| ຫວຽດນາມ - ບູຣຸນດີ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງປັນຍາຊົນ ແລະ ນັກວິທະຍາສາດ |
ໃນຂອບເຂດການເຄື່ອນໄຫວເຮັດວຽກ, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ຈັດການພົບປະ, ເສວະນາ ກັບບັນດານັກວິຊາການ, ນັກວິທະຍາສາດ ແລະ ຊ່ຽວຊານໜຸ່ມຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮຽນຮູ້ ແລະ ເຮັດວຽກຢູ່ ໂອຕຣິດ.
ເຂົ້າຮ່ວມການເສວະນາ ມີບັນດານັກສຶກສາປະລິນຍາເອກ, ນັກສຶກສາຕ່າງປະເທດ ແລະ ຊ່ຽວຊານຫວຽດນາມ ທີ່ພວມປະຕິບັດງານຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ວິສາຫະກິດເຕັກໂນໂລຊີຂອງ ໂອຕຣິດ. ບັນດາຜູ້ແທນ ໄດ້ແລກປ່ຽນບົດຮຽນການສຶກສາ, ການຄົ້ນຄວ້າ; ແລກປ່ຽນກ່ຽວກັບຄວາມສາມາດໃນການຮ່ວມມື ລະຫວ່າງ ບັນດາຮາກຖານຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດ.
![]() |
| ຄະນະປະຕິບັດງານ ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ພົບປະກັບນັກວິຊາການຊາວຫວຽດນາມອາໄສຢູ່ ໂອຕຣິດ. |
ເນື້ອໃນການປຶກສາຫາລື ໄດ້ສຸມໃສ່ບາງຂົງເຂດ ເຊັ່ນ: ປັນຍາປະທານ (AI), ຫຸ່ນຍົນ (Robot), ເຕັກໂນໂລຊີຂໍ້ມູນຂ່າວສານ, ວິສະວະກຳກົນຈັກ, ເຕັກໂນໂລຊີຄວອນຕຳ ແລະ ເຕັກໂນໂລຊີນິວເຄຼຍ. ນີ້ແມ່ນບັນດາຂົງເຂດທີ່ ໂອຕຣິດ ມີທ່າແຮງ, ທັງແມ່ນກຸ່ມຂະແໜງການທີ່ ຫວຽດນາມ ພວມໃຫ້ຄວາມສົນໃຈພັດທະນາ.
ໃນການກ່າວປາໄສຢູ່ທີ່ການເສວະນາ, ສອ. ປອ ເຈິ່ນຕວນແອັງ ໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ທີມງານນັກວິຊາການຫວຽດນາມ ຢູ່ ໂອຕຣິດ ບັນລຸໄດ້. ທ່ານຖືວ່າ ບັນດາຊ່ຽວຊານ, ນັກວິທະຍາສາດຫວຽດນາມ ຢູ່ຕ່າງປະເທດ ແມ່ນແຫຼ່ງທຶນອັນສຳຄັນ ຕໍ່ກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ຂະບວນການເຊື່ອມໂຍງສາກົນຂອງປະເທດຊາດ.
ປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ຫວັງຢ່າງຍິ່ງວ່າ ບັນດານັກວິຊາການ, ນັກວິທະຍາສາດໜຸ່ມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ເພີ່ມທະວີການແລກປ່ຽນທາງດ້ານວິຊາການ, ຮ່ວມມືຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີ ລະຫວ່າງ ຫວຽດນາມ ແລະ ໂອຕຣິດ.
![]() |
| ຄະນະປະຕິບັດງານ ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ພົບປະກັບນັກວິຊາການຊາວຫວຽດນາມອາໄສຢູ່ ໂອຕຣິດ. |
ຄະນະຜູ້ແທນ ຍັງໄດ້ເຮັດວຽກກັບ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂອຕຣິດ, ແລກປ່ຽນກ່ຽວກັບທິດທາງການຊຸກຍູ້ການຮ່ວມມືທາງດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ເພີ່ມທະວີການປະສານງານ ເຂົ້າໃນວຽກງານການຕ່າງປະເທດປະຊາຊົນ.
ຢູ່ທີ່ການເຮັດເຮັດວຽກ, ທ່ານ ວູເລໄທຮວ່າງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂອຕຣິດ ໄດ້ແນະນຳບາງກິດຈະກຳການຕ່າງປະເທດພະຫຸພາຄີຂອງຫວຽດນາມ ຢູ່ທີ່ ວຽນນາ (Vienna), ເຊິ່ງເປັນບ່ອນຕັ້ງສຳນັກງານໃຫຍ່ຂອງຫຼາຍອົງການຈັດຕັ້ງສາກົນ ເຊັ່ນ: ອົງການພະລັງງານປະລະມານູສາກົນ (IAEA), ຫ້ອງການປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC), ອົງການພັດທະນາອຸດສາຫະກຳປະຊາຊາດ (UNIDO) ແລະ ຄະນະກຳມະການປະຊາຊາດກ່ຽວກັບການນຳໃຊ້ບ່ອນຫວ່າງອະວະກາດຢ່າງສັນຕິ (COPUOS).
ທ່ານເອກອັກຄະລັດຖະທູດ ຍັງໄດ້ແຈ້ງຂໍ້ມູນກ່ຽວກັບບັນດາກິດຈະກຳທີ່ສະຖານທູດຜັນຂະຫຍາຍ ເພື່ອເຊື່ອມໂຍງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດ. ບາງເວທີປຶກສາຫາລື ກ່ຽວກັບຄວາມປອດໄພທາງໄຊເບີ, ປັນຍາປະທານ, ຫຸ່ນຍົນຮູບຮ່າງຄົນ ແລະ ການຫັນເປັນດິຈິຕອນ ທີ່ຈັດຂຶ້ນຢູ່ ວຽນນາ ໄດ້ດຶງດູດການເຂົ້າຮ່ວມຂອງບັນດານັກວິທະຍາສາດ, ຊ່ຽວຊານ ແລະ ວິສາຫະກິດເຕັກໂນໂລຊີຂອງ ຫວຽດນາມ, ໂອຕຣິດ.
ບັນດາຜູ້ແທນຖືວ່າ ທ່າແຮງຂອງ ໂອຕຣິດ ທາງດ້ານວິທະຍາສາດ - ເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງ ໄດ້ສ້າງເງື່ອນໄຂໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ພັດທະນາແຫຼ່ງບຸກຄະລາກອນ ແລະ ເຊື່ອມໂຍງບັນດາຮາກຖານວິທະຍາສາດ, ມະຫາວິທະຍາໄລ, ວິສາຫະກິດ.
![]() |
| ທ່ານ ປອ. Alfred Gerstl, ປະທານສະມາຄົມ ໂອຕຣິດ - ຫວຽດນາມ ຕາງໜ້າໃຫ້ສະມາຄົມ ເຂົ້າຮັບເອົາມຽນໄຊມິດຕະພາບ ຈາກປະທານປະເທດ ແຫ່ງ ສ.ສ ຫວຽດນາມ |
ໃນການປະຕິບັດງານ, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ປະສານງານກັບ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂອຕຣິດ ຈັດພິທີມອບ-ຮັບ ຫຼຽນໄຊມິດຕະພາບ ຂອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ມອບໃຫ້ ປອ. Peter Jankowitsch, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ໂອຕຣິດ, ປະທານສະມາຄົມ ໂອຕຣິດ - ຫວຽດນາມ ໄລຍະ 1998-2022, ປະຈຸບັນແມ່ນ ປະທານກິດຕິມະສັກຂອງສະມາຄົມ; ພ້ອມທັງມອບຫຼຽນໄຊມິດຕະພາບ ໃຫ້ແກ່ ຄະນະສະມາຄົມ ໂອຕຣິດ - ຫວຽດນາມ.
ລາງວັນດັ່ງກ່າວ ແມ່ນການຮັບຮອງ ແລະ ຍົກຍ້ອງຕໍ່ການປະກອບສ່ວນຢ່າງທົນທານຂອງ ດຣ. Peter Jankowitsch ແລະ ສະມາຄົມ ໂອຕຣິດ - ຫວຽດນາມ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງຊາດ.
ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ສະຖາບັນສາກົນກ່ຽວກັບການວິເຄາະລະບົບປະຍຸກໃຊ້ (IIASA), ສະພາບັນດິດ ໂອຕຣິດ, ມະຫາວິທະຍາໄລເຕັກໂນໂລຊີ ວຽນນາ ແລະ ອົງການພະລັງງານປະລະມານູສາກົນ (IAEA). ຢູ່ທີ່ບັນດາການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວຄົ້ນຄວ້າ, ການກໍ່ສ້າງ, ການໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ຄວາມສາມາດໃນການສ້າງຕັ້ງຈຸດເຊື່ອມໂຍງການຮ່ວມມືເພີ່ມເຕີມ ລະຫວ່າງ ຮາກຖານວິທະຍາສາດຫວຽດນາມ ກັບ ບັນດາຄູ່ຮ່ວມມືຢູ່ ໂອຕຣິດ.
ຍສໝ - ວັນທີ 5/5 ຢູ່ທີ່ນະຄອນຫຼວງ ວຽນນາ (ໂອຕຣິດ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານສົມທົບກັບ ສະພາການຄ້າສະຫະພັນໂອຕຣິດ, ສະຖາບັນເຕັກໂນໂລຊີໂອຕຣິດ ແລະ ບໍລິສັດ FPT ຮ່ວມກັນຈັດເວທີປຶກສາຫາລືຄວາມໝັ້ນຄົງທາງໄຊເບີ ໂອຕຣິດ - ຫວຽດນາມ ໃນຮູບແບບເຊິ່ງໜ້າສົມທົບກັບທາງອອນລາຍ. ກິດຈະກຳນີ້ມຸ່ງໄປສູ່ເປົ້າໝາຍເພີ່ມທະວີການຮ່ວມມືສອງຝ່າຍ, ປັບປຸງຂີດຄວາມສາມາດດ້ານສະຖາບັນ ແລະ ເຕັກໂນໂລຊີ, ທັງເປີດໂອກາດການລົງທຶນ ແລະ ທຸລະກິດໃໝ່ໆໃນຂົງເຂດຄວາມໝັ້ນຄົງທາງໄຊເບີ ແລະ ການຫັນເປັນດີຈີຕອນ. |
ຍສໝ - ບໍ່ດົນນານມານີ້, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານງານກັບ ສະມາຄົມມິດຕະພາບ ຫວຽດນາມ-ໂອຕຣິດ ຈັດຕັ້ງພິທີມອບ-ຮັບຫຼຽນໄຊມິດຕະພາບ ຂອງປະທານປະເທດ ໃຫ້ແກ່ ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch - ປະທານກິດຕິມະສັກ ສະມາຄົມ ໂອຕຣິດ-ຫວຽດນາມ, ຍ້ອນໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ໂອຕຣິດ. |
ແທັງຮັ່ງ


