| ຫວຽດນາມ ປະກອບສ່ວນເຂົ້າພາຍໃດວິວັດທະນາການກຳນົດທິດທາງຍຸດທະສາດການຮ່ວມມືຮັກສາສັນຕິພາບ | |
| ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແນວໂຮມປະເທດຊາດຫວຽດນາມ |
ໃນການພົບປະ, ທ່ານ ເລກວາງຕຸ່ງ ເນັ້ນວ່າ ໄລຍະຜ່ານມາ, ການຮ່ວມມືລະຫວ່າງນະຄອນເກິ່ນເທີ ກັບບັນດາຄູ່ຮ່ວມມືຂອງອິນເດຍ ໄດ້ມີຄວາມຄືບໜ້າໃນທາງບວກ, ແຕ່ຜົນການຮ່ວມມືຍັງບໍ່ທັນສົມກັບທ່າແຮງຂອງສອງຝ່າຍ. ປັດຈຸບັນ, ອິນເດຍເປັນໜຶ່ງໃນບັນດາຕະຫຼາດທີ່ມີອັດຕາເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວເດີນທາງມາຫວຽດນາມສູງ. ຂະນະດຽວກັນ, ເກິ່ນເທີສາມາດຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 7 ລ້ານເທື່ອຄົນຕໍ່ປີ, ຊຶ່ງເປັນພື້ນຖານທີ່ດີສຳລັບການເຊື່ອມໂຍງການທ່ອງທ່ຽວລະຫວ່າງສອງຝ່າຍ.
![]() |
| ທັງສອງຝ່າຍມອບຂອງຂວັນທີ່ລະນຶກໃຫ້ແກ່ກັນ. |
ພາຍຫຼັງການລວມເຂດປົກຄອງ, ນະຄອນເກິ່ນເທີໄດ້ມີພື້ນທີ່ ແລະ ໂອກາດການພັດທະນາກວ້າງຂວາງຂຶ້ນ, ພ້ອມທັງຢືນຢັນບົດບາດໃນຖານະສູນກາງຂັບເຄື່ອນຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ເປັນຈຸດເຊື່ອມຕໍ່ສຳຄັນໃນລະບົບເສດຖະກິດຂອງພາກພື້ນ.
ໃນ 6 ເດືອນຕົ້ນປີ 2026, ຜະລິດຕະພັນລວມຂອງນະຄອນ (GRDP) ເພີ່ມຂຶ້ນປະມານ 7,4–7,6%. ນະຄອນມີ 123 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ ດ້ວຍຍອດທຶນເກືອບ 7 ຕື້ USD. ຈາກທ່າແຮງ ແລະ ຜົນສຳເລັດດັ່ງກ່າວ, ເກິ່ນເທີເຫັນວ່າຍັງມີໂອກາດຫຼາຍໃນການດຶງດູດນັກລົງທຶນສາກົນ, ລວມທັງບັນດາວິສາຫະກິດອິນເດຍ.
ດ້ານການສຶກສາ ແລະ ການແລກປ່ຽນປະຊາຊົນ, ປັດຈຸບັນມີນັກສຶກສາອິນເດຍຫຼາຍກວ່າ 500 ຄົນ ກຳລັງຮ່ຳຮຽນຢູ່ບັນດາສະຖາບັນການສຶກສາໃນນະຄອນ. ນີ້ເປັນພື້ນຖານສຳຄັນໃຫ້ສອງຝ່າຍສືບຕໍ່ພັດທະນາການຮ່ວມມືດ້ານວິຊາການ, ວິທະຍາສາດ ແລະ ເຕັກໂນໂລຊີ.
ບົນພື້ນຖານນັ້ນ, ນະຄອນເກິ່ນເທີໄດ້ສະເໜີໃຫ້ຝ່າຍອິນເດຍເພີ່ມທະວີການເຊື່ອມໂຍງລະຫວ່າງວິສາຫະກິດ, ຊຸກຍູ້ການຄ້າ ແລະ ການລົງທຶນ, ພ້ອມທັງເພີ່ມການແນະນຳທ່າແຮງຂອງທ້ອງຖິ່ນຕໍ່ນັກລົງທຶນອິນເດຍ.
ບັນດາຂົງເຂດທີ່ນະຄອນໃຫ້ບຸລິມະສິດປະກອບມີ ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນປ່ຽນດິຈິຕອນ, ກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງ, ພະລັງງານທົດແທນ ແລະ ການຂົນສົ່ງໂລຈິສຕິກ. ຄຽງຄູ່ກັນນັ້ນ, ສອງຝ່າຍຍັງສາມາດຂະຫຍາຍການຮ່ວມມືດ້ານການສຶກສາ ແລະ ຝຶກອົບຮົມ, ໂດຍສະເພາະໃນຂະແໜງປັນຍາປະດິດ, ເຕັກໂນໂລຊີຊີວະພາບ, ການແພດ ແລະ ເພສັດຊະກຳ.
ດ້ານການທ່ອງທ່ຽວ, ການນຳນະຄອນເກິ່ນເທີໄດ້ສະເໜີໃຫ້ເພີ່ມການຮ່ວມມື, ໂດຍເຫັນວ່ານັກທ່ອງທ່ຽວອິນເດຍຢູ່ໃນກຸ່ມຕະຫຼາດລະດັບກາງ ແລະ ລະດັບສູງ, ມີທ່າອ່ຽງໃຊ້ຈ່າຍຫຼາຍ ແລະ ສົນໃຈປະສົບການທາງວັດທະນະທຳທີ່ເປັນເອກະລັກ.
ດັ່ງນັ້ນ, ເກິ່ນເທີຈຶ່ງມຸ່ງພັດທະນາບັນດາຜະລິດຕະພັນທ່ອງທ່ຽວທາງນ້ຳ ທີ່ເຊື່ອມໂຍງກັບການພັກຜ່ອນ, ອາຫານການກິນ ແລະ ການສຳຜັດທຳມະຊາດແບບນິເວດ, ເພື່ອດຶງດູດນັກທ່ອງທ່ຽວຈາກຕະຫຼາດອິນເດຍໃຫ້ຫຼາຍຂຶ້ນ.
ທ່ານ Tshering Wangchuk Sherpa, ເອກອັກຄະລັດຖະທູດອິນເດຍ ໄດ້ຕີລາຄາສູງຕໍ່ທ່າແຮງການຮ່ວມມືລະຫວ່າງເກິ່ນເທີ ແລະ ບັນດາທ້ອງຖິ່ນຂອງອິນເດຍ. ທ່ານຢືນຢັນວ່າຈະສືບຕໍ່ເປັນຂົວຕໍ່ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ ກໍຄືການແລກປ່ຽນປະຊາຊົນ.
ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ໃນໄລຍະຕໍ່ໜ້າ, ທ່ານຈະນຳຄະນະວິສາຫະກິດອິນເດຍເດີນທາງມາສຳຫຼວດ ແລະ ຊອກຫາໂອກາດລົງທຶນຢູ່ເກິ່ນເທີ. ພ້ອມກັນນັ້ນ, ທ່ານຈະຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງໃຫ້ເລັ່ງຈັດກິດຈະກຳຕ່າງໆ ເຊັ່ນ ງານວາງສະແດງການຄ້າອິນເດຍ ແລະ ສັບປະດາຮູບເງົາອິນເດຍ ຢູ່ນະຄອນເກິ່ນເທີ.
ທ່ານ Tshering Wangchuk Sherpa ເຫັນວ່າ ບັນດາທິດທາງຮ່ວມມືທີ່ສອງຝ່າຍສະເໜີລ້ວນມີຄວາມເປັນໄປໄດ້ ແລະ ສອດຄ່ອງກັບສະພາບຕົວຈິງ. ໃນໄລຍະຕໍ່ໄປ, ວິທະຍາສາດ ແລະ ເຕັກໂນໂລຊີ, ເສດຖະກິດ ແລະ ການຄ້າ ຈະເປັນຂົງເຂດຈຸດສຸມທີ່ສອງຝ່າຍຮ່ວມກັນຊຸກຍູ້ຜ່ານບັນດາກິດຈະກຳທີ່ລະອຽດ ແລະ ເປັນຮູບປະທຳ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.
| ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ. |
| ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃດສັງກາດໃໝ່ ຍສໝ - ພາຍໃດຂອບເຂດການຢ້ຽມຢາມຢ່າງເປັນທາງການ ແຫ່ງ ສາທາລະນະລັດ ໂບລີວາ ເວເນຊູເອລາ, ໃນວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປວາງຊໍ່ດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ ຕັ້ງຢູ່ເທິງເສັ້ນທາງຫຼັກ Bolívar ຢູ່ພາຍໃດນະຄອນຫຼວງ Caracas. |
ມີງດຶກ
