ເກີ່ນເທີ ເພີ່ມພຸນຄູນສ້າງຄວາມສາມັກຄີ ຫວຽດນາມ - ກໍາປູເຈຍ

11:30 | 24/06/2020

ຍສໝ - ຄາດວ່າທ້າຍປີ 2020, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ນະຄອນ ເກີ່ນເທີ ຈະສະໜັບສະໜູນການໃຫ້ທຶນການສຶກສາແກ່ນັກສຶກສາກຳປູເຈຍ ທີ່ກຳລັງສຶກສາຢູ່ມະຫາວິທະຍາໄລ ເກີ່ນເທີ ແລະ ມະຫາວິທະຍາໄລການແພດ ແລະ ການຢາ ເກີ່ນເທີ; ຮັກສາການຈັດຕັ້ງການພົບປະແລກປ່ຽນມິດຕະພາບລະຫວ່າງຊາວໜຸ່ມ ສອງປະເທດ...    

ເກ ນເທ ເພ ມພ ນຄ ນສ າງຄວາມສາມ ກຄ ຫວຽດນາມ ກ າປ ເຈຍ ທ່ານເອກອັກຄະລັດຖະທູດ Ivo Sieber: ປະເທດສະວິດເຊີແລນຈະສືບຕໍ່ສະໜັບສະໜູນ ເກີ່ນເທີ ໃນຫຼາຍຂົງເຂດ
ເກ ນເທ ເພ ມພ ນຄ ນສ າງຄວາມສາມ ກຄ ຫວຽດນາມ ກ າປ ເຈຍ ຫວຽດນາມ - ກໍາປູເຈຍ: ຊຸກຍູ້ການແລກປ່ຽນສິນຄ້າລະຫວ່າງບັນດາແຂວງຢູ່ເຂດຊາຍແດນ ຂອງສອງປະເທດ
ເກ ນເທ ເພ ມພ ນຄ ນສ າງຄວາມສາມ ກຄ ຫວຽດນາມ ກ າປ ເຈຍ
ເກີ່ນເທີ ເພີ່ມພຸນຄູນສ້າງຄວາມສາມັກຄີ ຫວຽດນາມ - ກໍາປູເຈຍ.

ວັນທີ 23 ມິຖຸນາ, ສະຫະພັນບັນດາອົງການມິດຕະພາບ ເກີ່ນເທີ ແລະ ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ນະຄອນ ເກີ່ນເທີ ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກກັບທ່ານ Sok Dareth - ສະຖານກົງສຸນໃຫຍ່ກຳປູເຈຍປະຈຳ ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກໍາປູເຈຍ.

ຄາດວ່າທ້າຍປີ 2020, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ນະຄອນ ເກີ່ນເທີ ຈະສະໜັບສະໜູນການໃຫ້ທຶນການສຶກສາແກ່ນັກສຶກສາກຳປູເຈຍ ທີ່ກຳລັງສຶກສາຢູ່ມະຫາວິທະຍາໄລ ເກີ່ນເທີ ແລະ ມະຫາວິທະຍາໄລການແພດ ແລະ ການຢາ ເກີ່ນເທີ; ຮັກສາການຈັດຕັ້ງການພົບປະແລກປ່ຽນມິດຕະພາບລະຫວ່າງຊາວໜຸ່ມ ສອງປະເທດ...

ຕີລາຄາສູງການປະກອບສ່ວນຂອງສະຫະພັນບັນດາອົງການມິດຕະພາບນະຄອນ ເກີ່ນເທີ, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນ ເກີ່ນເທີ ແລະ ບັນດາຄູ່ຮ່ວມມືໃນການເພີ່ມທະວີຄວາມສາມັກຄີມິດຕະພາບ ລະຫວ່າງ ກຳປູເຈຍ ແລະ ນະຄອນ ເກີ່ນເທີ ໃນໄລຍະທີ່ຜ່ານມາ, ທ່ານ Sok Dareth ຢືນຢັນວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສະໜັບສະໜູນ ສະຫະພັນ ແລະ ສະມາຄົມມິດຕະພາບ ໃນການຈັດຕັ້ງປະຕິບັດກິດຈະກຳ ແລກປ່ຽນມິດຕະພາບ ຢູ່ ກຳປູເຈຍ. ທ່ານ Sok Dareth ໄດ້ຮຽກຮ້ອງ, ສ້າງເງື່ອນໄຂສະດວກເພື່ອດຶງດູດບັນດານັກທຸລະກິດ ກຳປູເຈຍມານະຄອນ ເກີ່ນເທີ ເພື່ອຊອກຫາກາລະໂອກາດການລົງທືນ; ສຶກສາ ປະສານສົມທົບເພື່ອຈັດຕັ້ງບັນດາກິດຈະກຳ ສົ່ງເສີມ, ແລກປ່ຽນວັດທະນະທຳ ເພື່ອຊ່ວຍໃຫ້ວິສາຫະກິດ, ປະຊາຊົນສອງປະເທດ ໃນການເພີ່ມພຸນຄູນສ້າງມິດຕະພາບ, ການຮ່ວມມື...

ເກ ນເທ ເພ ມພ ນຄ ນສ າງຄວາມສາມ ກຄ ຫວຽດນາມ ກ າປ ເຈຍ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ລົງເຮັດວຽກຢູ່ ສະຫວັນນະເຂດ ແລະ ຄຳມ່ວນ

ໃນລະຫວ່າງວັນທີ 19-20 ມິຖຸນາ 2020, ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ນຳພາຄະນະລົງເຮັດວຽກ ຢູ່ ແຂວງ ສະຫວັນນະເຂດ ແລະ ແຂວງຄຳມ່ວນ ເພື່ອຕິດຕາມກວດກາການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ປະຈຳປີ 2020. ເຊິ່ງໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆ ແຂວງສະຫວັນນະເຂດ.

ເກ ນເທ ເພ ມພ ນຄ ນສ າງຄວາມສາມ ກຄ ຫວຽດນາມ ກ າປ ເຈຍ ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສະເປນ ຜ່ານເຫດການວັນ Tapas ຢູ່ຮ່າໂນ້ຍ

ຍສໝ - ແບ່ງປັນຄວາມຄິດເຫັນກັບວາລະສານ ຍຸກສະໄໝ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະເປນ ປະຈຳ ຫວຽດນາມ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກໂຊກດີ ແລະ ດີໃຈທີ່ໄດ້ມາເຮັດວຽກຢູ່ຫວຽດນາມ.

ເກ ນເທ ເພ ມພ ນຄ ນສ າງຄວາມສາມ ກຄ ຫວຽດນາມ ກ າປ ເຈຍ ພິທີມອບຮັບຜ້າອັດປາກ 20.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ

ຍສໝ - ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ບັນດາການເຄື່ອນໄຫວທີ່ມີຄວາມໝາຍ ຕໍ່ບ້ານເກີດເມືອງນອນຂອງສູນພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ສ. ເກົາຫຼີ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.