ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມື

15:18 | 30/11/2020

ຍ​ສ​ໝ - ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ຮອງນາຍ ກລ ດຖະມ ນຕ ສສ ຫວຽດນາມ ຢ ຽມຢາມ ສປປ ລາວ ເພ ອຮ ດແໜ ນການຮ ວມມ ແຂວງເທື່ອທຽນເຫວ້ ຕ້ອນຮັບນັກສຶກສາລາວມາຮໍ່າຮຽນ
ຮອງນາຍ ກລ ດຖະມ ນຕ ສສ ຫວຽດນາມ ຢ ຽມຢາມ ສປປ ລາວ ເພ ອຮ ດແໜ ນການຮ ວມມ ສະຖານທູດຫວຽດນາມ ປະຈໍາ ລາວ ມອບຜ້າອັດປາກ 75.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລາວ
ຮອງນາຍ ກລ ດຖະມ ນຕ ສສ ຫວຽດນາມ ຢ ຽມຢາມ ສປປ ລາວ ເພ ອຮ ດແໜ ນການຮ ວມມ
ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

ໂດຍປະຕິບັດຕາມຂໍ້ຕົກລົງການຮ່ວມມືລະ ຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ແລະ ໂດຍຕອບສະໜອງຕາມການເຊື້ອເຊີນຈາກ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຄັ້ງທີ 7 ລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໃນລະຫວ່າງວັນທີ 29-30 ພະຈິກ 2020 ທີ່ນະຄອນຫລວງວຽງຈັນ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ໂດຍທັງສອງຝ່າຍໄດ້ທົບທວນຕີລາຄາຄືນ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ກໍຄື ລະຫວ່າງສອງກະຊວງການຕ່າງປະເທດ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ. ນອກນີ້ ຍັງໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ສອງຝ່າຍ ຍັງໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວເປັນຢ່າງດີໃນໄລຍະຜ່ານມາ. ພ້ອມກັນນັ້ນ, ຍັງໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງສອງຂະແໜງການຕ່າງປະເທດ ທີ່ເປັນຂົວຕໍ່ລະຫວ່າງການພົວພັນສອງປະເທດ, ເປັນເສນາທິການໃຫ້ຂັ້ນເທິງໃນວຽກ ງານການຕ່າງປະເທດ ແລະ ເປັນຜູ້ຊຸກຍູ້ຕິດຕາມການຮ່ວມມືສອງຝ່າຍໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ.

ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ຝ່າຍລາວໄດ້ສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ໄດ້ເປັນປະທານອາຊຽນ ດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມທັງ, ໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕະຫລອດມາ ບໍ່ວ່າຈະເປັນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ກໍຄືໃນໄລຍະເວລາ ສປປ ລາວ ປະສົບກັບເຫດໄພພິບັດທາງທໍາມະຊາດ ໂດຍສະເພາະໄດ້ຂອບໃຈຕໍ່ການມອບເຂົ້າສານ ຈໍານວນ 1.000 ໂຕນ ເພື່ອຊ່ວຍເຫລືອປະຊາຊົນແຂວງສະຫວັນນະເຂດ ທີ່ປະສົບກັບອຸທົກກະໄພຮ້າຍແຮງ ໃນກາງເດືອນພະຈິກຜ່ານມາ, ເຖິງວ່າ ສະຫາຍ ຫວຽດນາມເອງ ກໍປະເຊີນໜ້າກັບໄພທຳມະຊາດຮ້າຍແຮງເຊັ່ນກັນ ແຕ່ກໍໄດ້ບິແບ່ງການຊ່ວຍເຫລືອໃຫ້ແກ່ ສປປ ລາວ.

ທີ​ກອງ​ປະ​ຊຸມທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽກນາມ ຟ້າມບິ່ງມິງ ຢືນຢັນວ່າ ຫວຽກນາມ ຈະຕັ້ງຫນ້າສົມທົບ ແລະ ສະຫນັບສະຫນູນລາວ ຈັດຕັ້ງກອງປະຊຸມຂັ້ນສູງ ຍຸດທະສາດຮ່ວມມືເສດຖະກິດ Ayaoadi ChaoPhraya - ແມ່ຂອງ (ACMECS) ຄັ້ງທີ 9, ກອງປະຊຸມຂັ້ນສູງ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມຂັ້ນສູງສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 (CLV) ສຳເລັດຜົນ.

ລັດຖະມົນຕີສອງທ່ານເຫັນດີເປັນເອກະສັນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ເປັນເຈົ້າການ ແລະ ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ ແລກປ່ຽນທັດສະນະ ແລະ ສົມທົບຫຼັກໝັ້ນປຶກສາຫາລືຢູ່ໃນທຸກຊ່ອງ ແລະ ທຸກຂັ້ນ. ເນື່ອງໃນໂອກາດທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽກນາມ ຟ້າມບິ່ງມິງ ໄປຢ້ຽມຢາມລາວ ຄັ້ງນີ້, ບໍລິສັດການບິນແຫ່ງຊາດຫວຽດນາມ (VNA) ໄດ້ເຊື່ອມຕໍ່ສາຍການບິນການຄ້າທຳອິດລະຫວ່າງ ຮ່າໂນ້ຍ-ວຽງຈັນ ຄືນໃໝ່ ນັບແຕ່ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ.

ຮອງນາຍ ກລ ດຖະມ ນຕ ສສ ຫວຽດນາມ ຢ ຽມຢາມ ສປປ ລາວ ເພ ອຮ ດແໜ ນການຮ ວມມ ແຂວງເທື່ອທຽນເຫວ້ ຕ້ອນຮັບນັກສຶກສາລາວມາຮໍ່າຮຽນ

ວັນທີ 27 ພະຈິກ, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ໃຫ້ຂ່າວວ່າ, ໃນວັນທີ 26-27 ພະຈິກ, ກົມກອງໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຕ້ອນຮັບນັກສຶກສາລາວ 51 ຄົນ ມາຮຽນຢູ່ດ່ານຊາຍແດນສາກົນລາວບ໋າວ (ແຂວງກວ໋າງຈິ).

ຮອງນາຍ ກລ ດຖະມ ນຕ ສສ ຫວຽດນາມ ຢ ຽມຢາມ ສປປ ລາວ ເພ ອຮ ດແໜ ນການຮ ວມມ ສະຖານທູດຫວຽດນາມ ປະຈໍາ ລາວ ມອບຜ້າອັດປາກ 75.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລາວ

ຍສໝ - ທີ່ພິທີ, ທ່ານນາງ ຈີ້ງທິເຕິມ, ອັກຄະລັດຖະທູດຫວຽດນາມ ປະຈໍາລາວ ເນັ້ນໜັກວ່ານີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະອາລົມຈິດຂອງປະເທດຊາດທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ລາວ.

ຮອງນາຍ ກລ ດຖະມ ນຕ ສສ ຫວຽດນາມ ຢ ຽມຢາມ ສປປ ລາວ ເພ ອຮ ດແໜ ນການຮ ວມມ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ສົມທົບກັບສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

ຍສໝ - ທີ່ພິທີ, ສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ໄດ້ມອບຂອງຂວັນ 10 ພູດ ໃຫ້ແກ່ນັກສຶກສາລາວ 10 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົ່ງນາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.