ອັດຕາການຫວ່າງງານໃນລາວຈະເພີ່ມຂຶ້ນເນື່ອງຈາກການແຜ່ລະບາດຂອງ COVID-19

09:47 | 19/05/2020

ຜົນກະທົບຂອງພະຍາດ COVID-19 ໃນປັດຈຸບັນ ຫາກມີການແກ່ຍາວ ຈະເຮັດໃຫ້ອັດຕາການຫວ່າງງານພາຍໃນ ສປປ ລາວ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25%.

ອ ດຕາການຫວ າງງານໃນລາວຈະເພ ມຂ ນເນ ອງຈາກການແຜ ລະບາດຂອງ covid 19 ຫວຽດນາມ: 31 ມື້ຢ່າງລຽນຕິດບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ
ອ ດຕາການຫວ າງງານໃນລາວຈະເພ ມຂ ນເນ ອງຈາກການແຜ ລະບາດຂອງ covid 19 ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ
ອ ດຕາການຫວ າງງານໃນລາວຈະເພ ມຂ ນເນ ອງຈາກການແຜ ລະບາດຂອງ covid 19
ພາບປະກອບ

ໃນ​ເງື່ອນ­ໄຂ​ທີ່​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍັງ​ບໍ່​ຮູ້​ຈະ​ສິ້ນ​ສຸດ​ເວ­ລາ​ໃດ ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ທີ່​ມີ​ຜູ້​ອອກ­ແຮງ​ງານ​ລາວ​ໄປ​ເຮັດ​ວຽກ​ຢູ່​ປະ­ເທດ​ສະ­ມາ­ຊິກ​ໃດ​ໜຶ່ງ ທີ່​ຍັງ​ຢູ່ ຫຼື​ກັບ​ຄືນ​ປະ­ເທດ​ແລ້ວ ຂໍ​ໃຫ້​ມີ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ການ​ອຸດ​ໜູນ​ຕ່າງໆ ຕາມ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ຂອງ​ປະ­ເທດ​ນັ້ນ ພ້ອມ​ນີ້ ກໍ​ໄດ້​ສະ­ເໜີ​ອົງ­ການ​ແຮງ​ງານ​ສາ­ກົນ ພິ­ຈາ­ລະ­ນາ​ແນະ­ນຳ​ດ້ານ​ນະ­ໂຍ­ບາຍ ແລະ ການ​ຊ່ວຍ­ເຫຼືອ​ດ້ານ​ເຕັກ­ນິກ ວິ­ຊາ​ການ ແລະ ແຫຼ່ງ​ທຶນ ເພື່ອ​ແກ້​ໄຂ​ຜົນ​ກະ­ທົບ​ດ້ານ​ແຮງ​ງານ​ຈາກ​ພະ­ຍາດ COVID-19 ໃຫ້​ມີ​ປະ​ສິດ­ທິ​ຜົນ​ດີ​ຂຶ້ນ.

ການ​ລະ­ບາດ​ຂອງ COVID-19 ມີ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ-ສັງ­ຄົມ​ພາຍ​ໃນ​ປະ­ເທດ​ຫຼາຍ​ດ້ານ ເປັນ­ຕົ້ນ ການ​ປິດ​ຫົວ­ໜ່ວຍ​ແຮງ​ງານ/ຫົວ­ໜ່ວຍ​ທຸ­ລະ​ກິດ ໄດ້​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ທາງ​ທຸ­ລະ​ກິດ ເຮັດ​ໃຫ້​ແຮງ​ງານ​ຈຳ­ນວນ​ຫຼາຍ​ໄດ້​ພັກ​ວຽກ ມີ​ຫຼາຍ​ຫົວໜ່ວຍ​ທຸ­ລະ​ກິດ​ທີ່​ມີ​ຄວາມ​ຈຳ­ເປັນ ໃນ​ການ​ຫຼຸດ­ຜ່ອນ​ການ​ຜະ­ລິດ ກໍ​ມີ​ຄວາມ​ສ່ຽງ​ໃນ​ການ​ຍົກ­ເລີກ​ສັນ­ຍາ​ແຮງ​ງານ ມີ​ຫຼາຍ​ຫົວ­ໜ່ວຍ​ທຸ­ລະ​ກິດ ບໍ່​ສາ­ມາດ​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ແຮງ​ງານ​ໄດ້ ໃນ​ເວ­ລາ​ທີ່​ຍັງ​ບໍ່​ສາ­ມາດ​ດຳ­ເນີນ​ກິດ­ຈະ­ການ ໂດຍ​ສະ­ເພາະ​ຂະ­ແໜງ​ບໍ​ລິ​ການ­ທ່ອງ­ທ່ຽວ ໂຮງ­ແຮມ ຮ້ານ​ອາ­ຫານ ແລະ ອື່ນໆ ທີ່​ມີ​ຜົນ​ກະ­ທົບ​ຫຼາຍ ສຳ­ລັບ​ຂະ­ແໜງ​ອຸດ­ສາ­ຫະ­ກຳ​ຈຳ­ນວນ​ໜຶ່ງ ຍັງ​ສາ­ມາດ​ຮັກ­ສາ​ແຮງ​ງານ​ໄວ້ ໂດຍ​ການ​ຫຼຸດ​ຄ່າ​ແຮງ​ງານ​ທີ່​ເຄີຍ​ໄດ້​ຮັບ​ປົກ­ກະ­ຕິ​ລົງ ພ້ອມ​ນີ້ ແຮງ​ງານ​ລາວ 100.000 ກວ່າ​ຄົນ ໄດ້​ເດີນ­ທາງ​ກັບ​ຈາກ​ຕ່າງ­ປະ­ເທດ ເຊິ່ງ​ມີ​ຜົນ​ກະ­ທົບ​ຕໍ່​ຄ່າ​ແຮງ​ງານ ແລະ ຊີ­ວິດ​ການ​ເປັນ​ຢູ່.

ບັນ­ຫາ​ນີ້​ເປັນ​ພຽງ​ຜົນ​ກະ­ທົບ​ໃນ​ໄລ­ຍະ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ ຖ້າ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍັງ​ແກ່­ຍາວ​ໄປ​ຕື່ມ​ອີກ ຈະ​ມີ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ໃຫ້​ລັດ­ຖະ­ບານ ທີ່​ຈະ​ຕ້ອງ​ໄດ້​ຫາ​ວິ­ທີ​ການ​ແກ້​ໄຂ ເຊິ່ງ​ຕາມ​ການ​ຄາດ​ຄະ­ເນ​ເບື້ອງ​ຕົ້ນ ຜົນ​ກະ­ທົບ​ຂອງ​ພະ­ຍາດ COVID-19 ໃນ​ປັດ­ຈຸ­ບັນ ຫາກ​ມີ​ການ​ແກ່­ຍາວ ຈະ​ເຮັດ​ໃຫ້​ອັດ­ຕາ​ການ​ຫວ່າງ​ງານ​ພາຍ​ໃນ ສປປ ລາວ ເພີ່ມ​ຂຶ້ນ​ຈາກ​ອັດ­ຕາ​ປົກ­ກະ­ຕິ 2% ຂຶ້ນ​ເປັນ 25%.

ໄລ່​ຮອດເວລາ 17:00 ໂມງ​ວັນ​ທີ 17 ພຶດ­ສະ­ພາ 2020 ມີ​ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ​ມີ​ທັງ​ໝົດ 1.489 ຄົນ ຈຸດ​ຜ່ານ​ດ່ານ​ລາວ-ໄທ ທັງ​ໝົດ 757 ຄົນ ໃນ​ນັ້ນ​ມີ­ແຮງ​ງານ​ລາວ​ກັບ​ມາ​ຈາກ​ປະ­ເທດ​ໄທ 4 ຄົນ ເຊິ່ງ​ຜ່ານ​ດ່ານ​ວັງ​ເຕົ່າ-ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ ເຫຼືອ​ນັ້ນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ​ຈຸດ​ຜ່ານ​ດ່ານ​ລາວ-ຈີນ ທັງ​ໝົດ 5 ຄົນ ໃນ​ນີ້​ແຮງ​ງານ​ລາວ​ກັບ​ມາ​ແຕ່​ຈີນ 2 ຄົນ ເຂົ້າ​ມາ​ຜ່ານ​ດ່ານ​ບໍ່​ເຕ່ນ ແລະ ຄົນ​ຈີນ 3 ຄົນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຈຸດ​ຜ່ານ​ດ່ານ​ລາວ-ຫວຽດ­ນາມ ທັງ​ໝົດ 727 ຄົນ ໃນ​ນັ້ນ​ຄົນ​ລາວ 1 ຄົນ​ແມ່ນ​ນັກ​ສຶກ​ສາ​ກັບ​ຈາກ​ຫວຽດ­ນາມ ເຂົ້າ​ມາ​ຜ່ານ​ດ່ານ​ລະ​ໄລ ແຂວງ​ສາ­ລະ​ວັນ ເຫຼືອ​ນັ້ນ​ແມ່ນ​ຄົນ​ຂັບ​ລົດ​ສົ່ງ​ສິນ­ຄ້າ ແລະ ຈຳ­ນວນ​ຜູ້​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ​ບໍ່​ມີ ໃນ​ທຸກ​ດ່ານ​ແມ່ນ​ໄດ້​ກວດ​ວັດ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ມີ​ຄົນ​ເປັນ­ໄຂ້.

ວັນທີ 18 ພຶດສະພານີ້, ທົ່ວໂລກ ມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມຂຶ້ນ 4.710.614 ຄົນ ໃນ 188 ປະເທດ ແລະເຂດແຄ້ວນ ໃນນີ້ີ້ ສ.ອາເມລິກາ ຍັງຄົງເປັນ ອັນດັບໜຶ່ງ ຂອງ ຜູ້ຕິດເຊື້ອໂຄວິດ-19 ຫລາຍທີ່ສຸດ ໃນໂລກ 1.486.376 ຄົນ ຕາມມາດ້ວຍ ຣັດເຊຍ 281.752 ຄົນ, ອັງກິດ 244.995 ຄົນ. ຂະນະທີ່ ບຣາຊິນ ປັບຂຶ້ນ ມາເປັນ ອັນດັບສີ່ 241.080 ຄົນ ແລະ ແອັດສະປາຍ 230.698 ຄົນ. ສ່ວນ ຍອດຈຳນວນ ຜູ້ເສຍຊີວິດ ທົ່ວໂລກ ຈາກໂຄວິດ-19 ເພີ່ມຂຶ້ນ 315.023 ຄົນ ໃນນີ້ ສ.ອາເມລິກາ 89.550 ຄົນ, ອັງກິດ 34.716 ຕົນ, ອີຕາລີ 31.908 ຄົນ, ຝຮັ່ງ 28.111 ຄົນ, ແອັດສະປາຍ 27.563 ຄົນ ແລະ ບຣາຊິນ ມີຜູ້ເສຍຊີວິດ ທັງໝົດ 16.118 ຄົນ.

ອ ດຕາການຫວ າງງານໃນລາວຈະເພ ມຂ ນເນ ອງຈາກການແຜ ລະບາດຂອງ covid 19 ອົງການ ChildFund ຫວຽດນາມໄດ້ມອບອຸປະກອນການສຶກສາ ແລະ ອຸປະກອນການແພດ ໃຫ້ແກ່ ແຂວງກາວບັ່ງ, ບັກກ້ານ ແລະ ຮວ້າບີ່ງ ເພື່ອປ້ອງກັນ ແລະ ຕໍ່ສູ້ຕ້ານກັບ COVID-19.

ຍສໝ - ຕາມຕົວເລກສະຖິຕິ, ຮອດວັນທີ 15 ພຶດສະພາ, ບັນດາຫ້ອງການພັດທະນາເຂດ ChildFund ຫວຽດນາມ ຢູ່ ແຂວງກາວບັ່ງ, ບັກກ້ານ ແລະ ຮວ່າບີ່ງ ໄດ້ຈັດຕັ້ງການມອບຮັບເຄື່ອງອຸປະກອນການສຶກສາ ແລະ ອຸປະກອນການແພດ ເພື່ອປ້ອງກັນ ແລະ ຕໍ່ສູ້ຕ້ານກັບ COVID-19 ໄລຍະ 2.

ອ ດຕາການຫວ າງງານໃນລາວຈະເພ ມຂ ນເນ ອງຈາກການແຜ ລະບາດຂອງ covid 19 ລາວ ເລີ່ມປະຕິບັດຜ່ອນຜັນບາງມາດຕະການ ແລະ ໃຫ້ສືບຕໍ່ປະຕິບັດບາງມາດຕະການປ້ອງກັນການຕິດເຊື້ອໃນທົ່ວປະເທດ

ຍສໝ - ລັດຖະບານ ລາວ ໄດ້ຕົກລົງ ແລະ ຊີ້ນໍາ ກ່ຽວກັບການຜ່ອນຜັນມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການປ້ອງກັນການຕິດເຊື້ອ.

ອ ດຕາການຫວ າງງານໃນລາວຈະເພ ມຂ ນເນ ອງຈາກການແຜ ລະບາດຂອງ covid 19 ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ: ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3 ໂຕນ ແລະ ...

ໄຊພອນ

ເຫດການ
302 Found

Found

The document has moved here.