ອາຊຽນ +3 ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມືຫຼາຍຢ່າງ

06:07 | 29/02/2020

ຍສໝ - ບັນດາປະເທດໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືອາຊຽນ + 3 ສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ຢູ່ພາກພື້ນ ອາຊີຕາເວັນອອກ.

ອາຊຽນ +3 ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມືຫຼາຍຢ່າງ

ບັນຍາກາດທີ່ກອງປະຊຸມ.(ພາບ: vietnamplus.vn)

ເມື່ອບໍ່ດົນມານີ້, ຢູ່ສຳນັກງານເລຂາສະມາຄົມປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ ໄດ້ດຳເນີນກອງປະຊຸມ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR) ແລະ ເອກອັກຄະລັດຖະທູດ 3 ປະເທດຄູ່ຮ່ວມມືໃນຂອບເຂດອາຊຽນ + 3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 12. ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີປະທານອາຊຽນ 2020 ຂອງ ຫວຽດນາມ ດ້ວຍເປົ້າໝາຍສຳຫຼວດກວດ ຄືນບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ ອາຊຽນ +3. ບັນດາປະເທດໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືອາຊຽນ + 3 ສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ຢູ່ພາກພື້ນ ອາຊີຕາເວັນອອກ. ບັນດາປະເທດ ຄື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາບຸລິມະສິດແຫຼ່ງກຳລັງສະໜັບສະໜູນອາຊຽນສ້າງປະຊາຄົມ, ຮັດແຄບໄລຍະຫ່າງການພັດທະນາຜ່ານການຜັນຂະຫຍາຍຂໍ້ລິເລີ່ມເຊື່ອມໂຍງອາຊຽນ ແລະ ແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ 2025, ຊຸກຍູ້ການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໂດຍໄວ, ພັດທະນາບັນດາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME), ເພີ່ມທະວີການຮ່ວມມືດ້ານການເງິນ, ພັດທະນາ ແບບຍືນຍົງ, ຍູ້ແຮງການຮ່ວມມືດ້ານການສຶກສາ, ສາທາລະນະສຸກວົງຄະນະຍາດ, ການປ່ຽນແປງຂອງດິນຟ້າອາກາດ...

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.