ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

20:58 | 21/04/2020

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ໃນການປ້ອງກັນການລະບາດຂອງພະຍາດ COVID-19.

ຫວຽດນາມ ແລະ ລາວ ຮ ວມຈ ດຮ ວມໃຈກ ນເພ ອຕ ສ ກ ບການລະບາດຂອງພະຍາດ covid 19 ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ປະຊາຊົນໃນປະເທດອິນເດຍ
ຫວຽດນາມ ແລະ ລາວ ຮ ວມຈ ດຮ ວມໃຈກ ນເພ ອຕ ສ ກ ບການລະບາດຂອງພະຍາດ covid 19 ທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ: ໃນໄລຍະທີ່ຫຍຸ້ງຍາກ ຈຶ່ງຮູ້ວ່າໃຜແມ່ນໝູ່ເພື່ອນຂອງຕົນ

ການມອບຂອງຂວັນອຸປະກອນການແພດໃຫ້ແກ່ສະຖານທູດ ສປປ.ລາວໃນຄັ້ງນີ້ ລວມມີ: ຊຸດປ້ອງກັນພະຍາດ 500 ຊຸດ; ຜ້າບັງປາກທາງການແພດ 18,500 ແຜ່ນ (ລວມທັງຜ້າບັງປາກທາງການແພດ 17,500 ແຜ່ນ ແລະ ຜ້າບັງປາກຂ້າເຊື້ອ 1,000 ແຜ່ນ).

ຫວຽດນາມ ແລະ ລາວ ຮ ວມຈ ດຮ ວມໃຈກ ນເພ ອຕ ສ ກ ບການລະບາດຂອງພະຍາດ covid 19
ບັນຍາກາດທີ່ການຕ້ອນຮັບ. (ພາບ: thoidai.com.vn)

ທີ່ພິທີການມອບຮັບຂອງຂວັນອຸປະກອນການແພດດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ສະມາຄົມມິດຕະພາບຫວຽດນາມ - ລາວ. ເຖິງວ່າ ຫວຽດນາມ ກໍ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ປະຊາຊົນຫວຽດນາມ ກໍ່ຍັງໄດ້ອຸທິດ ທັງໃນທາງດ້ານວັດຖຸ ແລະ ຈິດໃຈ ເພື່ອຊ່ວຍເຫຼືອປະຊາຊົນລາວໃນການປ້ອງກັນ ແລະ ຕໍ່ສູ້ກັບການລະບາດຂອງພະຍາດ COVID – 19.

ທ່ານ ແສງເພັດ ຮຸ່ງບຸນຍວງ , ເອກອັກຄະລັດຖະທູດ ແຫ່ງ ສປປ.ລາວ ໄດ້ເນັ້ນໜັກວ່າ “ບັນດາອຸປະກອນການແພດໄດ້ມອບໃຫ້ສະຖານທູດ ສປປ.ລາວ ໃນຄັ້ງນີ້ ໂດຍສະມາຄົມມິດຕະພາບຫວຽດນາມ - ລາວ ຈະໄດ້ສົ່ງ ໄປຍັງປະເທດລາວ ເພື່ອປະກອບສ່ວນເຂົ້າໃນການຕ້ານການລະບາດຂອງພະຍາດ Covid - 19. ການຊ່ວຍເຫຼືອໃນຄັ້ງນີ້ໄດ້ສະແດງໃຫ້ເຫັນ ຄວາມມິດຕະພາບພິເສດ, ຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງລັດຖະບານ ແລະ ປະຊາຊົນ ລາວ - ຫວຽດນາມ.

ສ່ວນ ທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໃຫ້ຮູ້ວ່າ: ບັນດາສະມາຊິກຂອງສະມາຄົມ ຢາກຮ່ວມແຮງຮ່ວມໃຈກັບບັນດາເພື່ອນມິດປະຊາຊົນລາວ ໃນການຕໍ່ສູ້ ແລະ ສະກັດກັ້ນການລະບາດຂອງພະຍາດ COVID - 19. ຂອງຂວັນແມ່ນນ້ອຍ ແຕ່ມັນສະແດງເຖິງຄວາມຮັກແພງຂອງປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນລາວ ແລະສະມາຄົມມິດຕະພາບ ລາວ - ຫວຽດນາມ.

ຫວຽດນາມ ແລະ ລາວ ຮ ວມຈ ດຮ ວມໃຈກ ນເພ ອຕ ສ ກ ບການລະບາດຂອງພະຍາດ covid 19
ຂອງຂວັນອຸປະກອນການແພດ ໃນຄັ້ງນີ້ ລວມມີ: ຊຸດປ້ອງກັນພະຍາດ 500 ຊຸດ; ຜ້າບັງປາກທາງການແພດ 18,500 ແຜ່ນ. (ພາບ: thoidai.com.vn)

ທ່ານ ຫງວຽນແມັ້ງຫູ່ງ ເຊື່ອວ່າ ດ້ວຍຄວາມສາມັກຄີພິເສດ ແລະ ຄວາມມິດຕະພາບຢ່າງພິເສດ ລະຫວ່າງປະຊາຊົນສອງຊາດຫວຽດນາມ ແລະ ລາວ, ສອງປະເທດຈະຜ່ານຜ່າຄວາມຫຍຸ້ງຍາກ ຂອງການລະບາດຂອງພະຍາດ Covid - 19, ພ້ອມກັນນັ້ນ ສອງປະເທດຈະໄດ້ຟື້ນຟູການພັດທະນາເສດຖະກິດ - ສັງຄົມພາຍຫຼັງການລະບາດພະຍາດ COVID - 19 ສິ້ນສຸດລົງ.

ແບ່ງປັນກັບວາລະສານ ຍຸກສະໄໝ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ.ລາວ ໄດ້ກ່າວວ່າ ການຊ່ວຍເຫຼືອຂອງລັດຖະບານຫວຽດນາມໂດຍທົ່ວໄປ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ເວົ້າສະເພາະ ສຳລັບປະຊາຊົນລາວ ໂດຍຜ່ານສະຖານທູດລາວ ປະຈຳ ຫວຽດນາມ ໃນຊ່ວງເວລາທີ່ຫຍຸ້ງຍາກນີ້, ແມ່ນວຽກງານທີ່ມີຄວາມໝາຍສຳຄັນ ເຊິ່ງໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມມິດຕະພາບ, ການພົວພັນທາງການທູດແບບພິເສດ, ການຮ່ວມມືຢ່າງຮອບດ້ານ ລະຫວ່າງສອງພັກ, ສອງປະເທດຫວຽດນາມ - ລາວ, ກໍ່ຄືປະຊາຊົນຂອງສອງຊາດ. ບັນດາຂອງຂວັນ ແລະ ເຄື່ອງມືທາງການແພດ ໃນຄັ້ງນີ້ ແມ່ນການປຸກລະດົມກຳລັງໃຈອັນລ້ຳຄ່າ ໃຫ້ແກ່ປະຊາຊົນລາວ ໃນການຕໍ່ສູ້ ແລະ ສະກັດກັ້ນການລະບາດພະຍາດ COVID – 19.

ຫວຽດນາມ ແລະ ລາວ ຮ ວມຈ ດຮ ວມໃຈກ ນເພ ອຕ ສ ກ ບການລະບາດຂອງພະຍາດ covid 19 ບັນດາວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ - ທີ່ພິທີມອບຮັບເຄື່ອງກຸສົນ, ຄະນະຈັດຕັ້ງໄດ້ເຄື່ອງກຸສົນລວມມີເຂົ້າສານ, ໝີ່, ຜ້າບັງປາກຂ້າເຊື້ອ ໃຫ້ແກ່ຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. ເຄື່ອງກຸສົນໃນຄັ້ງນີ້ ໄດ້ຮັບການບໍລິຈາກໂດຍການສະ ໜັບສະໜູນ ຂອງບັນດາວິສາຫະກິດຂະໜາດນ້ອຍຫວຽດນາມ ແລະ ການສະໜັບສະໜູນຂອງສະຖານທູດ ຫວຽດນາມ ປະຈຳກຳປູເຈຍ.

ຫວຽດນາມ ແລະ ລາວ ຮ ວມຈ ດຮ ວມໃຈກ ນເພ ອຕ ສ ກ ບການລະບາດຂອງພະຍາດ covid 19 ນັກ​ຊ່ຽວ​ຊານ​ອົດ​ສະ​ຕາ​ລີ: ການກະທຳຂອງ ຈີນແມ່ນການກະທຳເກາະຜິດ

ຍສໝ - ທ່ານສາດສະດາຈານ Carl Thayer ມະຫາວິທະຍາໄລ New South Wales ປະເທດອົດສະຕາລີ ໄດ້ຢັ້ງຢືນວ່າ ເລື່ອງ ຈີນປະກາດ ສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງ ຊີຊາ ແລະ ເມືອງ ໜານຊາ ຢູ່ນະຄອນ ຕາມຊາ ແມ່ນການກະທຳເກາະຜິດ.

ຫວຽດນາມ ແລະ ລາວ ຮ ວມຈ ດຮ ວມໃຈກ ນເພ ອຕ ສ ກ ບການລະບາດຂອງພະຍາດ covid 19 ສື່ສັງຄົມເຢຍລະມັນ: ການແຍກຫ່າງໃນສັງຄົມເປັນປັດໃຈສໍາຄັນ ເພື່ອຊ່ວຍໃຫ້ ຫວຽດນາມ ຄວບຄຸມພະຍາດ Covid-19 ໄດ້ມີປະສິດທິຜົນ

ຍສໝ - ວັນທີ 18 ເມສາ, ໜັງສືພິມ Junge Welt ຂອງເຢຍລະມັນ ໄດ້ມີບົດຄວາມອະທິບາຍ ກ່ຽວກັບການຄວບຄຸມພະຍາດຢ່າງຜົນສຳເລັດ ຂອງຫວຽດນາມ ເນື່ອງຈາກວ່າ ຫວຽດນາມໄດ້ປະຕິບັດການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ ແຕ່ຫົວທີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.