວໜ້າບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຢູ່ສູນກາງ); ຫົວໜ້າຄະນະ, ຫົວໜ້າກົມກອງ ສັງກັດອົງການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ 09 ທ່ານ (ນຳສະເໜີຕໍ່ກອງປະຊຸມໃຫຍ່ເພື່ອປຶກສາຫາລືແຕ່ງຕັ້ງ 07 ທ່ານ, ຍັງຂາດ 02 ທ່ານ ເຊິ່ງຈະໄດ້ຮັບການເພີ່ມເຕີມໃນສະໄໝອາຍຸການ).
ກ່ຽວກັບໂຄງປະກອບສົມທົບ, ບຸກຄົນນອກພັກແມ່ນ 201 ທ່ານ (50.62%), ສະໄໝທີ X ແມ່ນ 50.1%; ເພດຍິງແມ່ນ 93 ທ່ານ (23.4%), ສະໄໝທີ X ແມ່ນ 21.9%; ຊົນເຜົ່າສ່ວນໜ້ອຍແມ່ນ 105 ທ່ານ (26.5%), ສະໄໝທີ X ແມ່ນ 25.4%; ສາສະໜາແມ່ນ 78 ທ່ານ (19.7%), ສະໄໝທີ X ແມ່ນ 17%; ລະດັບການສຶກສາ: ປະລິນຍາຕີຂຶ້ນໄປແມ່ນ 316 ທ່ານ (81.6%), ສະໄໝທີ X ແມ່ນ 80.7%.
ກ່ຽວກັບເກນອາຍຸ, ອາຍຸ 40 ປີລົງມາແມ່ນ 41 ທ່ານ (10.3%); ອາຍຸແຕ່ 41-60 ປີແມ່ນ 179 ທ່ານ (45.1%); ອາຍຸແຕ່ 61 ປີຂຶ້ນໄປແມ່ນ 177 ທ່ານ (44.6%).
ກອງປະຊຸມໃຫຍ່ໄດ້ປຶກສາຫາລືເອກະພາບແຕ່ງຕັ້ງ 397 ທ່ານ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031 (ຍັງຂາດ 08 ທ່ານ, ເຊິ່ງຈະໄດ້ຮັບການປັບປຸງເພີ່ມເຕີມໃນສະໄໝອາຍຸການເມື່ອມີບຸກຄະລາກອນທີ່ເໝາະສົມ), ໃນນັ້ນ: ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄືນໃໝ່ມີ 309 ທ່ານ (77.8%) ແລະ ຜູ້ທີ່ໄດ້ຮັບການສະເໜີໃໝ່ມີ 88 ທ່ານ (22.2%).
ໃນວັນດຽວກັນ, ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີໜຶ່ງ ສະໄໝທີ XI, ສະໄໝປີ 2026-2031 ກໍໄດ້ຖືກຈັດຂຶ້ນ.
| ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ຈະຈັດຂຶ້ນແຕ່ວັນທີ 11 ພຶດສະພາ ຫາວັນທີ 13 ພຶດສະພາ 2026 ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ - ສັງຄົມ ທີ່ມີຄວາມໝາຍສຳຄັນ ເຊິ່ງຈັດຂຶ້ນໃນທັນທີ ... |
| ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ ຍສໝ - ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X ໄດ້ຈັດກອງປະຊຸມຄັ້ງທີ 7 ເພື່ອສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນວຽກງານຕາມຂອບເຂດສິດ, ຈຸດສຸມແມ່ນວຽກງານຫັນກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031. |
