ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ກະຊວງແຜນການ ແລະ ການລົງທຶນ ຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ

11:19 | 16/01/2021

ຍສໝ - ຫວ່າງແລ້ວນີ້, ທີ່ ກະຊວງແຜນການ ແລະ ການລົງທຶນຫວຽດນາມນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ  ທ່ານ ຫງວຽນຈີຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ
ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIຂອງ ພັກປະຊາຊົນ ປະຕິວັດລາວ ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIຂອງ ພັກປະຊາຊົນ ປະຕິວັດລາວ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ກະຊວງແຜນການ ແລະ ການລົງທຶນ ຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ
ທ່ານ ແສງເພັດ ຮຸ່ງບຸນຍວງ ແລະ ທ່ານ ຫງວຽນ ຈີ່ ຢູ້ງ. ພາບ: MPI

ທີ່ການຕ້ອນຮັບ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ເລິກເຊິ່ງທີ່ກະຊວງແຜນການ ແລະ ການລົງທຶນ ຍາດມາໄດ້ໃນໄລຍະຜ່ານມາ. ໂດຍສະເພາະແມ່ນໃນປີ 2020, ຫວຽດນາມ ໄດ້ດຳເນີນການຈັດຕັ້ງກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆດ້ວຍຄວາມຮັບຜິດຊອບສູງ ເພື່ອກ້າວໄປເຖິງການຈັດກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ທີ່ຈະໄຂຂຶ້ນໃນທ້າຍເດືອນມັງກອນ 2021 ນີ້, ສຳເລັດໜ້າທີ່ການເປັນປະທານອາຊຽນດ້ວຍຜົນສຳເລັດອັບຈົບງາມ, ປະຕິບັດໜ້າທີ່ການເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ເປັນຢ່າງດີ, ປະກອບສ່ວນຍົກສູງບົດບາດອິດທິພົນຂອງຫວຽດນາມ ໃນເວທີສາກົນ ແລະ ພາກພື້ນ.

ສ່ວນ ທ່ານ ຫງວຽນ ຈີ່ ຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ ໄດ້ຕີລາຄາສູງ ຕໍ່ການມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ພ້ອມທັງເຊື່ອໝັ້ນວ່າ ທ່ານ ແສງເພັດ ຮຸ່ງບຸນຍວງ ຈະປະສົບຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ກໍ່ຄື ໃນການເປັນຂົວຕໍ່ໃຫ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ, ໂດຍສະເພາະແມ່ນລະຫວ່າງສອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ລາວ.

ກອງປະຊຸມສຳມະນາ ກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ": ແກ້ໄຂ 5 ບັນຫາຈຸດໜັກ

ຍສໝ - ວັນທີ 15 ມັງກອນ, ຢູ່ແຂວງຫາຍຟ່ອງ, ຫ້ອງການປະຈຳກ່ຽວກັບສິດທິມະນຸດຂອງລັດຖະບານ ໄດ້ຈັດກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ".

ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ

ຫວ່າງແລ້ວນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ. ລາວ ປະຈຳ ສສ.ຫວຽດນາມ ພ້ອມດ້ວຍຄະນະ ຈາກສະຖານທູດລາວ, ສະຖານກົງສຸນໃຫຍ່ລາວ ທີ່ນະຄອນໂຮ່ຈິມິນ ແລະ ນະຄອນດານັງ ໄດ້​​ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ແອດ ຮອງປະທານຄະນະກໍາມະການປະຊາຊົນແຂວງເລິມດົ່ງ ແລະ ທ່ານ ເລ ຫງອກ ...

IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19 IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ຍສໝ - ບັນດາເຈົ້າໜ້າທີ່ຂອງອົງການ IMF ກ່າວເນັ້ນວ່າ ປະສົບການຕ້ານການລະບາດຂອງຫວຽດນາມ ສາມາດນຳໃຊ້ໄດ້ໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ເຊິ່ງພຽງແຕ່ອີງໃສ່ການສັກຢາວັກຊີນເທົ່ານັ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.