ຫວຽດນາມ ແລະ ແອສໂຕນີ ຊຸກຍູ້ການຮ່ວມມືເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ

06:15 | 03/05/2020

ຍສໝ - ທີ່ການໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດ ແອສໂຕນີ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ, ຫວຽດນາມພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນປະສົບການ ແລະ ຊຸກຍູ້ການຮ່ວມມືສາກົນເພື່ອໃຫ້ສອງປະເທດສາມາດຍູ້ໂລກລະບາດ ໂຄວິດ - 19 ໃຫ້ຖອຍໄປ ກໍຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.    

ຫວຽດນາມ ແລະ ແອສໂຕນ ຊ ກຍ ການຮ ວມມ ເພ ອແກ ໄຂບ ນດາສ ງທ າທາຍທ ວໂລກ ກອງທຶນເພື່ອຄວາມຮັກ ອາວຢ່າຍ ພັນລະຍາ ໃນທົ່ວເອີຮົບ ມອບຂອງຂວັນ 70 ຢ່າງ ໃຫ້ຊາວຫວຽດນາມ ຢູ່ ເຊັກ
ຫວຽດນາມ ແລະ ແອສໂຕນ ຊ ກຍ ການຮ ວມມ ເພ ອແກ ໄຂບ ນດາສ ງທ າທາຍທ ວໂລກ ບັນດານັກເດີນເຮືອ ເອີຣົບ ໄດ້ຮັບຮອງອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແຕ່ສະຕະວັດທີ 16
ຫວຽດນາມ ແລະ ແອສໂຕນ ຊ ກຍ ການຮ ວມມ ເພ ອແກ ໄຂບ ນດາສ ງທ າທາຍທ ວໂລກ
ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ.(ພາບ:ຕວນແອງ)

ເມື່ອບໍ່ດົນມານີ້, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານ Urmas Reinsalu ລັດຖະມົນຕີການຕ່າງປະເທດ ແອສໂຕນີ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືປ້ອງກັນພະຍາດ COVID-19 ພ້ອມທັງການປະສານງານທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ເຊິ່ງທັງສອງປະເທດແມ່ນສະມາຊິກທີ່ບໍ່ຖາວອນ ໃນໄລຍະອາຍຸການ 2020-2021.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ ແຈ້ງໃຫ້ທ່ານ Urmas Reinsalu ຮັບຊາບບັນດາມາດຕະການ ຊື່ງລັດຖະບານຫວຽດນາມ ພວມຕັ້ງຫນ້າຜັນຂະຫຍາຍ ແລະ ບັນດາໝາກຜົນຕັ້ງຫນ້າໃນການປ້ອງກັນ ສະກັດກັ້ນໂລກລະບາດ ພ້ອມທັງຮັກສາສະຖຽນລະພາບເສດຖະກິດ ແລະ ຮັບປະກັນການເຕີບໂຕພາຍຫລັງ ໂລກລະບາດສິ້ນສຸດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຢືນຢັນ: ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນກັບ ແອສໂຕນີ ແລະ ພ້ອມກັບແອສໂຕນີ ຊຸກຍູ້ການຮ່ວມມືສາກົນ ເພື່ອ ຍູ້ໂຄວິດ 19 ໃຫ້ຖອຍໄປກໍ່ຄືແກ້ໄຂສິ່ງທ້າທາຍໃນທົ່ວໂລກ

ຫວຽດນາມ ແລະ ແອສໂຕນ ຊ ກຍ ການຮ ວມມ ເພ ອແກ ໄຂບ ນດາສ ງທ າທາຍທ ວໂລກ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ຫວຽດນາມ ແລະ ແອສໂຕນ ຊ ກຍ ການຮ ວມມ ເພ ອແກ ໄຂບ ນດາສ ງທ າທາຍທ ວໂລກ ສະຫະພັນລັດເຊຍ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ຊ່ວຍເຫຼືອເພື່ອນມິດຫວຽດນາມໃນຊຸມປີທີ່ຫຍຸ້ງຍາກ

ຍສໝ - ນັ້ນແມ່ນເນື້ອໃນສານອວຍພອນຂອງ ທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ສົ່ງມາຍັງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 45 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຫວຽດນາມ ແລະ ແອສໂຕນ ຊ ກຍ ການຮ ວມມ ເພ ອແກ ໄຂບ ນດາສ ງທ າທາຍທ ວໂລກ Zhishan ຫວຽດນາມໄດ້ມອບເງິນຈຳນວນ 90 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບຄວາມຫຍຸ້ງຍາກຢູ່ເມືອງ ເກີມຊວຽນ ແລະ ແທກຮ່າ ແຂວງຮ່າຕີ້ງ ສສ.ຫວຽດນາມ

ຍສໝ - ວັນທີ 30 ເມສາ, Zhishan ຫວຽດນາມ ໄດ້ຈັດຕັ້ງການບໍລິຈາກເຄື່ອງໃຊ້ທີ່ຈຳເປັນໃນຊິວີດປະຈໍາວັນ ແລະ ເງິນສົດ ດ້ວຍມູນຄ່າທັງໝົດ 90 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນ ຢູ່ ເມືອງ ເກີມຊວຽນ ແລະ ແທກຮ່າ ແຂວງຮ່າຕີ້ງ ສສ.ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.