ລັດ Guerrero ຂອງເມັກຊິໂກ ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ ອະປະກອນການແພດເພື່ອປ້ອງກັນພະຍາດ COVID-19

12:14 | 03/07/2020

ຍສໝ - ເມື່ອບໍ່ດົນມານີ້, ທ່ານ Héctor Astudillo - ວ່າການລັດ Guerrero ຂອງເມັກຊິໂກ, ໄດ້ໃຫ້ການຕ້ອນຮັບ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖານທູດຫວຽດນາມ ປະຈຳແມັກຊີໂກ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ ໃຫ້ແກ່ພໍ່ແມ່ປະຊາຊົນຂອງລັດ Guerrero ເພື່ອປ້ອງກັນພະຍາດ COVID-19.

ລ ດ guerrero ຂອງເມ ກຊ ໂກ ສະແດງຄວາມຂອບໃຈຫວຽດນາມ ທ ໄດ ສະໜ ບສະໜ ນ ອະປະກອນການແພດເພ ອປ ອງກ ນພະຍາດ covid 19 ຫວຽດ​ນາມ - ຍີ່​ປຸ່ນ: ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ພາຍຫຼັງ ໂລກ​ລະ​ບາດ Covid – 19
ລ ດ guerrero ຂອງເມ ກຊ ໂກ ສະແດງຄວາມຂອບໃຈຫວຽດນາມ ທ ໄດ ສະໜ ບສະໜ ນ ອະປະກອນການແພດເພ ອປ ອງກ ນພະຍາດ covid 19 ຫວຽດ​ນາມ - ຝ​ລັ່ງ ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ແລະ ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ
ລ ດ guerrero ຂອງເມ ກຊ ໂກ ສະແດງຄວາມຂອບໃຈຫວຽດນາມ ທ ໄດ ສະໜ ບສະໜ ນ ອະປະກອນການແພດເພ ອປ ອງກ ນພະຍາດ covid 19
ທ່ານ ຫງວຽນຫ່ວາຍເຢືອງ - ເອກອັກຄະລັດຖະທູດສະຖານທູດຫວຽດນາມ ປະຈຳແມັກຊິກ ໄດ້ມອບເຄື່ອງອຸປະກອນການແພດເພື່ອປ້ອງກັນການລະບາດ ໃຫ້ຜູ້ຕາງໜ້າສະຖາບັນມິດຕະພາບເມັກຊິໂກ - ຫວຽດນາມ. (ພາບ: baoquocte)

ສະຖານະການຂອງການລະບາດພະຍາດ COVID-19 ໃນປະເທດແມັກຊິໂກມີຄວາມສັບສົນຫຼາຍ. ນັບແຕ່ວັນທີ 1 ກໍລະກົດ, ມີຈຳນວນທັງໝົດ 226.089 ກໍລະນີ​ຕິດ​ເຊື້ອພະຍາດ COVID-19 ແລະ ມີຜູ້ເສຍຊີວິດຈຳນວນ 27.769 ຄົນ. ໃນອາທິດຜ່ານມາ ແມັກຊິໂກ ມີປະມານ 4.000 ກໍລະນີ​ຕິດ​ເຊື້ອ ແລະ ມີຜູ້ເສຍຊີວິດຈຳນວນເກືອບ 500 ຄົນ.

ລັດ Guerrero, ເຊິ່ງມີເມືອງທ່ອງທ່ຽວ Acapulco ທີ່ມີຊື່ສຽງ, ຍັງປະເຊີນກັບສະພາບການຜັນແປທີ່ສັບສົນ ຂອງພະຍາດ COVID-19, ໃນນັ້ນທ່ານ Héctor Astudillo ກໍ່ໄດ້ຕິດເຊື້ອພະຍາດ COVID-19 ແລະ ໄດ້ຮັບການປິ່ນປົວຕັ້ງແຕ່ວັນທີ 8 ມິຖຸນາ ມາຮອດປະຈຸບັນ.

ກ່ອນໜ້ານີ້, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບ ອຳນາດການປົກຄອງ Guerrero, ອຳນາດການປົກຄອງທ້ອງຖິ່ນໄດ້ສະໜັບສະໜູນຫວຽດນາມ ໃນການກໍ່ສ້າງຮູບປັ້ນລຸງໂຮ່ ຢູ່ ເມືອງແຄມທະເລ Acapulco ໃນປີ 2009.

ລ ດ guerrero ຂອງເມ ກຊ ໂກ ສະແດງຄວາມຂອບໃຈຫວຽດນາມ ທ ໄດ ສະໜ ບສະໜ ນ ອະປະກອນການແພດເພ ອປ ອງກ ນພະຍາດ covid 19 ສະພາແຫ່ງຊາດຫວຽດນາມ ໄດ້ອອກມະຕິຮັບຮອງເອົາສັນຍາ EVIPA

ຍສໝ - ສະພາແຫ່ງຊາດຫວຽດນາມຕັດສິນໃຈນຳໃຊ້ເນື້ອໃນທັງໝົດຂອງສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມແລະອີຢູພ້ອມທັງ ບັນດາປະເທດສະມາຊິກ, ຍົກເວັ້ນບັນດາມາດຕາ 2, 3, 4 ແລະ 5; ມາດຕາ 3.57, ໝວດ ທີ 3 ຂອງຂໍ້ຕົກລົງດັ່ງກ່າວ.

ລ ດ guerrero ຂອງເມ ກຊ ໂກ ສະແດງຄວາມຂອບໃຈຫວຽດນາມ ທ ໄດ ສະໜ ບສະໜ ນ ອະປະກອນການແພດເພ ອປ ອງກ ນພະຍາດ covid 19 ສະຖານທູດຫວຽດນາມມອບຜ້າອັດປາກ ຈຳນວນ 3.500 ອັນ ໃຫ້ແກ່ນະຄອນວໍຊິງຕັນ

ຍສໝ - ສະຖານທູດຫວຽດນາມປະຈຳສະຫະລັດອາເມລິກາໄດ້ຈັດພິທີມອບຮັບຜ້າອັດປາກ 3.500 ອັນ ໃຫ້ຜູ້ຕາງໜ້າ ອໍານາດການປົກຄອງນະຄອນວໍຊິງຕັນເພື່ອປ້ອງກັນ ແລະ ຄວບຄຸມ COVID-19.

ລ ດ guerrero ຂອງເມ ກຊ ໂກ ສະແດງຄວາມຂອບໃຈຫວຽດນາມ ທ ໄດ ສະໜ ບສະໜ ນ ອະປະກອນການແພດເພ ອປ ອງກ ນພະຍາດ covid 19 ຫວຽດນາມ ໄດ້ຈັດຂື້ນກອງປະຊຸມ AIPACODD ຄັ້ງທີ 3

ຍສໝ - ເປັນສ່ວນໜຶ່ງຂອງການເຄື່ອນໄຫວ ໃນປີປະທານລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທີ່ປຶກສາອອນລາຍ ຄັ້ງທີ 3 ກ່ຽວກັບຢາເສບຕິດທີ່ເປັນອັນຕະລາຍ (AIPACODD) ໃນຫວ່າງແລ້ວນີ້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.