ອິນໂດເນເຊຍ ໄດ້ຮັບຊຸດການວິເຄາະທົດລອງ ໄວຣັດ Covid-19 ທີ່ໄດ້ສະໜັບສະໜູນໂດຍ ສສ.ຫວຽດນາມ

11:30 | 08/04/2020

ຍສໝ - ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ມອບຊຸດການວິເຄາະທົດລອງ ໄວຣັດ Covid-19 ໃຫ້ປະເທດອິນໂດເນເຊຍ ເຊິ່ງເປັນຂອງຂວັນແຫ່ງມິດຕະພາບ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງປະເທດທີ່ຈະຮ່ວມກັນ ເພື່ອສະກັດກັ້ນການລະບາດຂອງພະຍາດ Covid-19.  

ອ ນໂດເນເຊຍ ໄດ ຮ ບຊ ດການວ ເຄາະທ ດລອງ ໄວຣ ດ covid 19 ທ ໄດ ສະໜ ບສະໜ ນໂດຍ ສສ ຫວຽດນາມ ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19
ອ ນໂດເນເຊຍ ໄດ ຮ ບຊ ດການວ ເຄາະທ ດລອງ ໄວຣ ດ covid 19 ທ ໄດ ສະໜ ບສະໜ ນໂດຍ ສສ ຫວຽດນາມ ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ໃນຕອນຄ່ຳຂອງວັນທີ 6 ເມສາ, ອຸປະກອນການແພດລວມທັງ ບັນດາຊຸດວິເຄາະທົດສອບພະຍາດ Covid-19 ທີ່ຜະລິດໂດຍ ປະເທດຫວຽດນາມ ໄດ້ນຳສົ່ງຮອດນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ. ບັນດາຊຸດວິເຄາະ ໄວຣັດ Covid-19 ໂດຍໃຊ້ວິທີ RT-PCR ທີ່ໄດ້ພັດທະນາ ແລະ ຄົ້ນຄ້ວາໂດຍ ປະເທດຫວຽດນາມ ໄດ້ຂົນສົ່ງໂດຍທາງອາກາດ ແຕ່ວັນທີ 3 ເມສາ.

ອ ນໂດເນເຊຍ ໄດ ຮ ບຊ ດການວ ເຄາະທ ດລອງ ໄວຣ ດ covid 19 ທ ໄດ ສະໜ ບສະໜ ນໂດຍ ສສ ຫວຽດນາມ
ອຸປະກອນການແພດລວມທັງ ບັນດາຊຸດວິເຄາະທົດສອບພະຍາດ Covid-19 ທີ່ຜະລິດໂດຍ ປະເທດຫວຽດນາມ ໄດ້ນຳສົ່ງຮອດນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ. (ພາບ: ສະຖານທູດອິນໂດເນເຊຍ ປະຈຳ ຫວຽດນາມ)

ປະຈຸບັນ, ປະເທດ ອິນໂດເນເຊຍ ກໍາລັງປະເຊີນໜ້າກັບຄວາມຂາດແຄນອຸປະກອນການແພດ. ມາຮອດວັນທີ 4 ເດືອນເມສາ, ມີພຽງແຕ່ 9.700 ຄົນອິນໂດເນເຊຍທີ່ໄດ້ຮັບການວິເຄາະທົດສອບສຳລັບ COVID-19 ເທົ່ານັ້ນ, ໃນຈຳນວນປະຊາຊົນທັງໝົດ 260 ລ້ານຄົນ ທົ່ວປະເທດນີ້. ສະນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ມອບຊຸດການວິເຄາະທົດລອງ ໄວຣັດ Covid-19 ໃຫ້ປະເທດອິນໂດເນເຊຍ ເຊິ່ງເປັນຂອງຂວັນແຫ່ງມິດຕະພາບ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງປະເທດເຊິ່ງຈະຮ່ວມກັນ ເພື່ອສະກັດກັ້ນການລະບາດຂອງພະຍາດ Covid-19.

ທີ່ການຕ້ອນຮັບ, ຜູ້ຕາງໜ້າອົງການຄຸ້ມຄອງໄພທຳມະຊາດ ແຫ່ງຊາດອິນໂດເນເຊຍ, ແລະ ອົງການສາທາລະນະສຸກ ທ່າກຳປັ່ນ Soekarno-Hatta ໄດ້ຮັບຊຸດການວິເຄາະທົດລອງ ທີ່ສະໜາມບິນ Soekarno-Hatta, Jakarta. ຝ່າຍອິນໂດເນເຊຍ ໃຫ້ຮູ້ວ່າ ໄດ້ນຳ ເອົາຊຸດທົດສອບດັ່ງກ່າວ ໃຫ້ຫ້ອງທົດລອງຄົ້ນຄວ້າພະຍາດຕິດເຊື້ອ ໃນພາກກາງຂອງນະຄອນຫຼວງ ຈາກາຕາ.

ບັນດາຊຸດວິເຄາະທົດສອບພະຍາດດັ່ງກ່າວ ໄດ້ຜະລິດໂດຍ ບໍລິສັດ ຫວຽດ-ອ໋າ ມີຈຸດດີແມ່ນ ທີ່ສາມາດນຳໃຊ້ໄດ້ທັນທີ, ບໍ່ຕ້ອງໃຊ້ເວລາຫຼາຍໃນການກະກຽມ, ໂດຍສະເພາະ ໃຫ້ຜົນໄດ້ຮັບທີ່ຖືກຕ້ອງຫລັງຈາກການທົດສອບພຽງ ແຕ່ຄັ້ງໜຶ່ງ. ຊຸດວິເຄາະທົດສອບ ຈະໃຫ້ຜົນການກວດພາຍໃນ 60 ນາທີ.

ອ ນໂດເນເຊຍ ໄດ ຮ ບຊ ດການວ ເຄາະທ ດລອງ ໄວຣ ດ covid 19 ທ ໄດ ສະໜ ບສະໜ ນໂດຍ ສສ ຫວຽດນາມ ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.

ອ ນໂດເນເຊຍ ໄດ ຮ ບຊ ດການວ ເຄາະທ ດລອງ ໄວຣ ດ covid 19 ທ ໄດ ສະໜ ບສະໜ ນໂດຍ ສສ ຫວຽດນາມ ຊາວຕ່າງປະເທດ: ຂອບໃຈເດີ, ຂະແຫນງສາທາລະນະສຸກຫວຽດນາມ

ຍສໝ - “ຂອບໃຈເດີ, ຂະແຫນງສາທາລະນະສຸກຫວຽດນາມ” - ນີ້ແມ່ນຄຳເວົ້າຈາກຫົວໃຈຂອງຊາວຕ່າງປະເທດຫຼາຍຄົນຢູ່ຫວຽດນາມສຳລັບການຊ່ວຍເຫຼືອອັນລ້ຳຄ່າຂອງແພດໝໍຫວຽດນາມ.

ອ ນໂດເນເຊຍ ໄດ ຮ ບຊ ດການວ ເຄາະທ ດລອງ ໄວຣ ດ covid 19 ທ ໄດ ສະໜ ບສະໜ ນໂດຍ ສສ ຫວຽດນາມ VUFO ມອບເງິນຈຳນວນ 30 ລ້ານດົ່ງ ໃຫ້ແນວໂຮມແຫ່ງຊາດຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19

ຍສໝ​ - ໃນຕອນເຊົ້າ ຂອງວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງຫງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບເງິນຈຳນວນ 30 ລ້ານດົງ ໃຫ້ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ເພື່ອໜູນຊ່ວຍການປ້ອງກັນ, ຄວບຄຸມການພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.